ສຳເລັດເດືອນກັນຍາ 2025 ເຂດພູ 9 ຫຼັກ ກາສີ-ເມືອງນານ

ມາຮອດປັດຈຸບັນ, ໂຄງການສ້ອມແປງທາງສຸກເສີນປູເບຕົງເຂດພູ 9 ຫຼັກ ກາສີ-ເມືອງນານ ສໍາເລັດແລ້ວ 58,58% ພາຍຫຼັງເລີ່ມລົງມືສ້ອມແປງຢ່າງເປັນທາງການແຕ່ວັນທີ 10 ພຶດສະພາ 2022 ເປັນຕົ້ນມາ. ທ່ານ ສົມໃຈ ຊາພັກດີ, ຫົວໜ້າໂຄງການສ້ອມແປງທາງສຸກເສີນປູເບຕົງເຂດ ພູ 9 ຫລັກ ກາສີ-ເມືອງນານ ໃຫ້ສໍາພາດຕໍ່ລາຍການຮອບບ້ານຜ່ານເມືອງຂອງວິທະຍຸ ກະຈາຍສຽງແຫ່ງ ຊາດລາວໃນວັນທີ 25

ອ່ານເພີ່ມ...

ເຈົ້າໜ້າທີ່ເມືອງຫົງສາ ສຶກສາອົບຮົມ ກຸ່ມແກ້ງຂີ່ລົດກວນເມືອງ-ດັດແປງເຕັກນິກລົດ

ໃນຕອນເຊົ້າຂອງວັນທີ 23 ຕຸລາ 2024, ຢູ່ທີ່ກອງບັນຊາການປກສເມືອງຫົງສາ, ໄດ້ສຶກສາອົບຮົມ, ກ່າວເຕືອນ ແລະ ເຮັດບົດບັນທຶກ ກັບກຸ່ມແກ້ງຂັບຂີ່ລົດໄວກວນເມືອງ ແລະ ດັດແປງສະພາບເຕັກນິກລົດ, ໂດຍການຂົ້າຮ່ວມຂອງ ທ່ານ ພັທ ລຳແພນ ຫອມເພັດ ຮອງຫົວຫນ້າກອງບັນຊາການປກສ ເມືອງຫົງສາ, ມີຕາງໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ອຳນວຍການໂຮງຮຽນ, ຜູ້ປົກຄອງພ້ອມດ້ວຍຜູ້ຂັບຂີ່ລະເມີດກົດລະບຽບຈະລາຈອນ

ອ່ານເພີ່ມ...

ລັດຖະບານເລັ່ງຄົ້ນຄວ້າ ເພີ່ມເງິນເດືອນລັດຖະກອນ ໂຄຕ້າລັດຖະກອນ ປີ 2025 ມາດຕະການແກ້ໄຂລົດເຖື່ອນ

ໃນຕອນແລງວັນທີ 24 ຕຸລາ 2024, ທ່ານ ສອນໄຊ ສິດພະໄຊ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະ ມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນຕຸລາ 2024 ໃຫ້ຮູ້ວ່າ: ກອງປະຊຸມໄດ້ໄຂຂຶ້ນ ໃນຕອນເຊົ້າວັນທີ 23 ແລະ ອັດລົງ ໃນຕອນບ່າຍ ວັນທີ

ອ່ານເພີ່ມ...

ອຸຕຸແຈ້ງເຕືອນໄພ ພາຍຸໝຸນເຂດຮ້ອນທຣາມິ ວັນທີ 26-30 ຕຸລາ 2024

ອີງຕາມແຈ້ງການຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກົມອຸຕຸນິຍົມ ແລະ ອຸທົກກະສາດ ລົງເມືອວັນທີ 25 ຕຸລາ 2024 ແຈ້ງເຕືອນໄພພາຍຸໝຸນເຂດຮ້ດອນ ທຣາມິ (Trami) ໃນລະຫວ່າງວັນທີ 26-30 ຕຸລາ 2024 (ສາມາດອ່ານເພິ່ມເຕີມລຸ່ມນີ້)

ອ່ານເພີ່ມ...

ປະທານປະເທດ ເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມປະເທດ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວາລາດີເມຍ ປູຕິນ ປະທານນາທິບໍດີ ແຫ່ງ ສ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກຳລັງພັດທະນາໃນເຂດໂລກໃຕ້ ຫລື BRICS Plus/Outreach

ອ່ານເພີ່ມ...

ພົບປະສອງຝ່າຍ ປະທານປະເທດລາວ-ປະທານາທິບໍດີ ອາແຊັກໄບຊານ ທີ່ຣັດເຊຍ

ໃນວັນທີ 23 ຕຸລາ 2024, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອິວຮາມ ເຮດາ ອັກລື ອາລີເຢບ (H.E. Mr. Ilham Heydar oglu Aliyev), ປະທານາທິບໍດີ

ອ່ານເພີ່ມ...

ຄວາມຄືບໜ້າໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງ ສີໄຄ-ສີເກີດ

ການປັບປຸງ ແລະ ສ້ອມແປງເສັ້ນທາງ 13 ເໜືອ ແຕ່ເສັ້ນທາງເຂດບ້ານສີໄຄ, ເມືອງສີໂຄດຕະບອງ ຫາ ເຂດບ້ານສີເກີດ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ. ມາຮອດປັດຈຸບັນມີຄວາມຄືບໜ້າແລ້ວ 66%, ຄາດວ່າຈະສ້າງໃຫ້ສຳເລັດຕາມແຜນການໃນເດືອນມີນາ 2025. ຂະນະທີ່ການປະຕິບັດບາງໜ້າວຽກຍັງພົບຄວາມຫຍຸ້ງຍາກ ເຮັດໃຫ້ດຳເນີນໂຄງການຫຼ້າຊ້າ ເປັນຕົ້ນມີລົດບັນທຸກໜັກ ແລະ ລົດປະເພດຕ່າງໆແລ່ນສວນທາງຜ່ານໄປມາຈຳນວນຫຼາຍ ເຮັດໃຫ້ກີດຂວາງດຳເນີນການກໍ່ສ້າງ ພ້ອມການຍົກຍ້າຍລະບົບສາທາລະນຸປະໂພກຕ່າງໆ ແລະ ອື່ນໆ.

ອ່ານເພີ່ມ...

ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອປັບປຸງສະໜາມບິນສາກົນວັດໄຕ

ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ຫາກໍ່ຜ່ານມາເມື່ອບໍ່ດົນມານີ້, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາໂຄງການຊ່ວຍ ເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງສະໜາມບິນສາກົນວັດໄຕ (The Project for the Improvement of Vientiane International Airport) ມູນຄ່າ 2 ຕື້

ອ່ານເພີ່ມ...

ງານບຸນຊ່ວງເຮືອປະເພນີປະຈໍາປີ 2024 ຂອງແຂວງວຽງຈັນ

ງານບຸນຊ່ວງເຮືອປະເພນີປະຈໍາປີ 2024 ຂອງແຂວງວຽງຈັນ ຈະໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 3 ພະຈິກ (11) 2024, ກົງກັບວັນອາທິດ, ຂຶ້ນ 3 ຄໍ່າ, ເດືອນ 12 ພສ 2567 ຊຶ່ງອົງການປົກຄອງແຂວງວຽງຈັນ, ເມືອງທຸລະຄົມ ແລະ ບໍລິສັດ ນໍ້າເພັດຈະເລີນຊັບ ຈໍາກັດຜູ້ດຽວ ໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນຢູ່ທີ່ທ່ານໍ້າງື່ມ ຄຸ້ມນໍ້າພະນາຍ,

ອ່ານເພີ່ມ...

ປະກາດລາຍຊື່ 23 ນັກກິລາ ທີມຊາດລາວ U17 ລຸຍການແຂ່ງຂັນຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກ 2025

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີ ພາຍໃຕ້ການຄຸມທີມຂອງ ທ່ານ ກັນລະຍາ ສີສົມຫວັງ ແມ່ນໄດ້ນຳພານັກກິລາ ຝຶກຊ້ອມ ນັບຕັ້ງແຕ່ ວັນທີ 19 ສິງຫາ 2024 ເປັນຕົ້ນມາ ໂດຍໃນເບື້ອງຕົ້ນມີນັກກິລາ 35 ຄົນ ແລະ ສາມາດຄັດເລືືອກນັກກິລາ ໄດ້ 23 ຄົນ

ອ່ານເພີ່ມ...
error: Content is protected !!