ວັນທີ 2 ກັນຍາ 2022 ເຈົ້າໜ້າທີ່ ປກສ ແຂວງ ສະຫວັນນະເຂດ ໄດ້ລາຍງານວ່າ: ສາມາດຈັບຜູ້ກໍ່ເຫດໄດ້ ຖານແອບອ້າງເປັນເຈົ້າໜ້າທີ່ ແລະ ໄປຕົວະປະຊາຊົນ, ໂດຍມື້ເກີດເຫດ ໃນເວລາ 7 :15 ນາທີ ຂອງວັນອາທິດ ທີ 28 ສິງຫາ 2022 ມີຊາຍຜູ້ໜຶ່ງນຸ່ງເຄື່ອງແບບຕຳຫຼວດໄດ້ຍ່າງເຂົ້າມາທີ່ເຮືອນຂອງປະຊາຊົນ
ບ້ານເມືອງ
ໄຂສົກຮຽນໃໝ່ 2022-2023 ໃນທົ່ວປະເທດ
ພິທີໄຂສົກຮຽນໃໝ່ 2022-2023 ໃນທົ່ວປະເທດຢ່າງເປັນທາງການ ໄດ້ມີຂຶ້ນໃນວັນທີ 1 ກັນຍາ 2022 ຢູ່ສູນຂໍ້ມູນຂ່າວສານການສຶກສາ ແລະ ກິລາ ໂດຍການກ່າວໄຂພິທີຂອງທ່ານ ຮອງສາສະດາຈານ ດຣ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນໃນທົ່ວປະເທດເຂົ້າຮ່ວມ ໂດຍຜ່ານລະບົບທາງໄກ. ທ່ານ
ກະຊວງສາທາລະນະສຸກ ກະກຽມຄວາມພ້ອມຊ່ວຍເຫຼືອຟື້ນຟູສຸຂະພາບປະຊາຊົນພາຍຫຼັງນ້ຳຖ້ວມ
ໄພພິບັດທຳມະຊາດ ຫຼື ໄພນ້ຳຖ້ວມ ເປັນອີກໜຶ່ງປະກົດການທຳມະຊາດທີ່ເກີດຂຶ້ນໃນລະດູຝົນ ສ້າງຄວາມເສຍຫາຍຢ່າງມະຫາສານແກ່ຊັບສິນ, ຊີວິດ ແລະ ສຸຂະພາບຂອງປະຊາຊົນ ແລະ ຍັງເປັນເຫດການທີ່ບໍ່ມີໃຜປາຖະໜາຢາກໃຫ້ເກີດ, ດັ່ງນັ້ນ ຖ້າເກີດຂຶ້ນແລ້ວທຸກຄົນຕ້ອງຮັບມືໃຫ້ທັນ ແລະ ມີສ່ວນຮ່ວມໃນການປ້ອງກັນ, ກະກຽມຄວາມພ້ອມໃນການຊ່ວຍເຫຼືອດ້ານຕ່າງໆ ໂດຍສະເພາະການກະກຽມຄວາມພ້ອມຊ່ວຍເຫຼືອທາງດ້ານສຸຂະພາບຂອງປະຊາຊົນພາຍຫຼັງນ້ຳຖ້ວມ. ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ເມືອບໍ່ດົນມານີ້ວ່າ: ກະຊວງສາທາລະນະສຸກ ກໍເປັນໜຶ່ງໃນຄະນະກຳມະການຊ່ວຍເຫຼືອທາງດ້ານໄພພິບັດທຳມະຊາດ ຫຼື
ຄຳມ່ວນ ສືບຕໍ່ແກ້ໄຂບັນຫາໜີ້ສິນ ໂຄງການພື້ນຖານໂຄງລ່າງ
ແຫລ່ງຂ່າວຈາກ ແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ເພື່ອຮັບປະກັນການລົງທຶນຂອງລັດ ໃຫ້ມີປະສິດທິພາບປະສິດທິຜົນຂຶ້ນກວ່າເກົ່າ ແຂວງຄຳມ່ວນ ໄດ້ຈຳກັດໂຄງການລົງ ທຶນຂອງລັດທີ່ມີມູນຄ່າສູງ, ຜົນຕອບແທນທາງເສດຖະກິດໜ້ອຍ ແຕ່ການຈັດສັນທຶນໃສ່ແບບກະແຈກກະຈາຍ ທີ່ຈະພາໃຫ້ເກີດມີໜີ້ສິນໃໝ່ເພີ່ມຂຶ້ນ. ຂະນະທີ່ການແກ້ໄຂໜີ້ສິນໂຄງການພື້ນຖານໂຄງລ່າງ ຈ່າຍອານຸມັດ ປີ 2022 ແມ່ນ 53,15 ຕື້ກີບ ແກ້ໄຂໄດ້ທັງໝົດ 54 ໂຄງການ. ມາຮອດປັດຈຸບັນ, ໜີ້ຍັງຄ້າງຈຳນວນ
ເຈົ້ານະຄອນຫລວງພະບາງ ຊີ້ແຈງ 3 ສາເຫດທີ່ການຊ່ວງເຮືອປະຈຳປີ ພສ 2565 ບໍ່ມີການຊີງຊະນະເລີດ
ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫລວງພະບາງ ໄດ້ຊີ້ແຈງໃນຕອນແລງ ວັນທີ 31 ສິງຫາ 2022 ກ່ຽວກັບ ບັນຫາຫາງສຽງສັງຄົມ ຕໍ່ການຊ່ວງເຮືອປະຈຳປີ ພສ 2565 ໂອກາດບຸນຫໍ່ເຂົ້າປະດັບ ດິນ ຊ່ວງເຮືອເດືອນ 9 ທີ່ບໍ່ມີການແຂ່ງຂັນໃນຮອບຊີງຊະນະເລີດ
ຈະລາຈອນ ນວ ຈະສຸມໃສ່ລະບາຍການສັນຈອນແອອັດ 212 ຈຸດ ໃນມື້ເປີດສົກຮຽນໃໝ່
ເພື່ອຮັບມືໃນໄລຍະເປີດສົກຮຽນໃໝ່ ວັນທີ 1 ກັນຍາ 2022 ໃຫ້ການສັນຈອນມີຄວາມຄ່ອງຕົວ, ຫຼຸດຜ່ອນຄວາມແອອັດສັບສົນໃນທ້ອງຖະໜົນ ເວົ້າສະເພາະຕາມຈຸດສາມແຍກ, ສີ່ແຍກ,ວົງວຽນ,ເຂດສຳນັກງານຫ້ອງການ ແລະ ຊຸມຊົນຄົນຫຼາຍ ຫຼື ນັກຂັບຂີ່ຜູ້ໃຊ້ລົດໃຊ້ຖະໜົນໄປສົ່ງບຸດຫຼານຂອງຕົນເຂົ້າໂຮງຮຽນ. ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ນວ ຈຶ່ງມີການຮອງຮັບ ສົມທົບກັບກອງຮ້ອຍຕຳຫຼວດຈະລາຈອນບັນດາເມືອງກຳນົດຈຸດສັບສົນແອອັດ ແລະ ບັນຈຸກຳລັງໃສ່ເພື່ອລະບາຍການສັນຈອນ ອຳນວຍຄວາມສະດວກຄ່ອງຕົວໃນການສັນຈອນ. ຂໍ້ມູນ-ຮູບພາບ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ
ຫຼາຍພາກສ່ວນເຂົ້າຊ່ວຍເຫຼືອເບື້ອງຕົ້ນ ແກ່ບັນດາບ້ານທີ່ຖືຜົນກະທົບຈາກໄພນ້ຳຖ້ວມ
ຈາກສະພາບໄພນ້ຳຖ້ວມ ຢູ່ 4 ເມືອງ ແຂວງ ອຸດົມໄຊ ຄື: ເມືອງ ໄຊ, ເມືອງງາ, ເມືອງຫລາ ແລະ ເມືອງນາໝໍ້ ໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນເປັນຈຳນວນຫລວງຫລາຍ. ຕໍ່ກັບສະພາບການດັ່ງກ່າວ ຄະນະພັກ, ຄະນະນຳແຂວງອຸດົມໄຊ ກໍໄດ້ເອົາໃຈໃສ່ ປຸກລະດົມຫລາຍພາກສ່ວນເຂົ້າຊ່ວຍເຫລືອໃນເບື້ອງຕົ້ນ. ມາວັນທີ 27-28 ສິງຫານີ້
ສົ່ງມອບຄືນລົດຂອງລັດ ໃຫ້ ຫສນຍ ຕາມດຳລັດ 599/ລບ
ໃນວັນທີ 30 ສິງຫາ ຜ່ານມາ ທີ່ຫ້ອງວ່າການສູນກາງພັກ ໄດ້ຈັດພິທີສົ່ງມອບຄືນລົດຂອງລັດ ໂດຍມີກົມບໍລິຫານ ຫ້ອງວ່າການສູນກາງພັກ, ຫົວໜ້າກົມບໍລິຫານພິທີການ ແລະ ການເງິນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ແລະ ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ເຂົ້າຮ່ວມ, ໃນພິທີດັ່ງກ່າວ ໄດ້ມີການຖອນລົດຮັບໃຊ້ຂອງການນໍາຂັ້ນສູງ ທີ່ໄດ້ປະກອບໃຫ້ໃນໄລຍະຜ່ານມາ ຊຶ່ງບໍ່ສອດຄ່ອງກັບດຳລັດ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ,
ເກີດເຫດ ລົດຟໍຈຸນເນີ ຕົກລົງຮ່ອງໄກ່ແກ້ວ
ວັນທີ 31 ສິງຫາ 2022 ນີ້, ເວລາປະມານ 9 ໂມງ ມີຜູ້ໃຊ້ເຟສບຸກຄົນຫນຶ່ງຊື່ວ່າ Anouphon Phomhacsarໄດ້ໂພສເຖິງລົດຄັນໜຶ່ງ ທີ່ໄດ້ຕົກລົງຮ່ອງໄກ່ແກ້ວ ເມືອງ ຈັນທະບູລີ, ນະຄອນຫລວງ ວຽງຈັນ. ໃນຂະນະນີ້ເຈົ້າໜ້າທີ່ກຳລັງກວດສອບຫາສາເຫດ ແລະ ຊ່ວຍເຫຼືອເອົາລົດຂຶ້ນມາ (ຍັງບໍ່ມີລາຍງາຍຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ). ຂໍໃຫ້ປອດໄພ Cr.
ແຂວງ ອຸດົມໄຊ ປະມູນພາຫະນະທີ່ສານຕັດສິນຮີບເປັນຂອງລັດ
ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ຄະນະກຳມະການຮັບຜິດຊອບການປະມູນ ຈັດພິທີເປີດຊອງປະມູນຂາຍພາຫະນະທີ່ສານຕັດສິນຮິບເປັນຂອງລັດ ໃນວັນທີ 30 ສິງຫາ 2022 ຟດຍປະຕິບັດຕາມກົດໝາຍ ວ່າດ້ວຍຊັບສິນຂອງລັດ, ແຈ້ງການປະມູນຂອງພະແນກການເງິນແຂວງອຸດົມໄຊ ໃນການປະມູນລົດທີ່ສານຕັດສິນຮິບເປັນຂອງລັດ ເຊິ່ງມີທັງໝົດ 19 ຄັນ, ໃນນັ້ນ ມີລົດໃຫຍ່ 4 ຄັນ ແລະ ລົດຈັກ 15