ພະແນກສຶກສາທິການ ແລະ ກິລາ, ແຂວງ ຫຼວງພະບາງ ອອກໜັງສືແຈ້ງການ ເລກທີ 1720/ສກຂ, ຫຼບ, ລົງວັນທີ 15 ສິງຫາ 2022 ເຖິງຫົວໜ້າຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 11 ເມືອງ/ນະຄອນຫຼວງພະບາງ ແລະຜູ້ອຳນວຍການໂຮງຮຽນ ອ້ອມຂ້າງພະແນກສຶກສາທິການ ແລະ ກິລາແຂວງ ເລື່ອງເກັບເງິນຄໍາທໍານຽມ ແລະ
ບ້ານເມືອງ
ເຈົ້າໜ້າທີ່ພາສີ ປະຈຳແຂວງ ຊຽງຂວາງ ຍຶດສານເຄມີ ປະເພດຝຸ່ນຂາວນໍາເຂົ້າຜ່ານດ່ານສາກົນນໍ້າກັ່ນ 11,550 ກິໂລກຣາມ
ເຈົ້າໜ້າທີ່ພາສີປະຈໍາ ແຂວງ ຊຽງຂວາງ ກໍຄືເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນນໍ້າກັ່ນທີ່ໄດ້ເອົາ ໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ຖືກມອບໝາຍຢ່າງເຂັ້ມງວດ ແລະ ສາມາດຢຶດໄດ້ສານເຄມີ ຂັ້ນຕົ້ນປະເພດຝຸ່ນສີຂາວຈໍານວນ 231 ເປົ້າລວມນໍ້າໜັກທັງໝົດ 11,550 ກິໂລກຣາມ ແລະ ຜ້າເຜີດເດັກນ້ອຍ ຈໍານວນ 10 ແກັດ, ພ້ອມທັງໄດ້ດຳເນີນການມອບ–ຮັບຂອງກາງດັ່ງກ່າວໃຫ້ເຈົ້າໜ້າທີ່ຕໍາຫຼວດ ປກສ ແຂວງ ຊຽງຂວາງ ດໍາເນີນ ຄະດີຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ. ອີງຕາມການລາຍງານຂອງພາສີ ປະຈຳແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ໂດຍອີງຕາມການລາຍງານຂອງດ່ານພາສີສາກົນນໍ້າກັ່ນ ສະບັບເລກທີ 0325/ດນກ, ລົງວັນທີ 07 ກັນຍາ 2022 ເຫັນມີການແຈ້ງເສຍພາສີນຳເຂົ້າສິນຄ້າເຄື່ອງຂອງ, ຜ່ານການຮັບແຈ້ງ ແລະ ກວດກາສິນຄ້າຕົວຈິງພົບເຫັນສິນຄ້າປະເພດເກືອດຫ້າມ, ເຈົ້າໜ້າທີ່ພາສີປະຈໍາດ່ານກໍ່ໄດ້ປະຕິບັດຂັ້ນຕອນການແຈ້ງ ແລະ ຂັ້ນຕອນຂອງການກວດກາ. ຜ່ານການກວດກາສິນຄ້າຕົວຈິງເຫັນວ່າການແຈ້ງຊະນິດ ແລະ ຈຳນວນນໍ້າໜັກບໍ່ຖືກຕ້ອງ, ຫີບຫໍ່ສິນຄ້າບໍ່ມີເຄື່ອງໝາຍການຄ້າ, ບໍ່ລະບຸວັນ–ເດືອນ–ປີຜະລິດ,ເອກະສານປະກອບການແຈ້ງບໍ່ຄົບຖ້ວນຖືກຕ້ອງຕາມກົດໝາຍວ່າດ້ວຍພາສີກຳນົດໄວ້, ຈຶ່ງໄດ້ກວດກາຕົວຈິງຢ່າງລະອຽດພົບເຫັນເຫັນເປົາບັນຈຸແປ້ງຝຸ່ນສີຂາວຜິດປົກກະຕິ, ຈຶ່ງໄດ້ນຳເອົາຕົວຢ່າງຈຳນວນ 2 ກິໂລກະຣາມມອບໃຫ້ເຈົ້າໜ້າທີ່ຢາເສບຕິດ ແລະ ເຈົ້າໜ້າທີ່ ປກສ ຂອງແຂວງຊຽງຂວາງເພື່ອນຳໄປວິໄຈ. ມາຮອດວັນທີ 6 ກັນຍາ 2022 ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຊຽງຂວາງ, ໄດ້ນຳເອົາໃບຢັ້ງຢືນຜົນການວິໄຈຂອງກົມຕຳຫຼວດຕິວິທະຍາ ກະຊວງປ້ອງກັນຄວາມສະຫງົບ, ມາແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານສາກົນນໍ້າກັ່ນເປັນສານເຄມີຂັ້ນຕົ້ນປະເພດຝຸ່ນສີຂາວຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ແລະ ພ້ອມດຽວກັນຕຳຫຼວດ ປກສ ແຂວງ, ໄດ້ສະເໜີວ່າຈະນໍາຕົວຜູ້ຖືກຫາທັງ 2 ຄົນ, ພ້ອມຂອງກາງ ແລະ ພາຫະນະທີ່ພົວພັນກັບຄະດີດັ່ງກ່າວໄປໄວ້ຢູ່ກອງບັນຊາການ ປກສ ແຂວງຊຽງຂວາງ. ສະນັ້ນ, ທາງເຈົ້າໜ້າທີ່ພາສີປະຈໍາດ່ານເຫັນວ່າຜູ້ຖືກຫາແມ່ນເຫັນດີໃຫ້ເອົາໄປຕາມການສະເໜີຂອງເຈົ້າໜ້າທີ່ ປກສ ແຂວງ, ສ່ວນສິນຄ້າທີ່ເປັນຂອງກາງ ແລະ ພາຫະນະເຈົ້າໜ້າທີ່ພາສີປະຈຳດ່ານດຳເນີນຂັ້ນຕອນເບື້ອງຕົ້ນຂອງການພົບເຫັນການລະເມີດກົດໝາຍວ່າດ້ວຍພາສີ, ພາຍຫຼັງສຳເລັດລາຍງານຕາມຂັ້ນຕອນ ແລະ ປະຕິບັດຕາມລະບຽບການກົດໝາຍກຳນົດ, ຈະດຳເນີນການມອບໃຫ້ເຈົ້າໜ້າທີ່ຕໍາຫຼລວດ ປກສ ແຂວງຊຽງຂວາງເພື່ອໄປດຳເນີນຄະຕິຕາມລະບຽບກົດໝາຍ.
ຍີ່ປຸ່ນ ມອບປ່ອງປາ ສະໜອງອາຫານທ່ຽງ ໃຫ້ໂຮງຮຽນປະຖົມ 1,400 ກວ່າແຫ່ງ ຢູ່ ລາວ
ເມື່ອບໍ່ດົນມານີ້, ທ່ານ ເຄນິຊິ ໂກບາຍາຊິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ລາວ ໄດ້ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ນຳເອົາຕູ້ອາຫານ(ປ໋ອງປາ) ຈໍານວນ 32 ຕູ້, ລວມມູນຄ່າປະມານ 3.6 ລ້ານໂດລາ ມາມອບໃຫ້ລັດຖະບານບານລາວ ເພື່ອເປັນອາຫານທ່ຽງ ໃຫ້ແກ່ນັກຮຽນໂຮງຮຽນປະຖົມ 132,450 ຄົນ, ໃນໂຮງຮຽນ 1,423 ແຫ່ງ ໃນທົ່ວປະເທດ,
ຜົນກອງປະຊຸມລັດຖະບານສະໄໝວິສາມັນ ປະຈໍາເດືອນ ກັນຍາ 2022
ກອງປະຊຸມລັດຖະບານ ສະໄໝວິສາມັນ ຈັດຂຶ້ນໃນວັນທີ 6-7 ກັນຍາ 2022 ຢູ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ. ທັງນີ້ ກໍເພື່ອສືບຕໍ່ຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫລັກການຂອງພັກ ໂດຍສະເພາະມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ
ສປປ ເກົາຫລີ ອອກກົດໝາຍ ພັດທະນາຊາດ ໃຫ້ງົດງາມ ແບບສັງຄົມນິຍົມ
ສຳນັກຂ່າວ ສູນກາງ ເກົາຫລີ(KCNA), ວັນທີ 8 ກັນຍານີ້, ສະພາ ປະຊາຊົນສູງສຸດແຫ່ງຊາດ ຂອງ ສປປ ເກົາຫລີ ໄດ້ຮັບຮອງ ກົດໝາຍ ວ່າດ້ວຍ ການປັບປຸງ ພູມສັນຖານ ແລະ ການພັດທະນາ ຊົນນະບົດ ຊຶ່ງຈະສ້າງ ຈຸດປ່ຽນແປງ ຄັ້ງສໍາຄັນ ໃຫ້ກັບ ການພັດທະນາຊຸມຊົນໃຫ້ຈະເລີນກ້າວໜ້າຢ່າງວ່ອງໄວຕາມແນວທາງ
ຄຳມ່ວນ ທົບທວນວຽກ ອະນຸລັກ-ຄຸ້ມຄອງພູຄັນນາເຮືອນອານານິຄົມ ແລະ ຮ່ອງຮອຍສົງຄາມທຳລາຍ
ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມທົບທວນຄືນວຽກງານອະນຸລັກ, ຄຸ້ມຄອງພູຄັນນາ, ເຮືອນອານານິຄົມ ແລະ ຮ່ອງຮອຍສົງຄາມທຳລາຍ ຢູ່ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ ວັນທີ 7 ກັນຍາ 2022 ໂດຍການເປັນປະທານຂອງ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ມີທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫລງຂ່າວ,
ປະຊາຊົນ 341 ຄອບຄົວ ໄດ້ຮັບເງິນ ຊົດເຊີຍຜົນກະທົບ ຈາກເຂື່ອນໄຟຟ້າ ນໍ້າຄານ 3
ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ວັນທີ 6 ກັນຍາ ນີ້, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ມອບເງິນຊົດເຊີຍຜົນກະທົບດ້ານຜົນລະປູກຈາກການກໍ່ສ້າງເຂື່ອນໄຟຟ້າ ນໍ້າຄານ 3 ໃຫ້ປະຊາຊົນ 341 ຄອບຄົວ ຢູ່ເມືອງຊຽງເງິນ ໂດຍມີ ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫລວງພະບາງ,
ເກີດອຸບັດເຫດ ລົດຂົນສົ່ງນໍ້າກ້ອນ ປີ້ນທັບລົດຈັກນັກຮຽນ ເສຍຊີວິດຄາທີ່ 2 ຄົນ
ຕອນເຊົ້າຂອງວັນທີ 8 ກັນຍາ 2022 ເກີດອຸບັດເຫດ ລົດຂົນສົ່ງນໍ້າກ້ອນ ປີ້ນທັບລົດຈັກນັກຮຽນ ພ້ອມຄົນຂັບ ແລະ ຄົນຊ້ອນ ຢູ່ເສັ້ນທາງເລກ10, ບ້ານ ໂນນສະອາດ, ເມືອງ ໄຊທານີ, ນະຄອນຫຼວງ ວຽງຈັນ ເຮັດໃຫ້ເດັກນ້ອຍນັກຮຽນ ເສຍຊີວິດຄາທີ່ 2 ຄົນ. ຮູບພາບ: K shop,
ສະໜາມບິນສາກົນບໍ່ແກ້ວ ຄາດວ່າຈະກໍ່ສ້າງສຳເລັດ ທ້າຍປີ 2022 ນີ້
ສະໜາມບິນສາກົນບໍ່ແກ້ວ (BOKEO INTERNATIONAL AIRPORT) ຕັ້ງຢູ່ເມືອງ ຕົ້ນເຜິ້ງ, ແຂວງ ບໍ່ແກ້ວ ຢູ່ໃກ້ກັບເຂດເສດຖະກິດພິເສດ ສາມຫຼ່ຽມຄຳ. ເຊິ່ງເປັນສະໜາມບິນລະດັບ 4C ຄວາມຍາວຂອງທາງແລ່ນແມ່ນມີຄວາມຍາວ 2,500 ແມັດ, ກວ້າງ 60 ແມັດ, ເຊິ່ງຍົນ BOEING 737-900ER ແລະ ຍົນຊະນິດອື່ນໆສາມາດຂຶ້ນ ແລະ
ເພີ່ມທະວີ ແກ້ໄຂບັນຫາ ໝາກປຸ່ມເປົ້າທີ່ມີແກັສຫົວ ໃນສະຖານທີ່ບັນເທີງ
ໃນໄລຍະຕົ້ນປີ 2022 ມານີ້, ຫມາກປຸມເປົ້າ ຫຼື ແກັສຫົວ ຫຼື ເອີ້ນອີກຢ່າງ ກໍຄື ປຸມເປົ້າທີ່ມີທາດນາຍ ໂຕຣອ໋ອກຊາຍ ກາຍເປັນສິ່ງທີ່ນິຍົມຂອງນັກທ່ອງທ່ຽວ ໂດຍສະເພາະໄວຫນຸ່ມໃນຍາມກາງຄືນ, ເຊິ່ງຈະມັກ ພົບເຫັນຢູ່ຕາມທຸລະກິດບັນເທີງ ເຊັ່ນ: ຮ້ານອາຫານ, ຮ້ານກິນດື່ມ, ພັບ ແລະ ບາຕ່າງໆໃນຂອບເຂດທົ່ວ ປະເທດ; ເຊິ່ງທຸລະກິດເຫຼົ່ານັ້ນ ໄດ້ຂາຍຫມາກປຸມເປົ້າທີ່ບັນຈຸແກັສຫົວນີ້ຢ່າງແຜ່ຫຼາຍ