ໃນວັນທີ 23 ຕຸລາ 2024, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອິວຮາມ ເຮດາ ອັກລື ອາລີເຢບ (H.E. Mr. Ilham Heydar oglu Aliyev), ປະທານາທິບໍດີ
ບ້ານເມືອງ
ຄວາມຄືບໜ້າໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງ ສີໄຄ-ສີເກີດ
ການປັບປຸງ ແລະ ສ້ອມແປງເສັ້ນທາງ 13 ເໜືອ ແຕ່ເສັ້ນທາງເຂດບ້ານສີໄຄ, ເມືອງສີໂຄດຕະບອງ ຫາ ເຂດບ້ານສີເກີດ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ. ມາຮອດປັດຈຸບັນມີຄວາມຄືບໜ້າແລ້ວ 66%, ຄາດວ່າຈະສ້າງໃຫ້ສຳເລັດຕາມແຜນການໃນເດືອນມີນາ 2025. ຂະນະທີ່ການປະຕິບັດບາງໜ້າວຽກຍັງພົບຄວາມຫຍຸ້ງຍາກ ເຮັດໃຫ້ດຳເນີນໂຄງການຫຼ້າຊ້າ ເປັນຕົ້ນມີລົດບັນທຸກໜັກ ແລະ ລົດປະເພດຕ່າງໆແລ່ນສວນທາງຜ່ານໄປມາຈຳນວນຫຼາຍ ເຮັດໃຫ້ກີດຂວາງດຳເນີນການກໍ່ສ້າງ ພ້ອມການຍົກຍ້າຍລະບົບສາທາລະນຸປະໂພກຕ່າງໆ ແລະ ອື່ນໆ.
ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອປັບປຸງສະໜາມບິນສາກົນວັດໄຕ
ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ຫາກໍ່ຜ່ານມາເມື່ອບໍ່ດົນມານີ້, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາໂຄງການຊ່ວຍ ເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງສະໜາມບິນສາກົນວັດໄຕ (The Project for the Improvement of Vientiane International Airport) ມູນຄ່າ 2 ຕື້
ງານບຸນຊ່ວງເຮືອປະເພນີປະຈໍາປີ 2024 ຂອງແຂວງວຽງຈັນ
ງານບຸນຊ່ວງເຮືອປະເພນີປະຈໍາປີ 2024 ຂອງແຂວງວຽງຈັນ ຈະໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 3 ພະຈິກ (11) 2024, ກົງກັບວັນອາທິດ, ຂຶ້ນ 3 ຄໍ່າ, ເດືອນ 12 ພສ 2567 ຊຶ່ງອົງການປົກຄອງແຂວງວຽງຈັນ, ເມືອງທຸລະຄົມ ແລະ ບໍລິສັດ ນໍ້າເພັດຈະເລີນຊັບ ຈໍາກັດຜູ້ດຽວ ໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນຢູ່ທີ່ທ່ານໍ້າງື່ມ ຄຸ້ມນໍ້າພະນາຍ,
ປະກາດລາຍຊື່ 23 ນັກກິລາ ທີມຊາດລາວ U17 ລຸຍການແຂ່ງຂັນຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ 2025
ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ພາຍໃຕ້ການຄຸມທີມຂອງ ທ່ານ ກັນລະຍາ ສີສົມຫວັງ ແມ່ນໄດ້ນຳພານັກກິລາ ຝຶກຊ້ອມ ນັບຕັ້ງແຕ່ ວັນທີ 19 ສິງຫາ 2024 ເປັນຕົ້ນມາ ໂດຍໃນເບື້ອງຕົ້ນມີນັກກິລາ 35 ຄົນ ແລະ ສາມາດຄັດເລືືອກນັກກິລາ ໄດ້ 23 ຄົນ
ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)
ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1: ລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ການນໍາໃຊ້ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ທີ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ,
ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່
ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ໃນພິທີ,
ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ
ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອູ ມິນ ນອງ ລັດຖະມົນຕີ ກະຊວງແຮງງານ ແຫ່ງ ສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ
ອັດຕະປື ຍັງມີຄວາມຕ້ອງການແພດ-ໝໍເພິ່ມອີກ 339 ຄົນ
ອີງຕາມການລາຍງານຈາກ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ລາຍງານກ່ຽວກັບການຈັດສັນໂຄຕາລັດຖະກອນ ໃນປະຈຸບັນ ທົ່ວແຂວງມີຈໍານວນແພດ-ໝໍທັງໝົດ 514 ຄົນ, ເພື່ອໃຫ້ພຽງພໍ ແລະ ຮອງຮັບການບໍລິການໃຫ້ມີຄຸນນະພາບຕ້ອງບັນຈຸຕື່ມອີກຈໍານວນ 339 ຄົນ. ເຊິ່ງຄວາມຕ້ອງການບັນຈຸໃຫ້ພຽງພໍຕາມຕໍ່າແໜ່ງງານໃນແຕ່ລະຂັ້ນຄື: ພະແນກສາທາລະນະສຸກແຂວງ ມີ 63 ຄົນ, ຕ້ອງການບັນຈຸເພີ່ມ 21 ຄົນ, ໂຮງໝໍແຂວງ ມີ 119 ຄົນ,
ແຂວງບໍ່ແກ້ວ ທໍາລາຍຢາເສບຕິດຫຼາຍປະເພດ ລວມ 18,249 ກິໂລກຼາມ
ໃນວັນທີ 22 ຕຸລາ 2024 ທີ່ສະໝາມບິນເກົ່າ ແຂວງບໍ່ແກ້ວ ໄດ້ຈັດພິທີທໍາລາຍຢາເສບຕິດ ຈໍານວນ 16 ລາຍການ ໂດຍການເຂົ້າຂອງທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ມີການນໍາຂອງແຂວງ-ເມືອງ, ກອງບັນຊາການ ປກຊ-ປກສ, ນັກທຸລະກິດ, ອໍານາດການປົກຄອງບ້ານ, ນັກຮຽນ-ນັກສຶກສາເຂົ້າຮ່ວມ. ທ່ານ ພັທ ປັນຍາ ແສງວິຈິດ