ບຸນອອກພັນສາປະວໍຣະນາ ຢູ່ ນະຄອນຫລວງພະບາງ ປີນີ້ ຈະຈັດເຕັມຮູບແບບອີກຄັ້ງ

ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ເພື່ອປະຕິບັດຕາມຮີດ ຄອງປະເພນີອັນດີງາມຂອງຊາວຫລວງພະບາງ ເມືອງມໍລະດົກໂລກ ແລະ ແຈ້ງການຂອງຫ້ອງວ່າການແຂວງຫລວງພະບາງ ກ່ຽວກັບການສະເຫລີມສະຫລອງ ບຸນປະເພນີອອກພັນສາປະວໍລະນາ ທີ່ຫລວງພະບາງ ປະຈໍາປີ ພສ 2565 ຄສ 2022. ອົງການປົກຄອງນະຄອນ ຫລວງພະບາງ ຈະໄດ້ຈັດງານບຸນໃນລັກສະນະເຕັມຮູບແບບ ຖືກຕ້ອງຕາມຮີດ ຄອງປະເພນີທຸກປະການ ເນື່ອງຈາກໃນໄລຍະສອງປີທີ່ຜ່ານມາ ຍ້ອນສະພາບການລະບາດຂອງພະຍາດໂຄວິດ-19

ອ່ານເພີ່ມ...

ພາຍຸໄຕ້ຝຸ່ນ Noru ກຳລັງຈະເຂົ້າມາ ລາວ

ພາຍຸໄຕ້ຝຸ່ນ Noru​ ອອກຈາກ ປະເທດ​ ຟິລິປິນ​ ແລ້ວເຊິ່ງສ້າງຄວາມເສຍຫາຍ ຢ່າງໃຫຍ່ຫຼວງ ທັງນໍ້າຖ້ວມ ລົມແຮງ ດິນເຈື່ອນ, ປັດຈຸບັນ ພາຍຸ ລູກດັ່ງກ່າວ ກໍາລັງມຸ່ງຫນ້າ ມາທາງ ປະເທດ​ ຫວຽດນາມ ແລະ ສປປ ລາວ, ຄາດວ່າ ຈະຂຶ້ນຝັ່ງ ປະເທດ​ ຫວຽດນາມ

ອ່ານເພີ່ມ...

ຍີ່ປຸ່ນ ປະກາດເປີດປະເທດຢ່າງເຕັມຮູບແບບ ຕັ້ງແຕ່ວັນ​ທີ 11 ຕຸລາ ນີ້

ຕາມ​ຂ່າວ​ຈາກ​ ໂຕ​ກຽວ​,ວັນ​ທີ 23 ​ກັນຍາ​ນີ້, ຍີ່ປຸ່ນ​ ຈະ​ຍົກ​ເລີກ​ມາດ​ຕະການ​ຄວບ​ຄຸມ​ເຂດ​ຊາຍ​ແດນ​ແຕ່​ວັນ​ທີ 11ຕຸລາ​ນີ້​ເປັນ​ຕົ້ນ​ໄປ​ ແລະ ​ກັບ​ຄືນ​ສູ່​ການ​ເປີດ​​ແບບ​ບໍ່​ເສຍ​ຄ່າ ​ວີ​ຊ່າ ​ໃຫ້​ແກ່ 68 ປະ​ເທດ ​ແລະ ​ເຂດ​ແຄ້ວນ​ຈາກ​ທົ່ວ​ໂລກລວມທັງ ປະເທດ ໄທ ​ເພື່ອ​ຟື້ນ​ຟູ​ອຸດສາຫະກຳ ທ່ອງທ່ຽວ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ການ​ລະບາດ​ຂອງ​ພະຍາດ ​ໂຄ​ວິດ-19. ພາຍຫລັງ ທ່ານ ຟູ​ມິ​ໂອະ ຄີ​ຊິ​ດະ,ນາຍົກ

ອ່ານເພີ່ມ...

ແຈ້ງເຕືອນ ພາຍຸດີເປຼຊັນ ໃນວັນທີ 25 ຫາ 28 ກັນຍາ 2022

ໃນຕອນເຊົ້າຂອງວັນທີ 23 ກັນຍາ 2022 ພາຍຸດີເປຼຊັນ ໄດ້ກໍໂຕຢູ່ເຂດມະຫາສະມຸດປາຊີຟິກ ຊຶ່ງໃກ້. ພາກເຫນືອດ້ານຕາເວັນອອກຂອງປະເທດຟິລິບປິນ ແລະ ມີທ່າອ່ຽງເພີ່ມກໍາລັງແຮງຂື້ນກາຍເປັນພາຍຸຫມຸນເຂດຮ້ອນ ໂນລູ (Noru) ຫົວທີ່ 16 ໃນໄລຍະວັນທີ 24 ກັນຍາ 2022 ນີ້, ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຜ່ານພາກເຫນືອຂອງ ປະເທດຟິລິບປິນ ໃນວັນທີ 25 ກັນຍາ

ອ່ານເພີ່ມ...

ເມືອງ ນ້ຳບາກ ກຽມຄວາມພ້ອມຈັດງານເທດສະການໝາກກ້ຽງປະຈຳປີ 2022

ວັນທີ 21 ກັນຍາຜ່ານມານີ້, ທີ່ສະໂມສອນເມືອງ ນໍ້າບາກ, ແຂວງ ຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມຄວາມພ້ອມໃນການຈັດງານ ເທດສະການໝາກກ້ຽງນ້ຳບາກປະຈຳປີ 2022 ໂດຍເປັນປະທານຂອງ ທ່ານ ບຸນທັນ ຈັນທະສັກ ຮອງເຈົ້າເມືອງນ້ຳບາກ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານທີ່ຮັບຜິດຊອບ ພ້ອມດວ້ຍອົງການປົກຄອງ 14 ບ້ານທີ່ກ່ຽວຂອງ ເຂົ້າຮ່ວມ. ພີທີ ທ່ານ ວັນແພງ

ອ່ານເພີ່ມ...

EMA ເຕືອນ EU ຮັບມືກັບພະຍາດ ໂຄວິດ-19 ຮອບໃໝ່

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 21 ກັນຍາທີ່ຜ່ານມານີ້, ອົງການການຢາ ຢູໂຣບ (EMA) ຊຶ່ງເປັນໜ່ວຍງານດ້ານສາທາລະນະສຸກຂອງສະຫະພາບ ຢູໂຣບ (EU) ໄດ້ເປີດເຜີຍວ່າ ເຖິງແມ່ນວ່າ ຈຳນວນຜູ້ຕິດເຊື້ອພະຍາດ ໂຄວິດ-19 ໃນ ຢູໂຣບ  ປັບຕົວຫຼຸດລົງ ແຕ່ການແຜ່ລະບາດໃຫຍ່ຍັງບໍ່ທັນສິ້ນສຸດ ພ້ອມທັງກ່າວເຕືອນໃຫ້ປະເທດຕ່າງໆກຽມຮັບມືກັບການແຜ່ລະບາດຮອບໃໝ່. ທ່ານ ມາໂກ ຄາວາເລຣີ ຫົວໜ້າຝ່າຍການປ້ອງກັນສຸຂະພາບ ແລະ

ອ່ານເພີ່ມ...

ແຂວງ ອຸດົມໄຊ ຫາລືການຟື້ນຟູຜົນກະທົບ ຈາກໄພນ້ຳຖ້ວມ ຢູ່ 3 ເມືອງ

ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ແຂວງອຸດົມໄຊ ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການຟື້ນຟູຜົນກະທົບ ຈາກໄພພິບັດນໍ້າຖ້ວມ 3 ເມືອງຄື: ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້ ໃນວັນທີ 22 ກັນຍາ 2022 ໂດຍການເປັນປະທານຂອງທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ, ມີຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ,

ອ່ານເພີ່ມ...

ລົງຕິດຕາມໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V

ໃນວັນທີ 21 ກັນຍາ ນີ້, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຄະນະກໍາມະການຊີ້ນໍາລວມ ພິທີວາງສີລາລືກເປີດການກໍ່ສ້າງໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ພ້ອມຄະນະ ລົງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງຂົວດັ່ງກ່າວ ທີ່ແຂວງບໍລິຄໍາໄຊ ເພື່ອກະກຽມໃຫ້ແກ່ພິທີວາງສີລາລຶກໂຄງການດັ່ງກ່າວ ທີ່ຈະມີຂຶ້ນໃນມໍ່ໆນີ້. ທ່ານ ລິດຕາ ຂັດທິຍະ ຫົວໜ້າກົມຂົວທາງ, ກະຊວງໂຍທາທິການ

ອ່ານເພີ່ມ...

ເກີດເຫດຟ້າຜ່າງົວຂອງປະຊາຊົນທີ່ ແຂວງ ອຸດົມໄຊ  26 ໂຕເສຍຫາຍເກືອບ 200,000,000 ກີບ

ເນື່ອງຈາກຝົນຕົກຫນັກ ລົມພັດແຮງໃນຄໍ່າຄືນຂອງວັນທີ 20 ກັນຍາ 2022 ຜ່ານມານີ້ ຢູ່ທີ່ບ້ານ ຫ້ວຍງ້ວນ, ເມືອງ ງາ, ແຂວງ ອຸດົມໄຊ ໄດ້ເກີດເຫດມີຟ້າຜ່າງົວຂອງປະຊາຊົນຕາຍຈໍານວນ 26 ໂຕ ເຊິ່ງຄາດວ່າໄດ້ສ້າງຄວາມເສຍຫາຍເກືອບ 200,000,000 ລ້ານກີບ, ອີງຕາມການໃຫ້ຂໍ້ມູນເບິ່ງຕົ້ນຂອງທ່ານ ບຸນແພງ ເຊຍເຍລີ ຫົວຫນ້າຫນ່ວຍງານລ້ຽງສັດ ຫ້ອງການກະສິກຳແລະປ່າໄມ້ເມືອງໃຫ້ຮູ້ວ່າ ງົວດັ່ງກ່າວແມ່ນງົວຂອງທ້າວ

ອ່ານເພີ່ມ...

ລັດຖະບານ ໄຂກອງປະຊຸມສະໄໝສາມັນປະຈໍາ ເດືອນ ກັນຍາ 2022

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກັນຍາ 2022 ໄດ້ດໍາເນີນເປັນເວລາ 2 ວັນ ເລີ່ມແຕ່ຕອນເຊົ້າວັນທີ 22-23 ກັນຍາ 2022 ທີ່ສຳນັກງານນາຍົກລັດ ຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງເຂົ້າຮ່ວມ. ສໍາລັບເນື້ອໃນຂອງກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນສຸມໃສ່ປຶກສາຫາລື, ຄົ້ນຄວ້າ

ອ່ານເພີ່ມ...
error: Content is protected !!