ຄາດວ່າຈະນໍາໃຊ້ງົບປະມານ 20 ຕື້ກີບ ເພື່ອແກ້ໄຂບັນຫານໍ້າຖ້ວມ​ ຢູ່ນະຄອນຫລວງ ວຽງຈັນ

ນະຄອນຫລວງ​ ວຽງຈັນ ຄາດວ່າຈະນໍາໃຊ້ງົບປະມານ 20 ຕື້ກີບ ເພື່ອແກ້ໄຂບັນຫານໍ້າຖ້ວມທີ່ເກີດຢູ່ຕາມເສັ້ນ ທາງ ແລະ ຈຸດສໍາຄັນຕ່າງໆ ຍ້ອນນໍ້າໄຫລລະບາຍບໍ່ທັນ, ລວມທັງນໍ້າຖ້ວມຂັງຢູ່ບາງຈຸດ ທັງໃນໄລຍະສະເພາະໜ້າ ແລະ ຖາວອນ ຫລື ໄລຍະຍາວ ໂດຍຈະມີການແບ່ງຄວາມຮັບຜິດຊອບກັນຂອງທຸກຂະແໜງການທີ່ກ່ຽວຂ້ອງຄືນໃຫມ່ເພື່ອໃຫ້ລະອຽດຊັດເຈນກວ່າເກົ່າ !!! ​ທ່ານ ສຸລິວັນ ພົມມະຫາໄຊ, ຫົວຫນ້າ ພະແນກໂຍທາທິການ ແລະ

ອ່ານເພີ່ມ...

ມອບ-ຮັບໂຄງການສ້ອມແປງຄອງ ເໝືອງ ຫ້ວຍຕະງີ່ ບ້ານ ນາກະຊິນ

ພິທີມອບ-ຮັບ ແລະ ເປີດນຳໃຊ້ ຄອງເໝືອງ-ຝາຍຫ້ວຍຕະງີ່ ບ້ານນາກະຊິນ ຈັດຂຶ້ນຢ່າງເປັນທາງການ ຫວ່າງບໍ່ດົນມານີ້ ທີ່ບ້ານນາກະຊິນ ກຸ່ມບ້ານທີ 11 ເມືອງວິລະບູລີ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ວາລິຍະ ສີຈັນທອງທິບ ເຈົ້າເມືອງວິລະບູລີ, ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ ບໍລິສັດ ລ້ານຊ້າງມິເນໂຣນລິມິເຕັດ, ມີທ່ານຮອງເຈົ້າເມືອງ,

ອ່ານເພີ່ມ...

ກຽມເປີດປະຕູນ້ໍາ ເຂື່ອນໄຟຟ້ານ້ໍາຄານ 2 ແລະ ນ້ໍາຄານ 3 ເພື່ອລະບາຍນໍ້ານອງ

ກົມນະໂຍບາຍ ແລະ ແຜນພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ (ຜບ), ອີງຕາມການສະເຫນີຂອງ ຫົວຫນ້າບໍລິສັດ ຜະລິດ-ໄຟຟ້າ ມະຫາຊົນມີລາຍລະອຽດວ່າ ໃນວັນທີ 19/08/2012 ທາງເຂື່ອນໄຟຟ້ານໍ້າຄານ 2 ແລະ ນ້ໍາຄານ 3 ມີແຜນຈະ ເປີດປະຕູນໍ້ານອງ ເພື່ອລະບາຍນ້ໍາ ອອກຈາກອ່າງເກັບນາຂອງເຂື່ອນ, ເນື່ອງຈາກປັດຈຸບັນລະດັບນ້ໍາຂອງເຂື່ ອນ

ອ່ານເພີ່ມ...

ສູນການຄ້າ ວຽງຈັນຊັນເຕີ ຈັດພິທີເຊັນສັນຍາ ຮ່ວມທຸລະກິດ 8 ບໍລິສັດ ແລະ 9 ແບຣນດັງ ຄັ້ງທີ  2

ໃນວັນທີ 18 ສິງຫາ 2022  ນີ້ ສູນການຄ້າວຽງຈັນເຊັນເຕີ ໄດ້ຈັດພິທີເຊັນສັນຍາ ຮ່ວມທຸລະກິດຄັ້ງທີ 2 ທີ່ສູນການຄ້າ ວຽງຈັນເຊັນເຕີ, ນະຄອນຫຼວງ ວຽງຈັນ, ເຊິ່ງພິທີເຊັນສັນຍາຄັ້ງທີ 1 ແມ່ນໄດ້ຈັດຂຶ້ນວັນທີ 18 ກຸມພາ 2022 ທີ່ຜ່ານມາ, ໄດ້ຮ່ວມເຊັນສັນຍາຮ່ວມທຸລະກິດກັບ 7 ບໍລິສັດ 15

ອ່ານເພີ່ມ...

ເດືອນ 7 ຜ່ານມາ ມູນຄ່ານຳເຂົ້າ-ສົ່ງອອກຂອງ ລາວ ບັນລຸ 968 ລ້ານໂດລາສະຫະລັດ

ຕາມຂໍ້ມູນຂອງສູນຂໍ້ມູນຂ່າວສານທາງການຄ້າ ຂອງ ສປປ ລາວ ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 7 ປີ 2022 ບັນລຸປະມານ 968 ລ້ານໂດລາສະຫະລັດ(ຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ). ໃນນັ້ນ, ມູນຄ່າການສົ່ງອອກປະມານ 427

ອ່ານເພີ່ມ...

ສາລະວັນ ຍົກລະດັບຄວບຄຸມການລະບາດໄຂ້ຍຸງ ແລະ ປະເມີນສະຖານະການຢ່າງຕໍ່ເນື່ອງ

ແຫລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ປັດຈຸບັນ, ທົ່ວແຂວງ ສາລະວັນ ພົບຜູ້ຕິດເຊື້ອພະຍາດໄຂ້ຍຸງ 1,180 ກໍລະນີ ກວມເອົາ 7 ເມືອງ, 201 ບ້ານ ແລະ ເສຍຊີວິດ 3 ກໍລະນີ ໃນນັ້ນພົບຫລາຍກວ່າໝູ່ແມ່ນ ເມືອງວາປີ 360 ກໍລະນີ, ເມືອງສາລະວັນ

ອ່ານເພີ່ມ...

ເລັ່ງສ້າງ ນະຄອນ ໄກສອນ ພົມວິຫານ ກາຍເປັນ ນະຄອນ ສີຂຽວຕາມຄາດໝາຍ 6 ສ

ແຫລ່ງຂ່າວຈາກ ແຂວງ​ ສະຫວັນນະເຂດ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຫ້ອງ ການກະສິກໍາ ແລະ ປ່າໄມ້ນະຄອນ ໄກສອນ ພົມວິຫານ ສ້າງຂະບວນ ການປູກຕົ້ນໄມ້ຕາມຄາດໝາຍ 6 ສ ໃນເຂດຕົວເມືອງເກົ່າ ໂດຍມີ ທ່ານ ສັນຕິພາບ ພົມວິຫານ ເຈົ້າ ແຂວງສະຫວັນນະເຂດ, ທ່ານ ປະສົງສິນ

ອ່ານເພີ່ມ...

20 ຊາດ ແຈ້ງຮ່ວມແຂ່ງຂັນປິ່ງປ່ອງ ຊີງແຊ໋ມເຍົາວະຊົນ ເອເຊຍ ຄັ້ງທີ 26 ທີ່ ລາວ ເປັນເຈົ້າພາບ

ການແຂ່ງຂັນກິລາປິ່ງປ່ອງ ຊີງແຊ໋ມເຍົາວະຊົນ ເອເຊຍ ຄັ້ງທີ 26 ຖືເປັນຄັ້ງທຳອິດທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 1-6 ກັນຍາ 2022 ນີ້ ເຊິ່ງຈະມີນັກກິລາເຖິງ 200 ກວ່າຄົນ ຈາກ 20 ປະເທດ ເຂົ້າຮ່ວມ ແລະ ຈະມີການຊີງໄຊທັງໝົດ 11

ອ່ານເພີ່ມ...

ສາທາ ກຽມພ້ອມຊ່ວຍເຫລືອສຸກເສີນດ້ານສຸຂະພາບ ຫລັງນໍ້າຖ້ວມ

ຈາກສະພາບຝົນຕົກໜັກເຮັດໃຫ້ເກີດນໍ້າຖ້ວມສ້າງຜົນເສຍຫາຍດ້ານຊັບສິນ ແລະເນື້ອທີ່ການຜະລິດຂອງປະຊາຊົນຢູຫລາຍທ້ອງຖິ່ນ ເຊິ່ງກະຊວງສາທາລະນະສຸກມີຄວາມພ້ອມເພື່ອຊ່ວຍເຫລືສຸກເສີນດ້ານສຸຂະພາບພາຍຫລັງນໍ້າຖ້ວມ. ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໃຫ້ສໍາພາດຕໍ່ສື່ມວນຊົນໃນທ້າຍອາທິດຜ່ານມານີ້ ກ່ຽວກັບການກະກຽມຮັບມືກັບໄພພິບັດ, ນ້ຳຖ້ວມ ທີ່ອາດຈະເກີດຂຶ້ນໃນລະດູຝົນປີນີ້ວ່າ: ກະຊວງສາທາລະນະສຸກ ເປັນຂະແໜງການໜຶ່ງໃນຄະນະກຳມະການ ເພື່ອຮັບມື ແລະ ຕອບໂຕ້ໄພພິບັດລະດັບຊາດ ແລະ ໃນໄລຍະລະດູຝົນນີ້ ມັກເກີດມີສະພາບນໍ້າຖ້ວມຢູ່ໃນຫລາຍທ້ອງຖິ່ນ, ເຊິ່ງກະທົບຕໍ່ສຸຂະພາບ ກໍຄື ຊີວິດຂອງປະຊາຊົນ ໃນເຂດທີ່ຖືກກະທົບຈາກນໍ້າຖ້ວມ,

ອ່ານເພີ່ມ...

ມີຄົນໄປລັກຮົ້ວ ປ້ອງກັນຄວາມປອດໄພ ທາງລົດໄຟ ອີກ

ໃນວັນທີ 16 ສິງຫາ 2022 ມີຄົນໄປລັກຮົ້ວປ້ອງກັນຄວາມປອດໄພທາງລົດໄຟອີກ ເຊິ່ງກ່ອນໜ້ານີ້ກໍໄດ້ມີເຫດການຄົນໄປລັກຮົ້ວກັ້ນລົດໄຟເປັນຈຳນວນຫຼາຍຄັ້ງ, ຫຼັງຈາກກວດພົບກໍໄດ້ຮີບໃຫ້ ເຈົ້າຫນ້າທີ່ ເຂົ້າໄປກວດສອບຄວາມເສຍຫາຍ ແລະ ສືບຕໍ່ຕິດຕາມສືບສວນເພື່ອຈັບເອົາຄົນຜິດມາລົງໂທດ ເນື່ອງຈາກການລັກ, ມ້າງເພ, ທຳລາຍຮົ້ວກັ້ນຄວາມປອດໄພລົດໄຟ ແລະ ອຸປະກອນທາງລົດໄຟທຸກຊະນິດ ແມ່ນມີຄວາມຜິດຕາມກົດໝາຍການລົດໄຟທີ່ໄດ້ວາງອອກ. ຕາມການລາຍງານໃຫ້ຮູ້ວ່າຮົ້ວກັ້ນຄວາມປອດໄພລົດໄຟໄດ້ຖືກລັກເປັນຄວາມຍາວກວ່າ 26 ແມັດ, ເຊິ່ງເປັນອັນຕະລາຍຕໍ່ການເດີນລົດໄຟ ແລະ ຊີວິດຜູ້ໂດຍສານເທິງລົດໄຟແລະ ຍັງເປັນການທຳລາຍຊັບສິນຂອງບ້ານເມືອງ.

ອ່ານເພີ່ມ...
error: Content is protected !!