ຈະກໍ່ສ້າງ ຂົວຂ້າມນ້ຳເຊບັ້ງຫຽງ-ເຊລະນອງ ຂ.ສະຫວັນນະເຂດ

ວັນທີ 25 ພະຈິກ 2024, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະການນຳຈາກພະແນກການ ແລະກົມກອງຕ່າງໆຂອງແຂວງ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ເຂດບ້ານຫ້ວຍຫອຍ, ເມືອງພີນ ໂດຍການນຳພາທາງຂອງທ່ານ ສຸດໃຈ ໄຊຍະວົງ ວ່າການເຈົ້າເມືອງພີນ, ໃນໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດພ້ອມຄະນະ ກໍ່ໄດ້ລົງຕິດຕາມເບິ່ງສະພາບຂົວຂ້າມນ້ຳເຊບັ້ງຫຽງ, ເຂດບ້ານຫ້ວຍຫອຍ, ເມືອງພີນ

ອ່ານເພີ່ມ...

ເມືອງປາກທາ ແຈ້ງໂຈະການນຳເຂົ້າ-ຈຳໜ່າຍຜະລິດຕະພັນອາຫານ ບໍ່ໄດ້ຂື້ນທະບຽນ ອຢ ແລະ ບໍ່ໃສ່ສະຫຼາກສິນຄ້າເປັນພາສາລາວ

ອີງຕາມແຈ້ງການຂອງຫ້ອງການອຸດສະຫະກຳ ແລະ ການຄ້າເມືອງປາກທາ ແຂວງບໍ່ແກ້ວ ລົງເມື່ອວັນທີ 20 ພະຈິກ 2024 ກ່ຽວກັບໂຈະການນຳເຂົ້າ ແລະ ຈຳໜ່າຍຜະລິດຕະພັນອາຫານ ທີ່ບໍ່ໄດ້ຂື້ນທະບຽນ ແລະ ພິມເລກທະບຽນ ອຢ ໃສ່ສະຫຼາກສິນຄ້າທີ່ເປັນພາສາລາວ(ອ່ານລາຍລະອຽດແຈ້ງການລຸ່ມນີ້)

ອ່ານເພີ່ມ...

ຜົນການສືບສວນເບື້ອງຕົ້ນ ກ່ຽວກັບນັກທ່ອງທ່ຽວ ຕ່າງປະເທດເສຍຊີວິດຢູ່ເມືອງວັງວຽງ

ພັທ ບົວທອງ ບໍລິບານ ຫົວໜ້າກອງບັນຊາການ ປກສ ເມືອງວັງວຽງ ແຂວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນປ້ອງກັນຄວາມສະຫງົບ ໃນວັນທີ 25 ພະຈິກ 2024 ວ່າ: ການສືບສວນ-ສອບສວນ ກ່ຽວກັບເຫດການນັກທ່ອງທ່ຽວຕ່າງປະເທດ ເສຍຊີວິດຢູ່ເຮືອນພັກແຫ່ງໜຶ່ງຢູ່ເມືອງວັງວຽງ, ແຂວງວຽງຈັນ ໃນວັນທີ 12 ພະຈິກ 2024, ເຊິ່ງປັດຈຸບັນ ອົງການປົກຄອງ ເມືອງວັງວຽງ

ອ່ານເພີ່ມ...

ປະກາດແຕ່ງຕັ້ງເຈົ້າເມືອງອາດສະພັງທອງ ແລະເມືອງຈຳພອນຄົນໃໝ່

ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມເປັນປະທານໃນກອງປະຊຸມປະກາດການຈັດຕັ້ງການນຳຂັ້ນສູງ ຂອງສອງເມືອງຄື: ເມືອງອາດສະພັງທອງ ແລະ ເມືອງຈຳພອນ ເຊິ່ງພິທີໄດ້ຈັດຂຶ້ນທີ່ສະໂມສອນຂອງແຕ່ລະເມືອງໃນວັນທີ 21 ພະຈິກ 2024. ໃນນີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດຕົກລົງແຕ່ງຕັ້ງ ທ່ານ ສີສະຫວາດ ເພັງທະ ລັງສີ ເປັນເຈົ້າເມືອງອາດສະພັງທອງຄົນໃໝ່

ອ່ານເພີ່ມ...

ສສຊ ຫຼວງນໍ້າທາ ຂຶ້ນສະເໜີ ຮີບຮ້ອນດັດແກ້ງົບປະມານໂຄງການເສັ້ນທາງປູຢາງ 2 ຊັ້ນ ຈາກເທດສະບານແຂວງ-ເມືອງນາແລ

ທ່ານ ຄຳຟອງ ອິນມານີ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາ ໄດ້ມີຄຳເຫັນຕໍ່ບົດລາຍງານຂອງລັດຖະບານຢູ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະ ພາແຫ່ງຊາດຊຸດທີ IX ເມື່ອວັນທີ 18 ພະຈິກ 2024 ວ່າ: ແຂວງຫຼວງນ້ຳທາ ມີໂຄງການເປົ້າໝາຍສະເພາະຂອງລັດຖະບານ ຄືເສັ້ນທາງປູຢາງ 2 ຊັ້ນ ຈາກເທດສະບານແຂວງໄປຮອດເມືອງວິລະຊົນ ກໍຄືເມືອງນາແລ, ຜ່ານການຈັດຕັ້ງປະຕິບັດ

ອ່ານເພີ່ມ...

ລຳສາລະວັນ ຖືກຮອງຮັບເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ

ໃນວັນທີ 21 ພະຈິກ 2024 ໄດ້ມີພິທີປະກາດ ລຳສາລະວັນ ເປັນມໍຣະດົກແຫ່ງຊາດ ລະດັບທ້ອງຖິ່ນ ທີ່ເປັນນາມມະທຳ, ໂດຍການເຂົ້າຮ່ວມຂອງ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ; ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ; ທ່ານ ສົມໃຈ ອຸ່ນຈິດ

ອ່ານເພີ່ມ...

ເລັ່ງຫາສາເຫດນັກທ່ອງທ່ຽວຕ່າງປະເທດເສຍຊີວິດຢູ່ເມືອງວັງວຽງ

ຈາກກໍລະນີທີ່ເກີດເຫດການນັກທ່ອງທ່ຽວຕ່າງປະເທດເສຍຊີວິດຢູ່ເມືອງວັງວຽງ ແຂວງວຽງຈັນ, ເຊິ່ງສາເຫດໃນເບື້ອງຕົ້ນ ອາດເກີດຍ້ອນດື່ມເຄື່ອງດື່ມ ທີ່ມີສານພິດເຈືອປົນ ແລະ ບັນຫາອື່ນໆ ຢູ່ເຮືອນພັກແຫ່ງໜຶ່ງ ໃນວັນທີ 12 ພະຈິກ 2024 ຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ໃນນັ້ນ, ຜູ້ທີ 1 ເສຍຊີວິດກັບທີ ຢູ່ເຮືອນພັກດັ່ງກ່າວ ແລະ ອີກ 2

ອ່ານເພີ່ມ...

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 18 ພະຈິກ 2024 ທີ່ຫໍສະພາແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ໂດຍມີ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ

ອ່ານເພີ່ມ...

ທີມຊາດລາວບຸນຕີສະເໝີທີມຊາດໄທ ໃນເກມອຸ່ນເຄື່ອງ ກ່ອນລຸຍເສິກຊິງແຊ້ມອາຊຽນ 2024

ທີມຊາດລາວສາມາດຕີສະເໝີ 1-1 ທີມຊາດໄທສຳເລັດ ໃນເກມການແຂ່ງຂັນນັດອຸ່ນເຄື່ອງ (FIFA TIER 1 INTERNATIONAL FRIENDLY MATCH)  ໃນວັນອາທິດ 17 ພະຈິກ 2024 ຜ່ານມາ ທີ່ສະໜາມກິລາທຳມະສາດ ປະເທດໄທ. ສຳລັບລາຍຊື່ 11 ຜູ້ຫຼິ້ນຕົວຈິງຂອງທີມຊາດລາວປະກອບມີ: 18.ໄຊສະຫວາດ ສຸວັນນະໂຊກ (ຜູ້ຮັກສາປະຕູ), 3.ພຸດທະວົງ

ອ່ານເພີ່ມ...

ໂຄງການຄະນະຊາວໜຸ່ມອາຊຽນ ປາດຖະໜາຢາກສ້າງນະວັດຕະກໍາ ແລະ ເຊື່ອມຈອດກັບອາຊຽນ

ບັນດາ​ສະມາຊິກ​ຈາກ 11 ປະ​ເທດ​ ໄດ້ຮ່ວມກັນສ້າງໂອກາດ ໃນການສ້າງຄວາມເຂັ້ມແຂງ ຂອງການຮ່ວມມືຂ້າມເຂດແຄ້ວນເພື່ອຮັບມືກັບບັນດາສິ່ງທ້າທາຍຮ່ວມກັນ. ໃນວັນ​ທີ 14 ພະຈິກ 2024 ທີ່ປະເທດສິງກະໂປ, ຜູ້ນຳ​ຊາວໜຸ່ມ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ 44 ຄົນ​ໄດ້​ ​ເຂົ້າ​ຮ່ວມ ໂຄງການຄະນະຊາວໜຸ່ມອາຊຽນ (AYF) ຄັ້ງທີ 6 ​ແຕ່​ວັນ​ທີ 3 ຫາ​ວັນ​ທີ 10 ພະຈິກ

ອ່ານເພີ່ມ...
error: Content is protected !!