ວາງຖັງຂີ້ເຫຍື້ອ 300 ຖັງ ເພື່ອອຳນວຍຄວາມສະດວກໃນການຖີ້ມຂີ້ເຫຍື້ອຢູ່ບຸນພະທາດຫຼວງ

ອີງຕາມຂໍ້ມູນຈາກຄະນະຮັບຜິດຊອບວຽກພາກສະໜາມໃນການອະນາໄມເກັບມ້ຽນ-ຂົນສົ່ງຂີ້ເຫຍື້ອຢູ່ບຸນນະມັດສະການພະທາດຫຼວງ ປະຈໍາປີ 2024 ໃຫ້ຮູ້ວ່າ: ພາກສ່ວນກ່ຽວຂ້ອງໄດ້ນຳເອົາຖັງຂີ້ເຫຍື້ອມາວາງໄວ້ບໍລິການຖີ້ມຂີ້ເຫຼື້ຍອຫຼາຍກວ່າ 300 ຖັງມີ 75 ຈຸດ ພິເສດປີນີ້ ມີປຸ່ມເປົ້າສີຂາວຫ້ອຍຢູ່ຖັງເພື່ອອຳນວຍຄວາມສະດວກໃນການຖີ້ມຂີ້ເຫຍື້ອ, ລວມເຖີງໄດ້ນຳໃຊ້ແຮງງານອະນາໄມເດີນພະທາດຫຼວງຈຳນວນ 250 ຄົນເພື່ອຮັກສາເດີນພະທາດຫຼວງໃຫ້ມີຄວາມຈົບງາມ. ນອກຈາກນີ້, ບໍລິສັດ ສະມໍບີ້ ທີ່ປຶກສາດ້ານການລົງທຶນ ໃນນາມໄດ້ຮັບໜ້າທີ່ດ້ານການຮັກສາຄວາມສະອາດຈົບງາມໄດ້ຍົກລະດັບຄວາມເອົາໃຈໃສ່ຕື່ມ ເພື່ອເຮັດແນວໃດໃຫ້ງານບຸນນະມັດສະການພະທາດຫຼວງປີນີ້ ມີສິ່ງແວດ ລ້ອມສົດໃສ, ສະ ອາດ,

ອ່ານເພີ່ມ...

ອົງໃຫຍ່ທີ່ສຸດໃນລາວ ຮູບປັ້ນ ພຣະຣາຊະຄູຫຼວງໂພນຊະເມັກ

ພຣະຣາຊະຄູຫຼວງໂພນຊະເມັກ (ພຣະຄູຂີ້ຫອມ) ອົງໃຫຍ່ທີ່ສຸດໃນລາວ ທີ່ ວັດພຣະທາດລູກກະຕັນຍູ, ບ້ານຄອນໄຫຼ, ນະຄອນປາກເຊ, ແຂວງຈຳປາສັກ

ອ່ານເພີ່ມ...

ກັກຕົວໄວໜຸ່ມສົ່ງຢາເສບຕິດ ພ້ອມຂອງກາງຢາບ້າເກືອບ 2 ແສນເມັດ

ປກສ ແຂວງຜົ້ງສາລີ ລາຍງານວ່າ: ວັນທີ 24 ຕຸລາ 2024 ຜ່ານມາ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງ ສົມທົບກັບ ກອງບັນຊາການ ປກສ ເມືອງໃໝ່ ໄດ້ກັກຕົວ ທ້າວ ສາຍ, ອາຍຸ 27ປີ, ສັນຊາດລາວ ຢູ່ບ້ານຈອມແຈ່ວໃໝ່ ເມືອງໃໝ່ ແຂວງຜົ້ງສາລີ

ອ່ານເພີ່ມ...

ທະນາຄານແຫ່ງ ສປປ ລາວ ອອກແຈ້ງການ ນໍາໃຊ້ເງິນກີບ ຂອງ ສປປ ລາວ ໃຫ້ຖືກວິທີ

ອີງຕາມແຈ້ງການ ຫ້ອງການ ທະນາຄານແຫ່ງ ສປປ ລາວ ລົງເມືອວັນທີ 8 ພະຈິກ 2024 ກ່ຽວກັບການນໍາໃຊ້ເງິນກີບຂອງ ສປປ ລາວ ໃຫ້ຖືກວິທີ, ຊຶ່ງມີລາຍລະອຽດດັ່ງລຸ່ມນີ້: 1. ທ້າຍປີ 2022 ຜ່ານມາ ທະນາຄານແຫ່ງ ສປປ ລາວ ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ນໍາເອົາເງິນກີບປະເພດໃບ 10,000

ອ່ານເພີ່ມ...

ນາຍົກລັດຖະມົນຕີ ເປັນປະທານ ກອງປະຊຸມແອັກແມັກ ຄັ້ງທີ 10

ໃນຕອນບ່າຍວັນທີ 7 ພະຈິກ 2024, ທີ່ ນະຄອນຄຸນໝິງ ສປ ຈີນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານກອງປະຊຸມສຸດຍອດ ຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫລື ແອັກແມັກ(ACMECS) ຄັ້ງທີ 10 ພາຍໃຕ້ຄໍາຂວັນ: “ກ້າວສູ່ການເຊື່ອມ

ອ່ານເພີ່ມ...

ທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ. ຣັດເຊຍ

ໃນວັນທີ 05 ພະຈິກ 2024, ຢູ່ທີ່ ວັງແກຼມແລງ, ນະຄອນຫລວງ ມົດສະກູ, ສະຫະພັນ ຣັດເຊຍ, ທ່ານ ສີພັນດອນ ອ້ອຍບົວບຸດ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ພະນະທ່ານ ວາລາດີເມຍ ວາລາດີເມຍໂຣວິຈ ປູຕິນ, ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ເພື່ອດໍາລົງຕໍ່າແໜ່ງເປັນເອກອັກຄະຖະທູດ ວິສາມັນ

ອ່ານເພີ່ມ...

7 ສິ່ງທີ່ ໂດໂນ ທຣັມ ຈະເຮັດຫຼັງຈາກຂຶ້ນເປັນປະທານາທິບໍດີສະໄໝທີ 2

ສຳນັກຂ່າວ BBC ລາຍງານໃນວັນທີ 7 ພະຈິກ 2024 ນີ້ວ່າ: ໂດໂນ ທຣັມ ກຽມກັບເຂົ້າສູ່ທຳນຽບຂາວອີກຄັ້ງ ພ້ອມໃຫ້ຄຳໝັ້ນໃນປະເດັນຕ່າງໆ ບໍ່ວ່ານະໂຍບາຍກ່ຽວກັບຜູ້ອົບພະຍົບຍ້າຍຖິ່ນຖານ, ເສດຖະກິດ ແລະ ສົງຄາມໃນຍູເຄຣນ. ຫຼັງຈາກທົ່ວໂລກໄດ້ຮັບຊາບຜົນການເລືອກຕັ້ງປະທານາທິບໍດີສະຫະລັດຄົນທີ 47 ແລ້ວໃນວັນທີ 6 ພະຈິກ 2024 ຜ່ານມາ, ໂດໂນ ທຣັມ

ອ່ານເພີ່ມ...

ປະຕິຫານມີຈິງ! 2 ນັກບິນຫວຽດນາມປອດໄພ ຈາກເຫດເຮືອບິນຊ້ອມຮົບ Yak-130 ຕົກລະຫວ່າງການຝຶກຊ້ອມ

ອີງຕາມການລາຍງານຈາກເວັບໄຊ VnExpress ເຮືອຊ້ອມຮົບຂອງກອງອາກາດ Yak-130 ຕົກຢູ່ທາງທາງພາກກາງຂອງແຂວງ Binh Dinh ໃນຕອນເຊົ້າວັນພຸດທີ 6 ພະຈິກ 2024 ຜ່ານມາ, ເຈົ້າໜ້າທີ່ສາມາດຄົ້ນພົບນັກບິນທັງ 2 ໄດ້ຢ່າງປອດໄພ. ທ່ານ ພັນ ຊີ ຫຸງ ປະທານຄະນະກຳມະການປະຊາຊົນເຂດເຕຍເຊິນ ກ່າວວ່າ: ເຈົ້າໜ້າທີ່ໄດ້ຮັບແຈ້ງເຫດເມື່ອເວລາປະມານ 16:30 ໂມງ

ອ່ານເພີ່ມ...

ລົດໄຟຈີນ-ລາວ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ ຈໍານວນ 3 ລ້ານຄົນ ໃນ 10 ເດືອນ ປີ 2024

ນັບແຕ່ວັນທີ 1 ມັງກອນ ຫາ 4 ພະຈິກ 2024 ທາງລົດໄຟຈີນ-ລາວ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ ຈໍານວນ 3.000.000 ເທື່ອຄົນ ທີ່ມາຈາກ 101 ປະເທດທົ່ວໂລກ, ສະເລ່ຍປະມານ 10.000 ຄົນ/ມື້, ເພີ່ມຂຶ້ນ 44.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນນັ້ນ ຜູ້ໂດຍສານພາຍໃນ

ອ່ານເພີ່ມ...

ເກືອບ 3 ປີແລ້ວ ທາງລົດໄຟຈີນ-ລາວມີການປ່ຽນແປງໃໝ່ຫຍັງແດ່?

ຜ່ານການເຄື່ອນໄຫວມາເປັນເວລາເກືອບ 3 ປີ, ນັບມາຮອດວັນທີ 23 ຕຸລາ 2024, ທາງລົດໄຟ ຈີນ-ລາວ ໄດ້ເປີດຂະບວນລົດໄຟໂດຍສານທັງໝົດຫຼາຍກວ່າ 6 ໝື່ນຂະບວນ ແລະ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 41,2 ລ້ານເທື່ອຄົນ; ນັບມາຮອດເດືອນກັນຍາ 2024 ຜ່ານມາ, ທາງລົດໄຟຈີນ-ລາວໄດ້ຂົນສົ່ງສິນຄ້າຂາເຂົ້າ-ຂາອອກຫຼາຍກວ່າ 10 ລ້ານໂຕນ ແລະ ມີມູນຄ່າຫຼາຍກວ່າ

ອ່ານເພີ່ມ...
error: Content is protected !!