ໄປທ່ຽວຈີນໄດ້ງ່າຍໆກັບ Vietjet: ບິນໄປ Chengdu, Shanghai ກັບ Vietjet ຜ່ານນະຄອນໂຮ່ຈີມິນ

* ຄ່າໂດຍສານຖືກທີ່ສຸດພຽງ 0 USD ສໍາລັບເສັ້ນທາງ ໂຮ່ຈີມິນ – ເສີງຕູ່ ສາມາດຈອງໄດ້ແລ້ວ (ນະຄອນຫຼວງວຽງຈັນ, 31 ມັງກອນ 2024) – ເພື່ອເປັນການຕ້ອນຮັບເທດສະການກຸດຈີນ ແລະ ມອບທາງເລືອກໃຫ້ລູກຄ້າໃນລາວ ທີ່ມີແຜນຈະມາຢ້ຽມຢາມ ສປ ຈີນ ໃນໂອກາດພິເສດນີ້, Vietjet ສືບຕໍ່ຂະຫຍາຍຕາໜ່າງການບິນລະຫວ່າງ ຫວຽດນາມ

ອ່ານເພີ່ມ...

Vietjet, ຈະເປີດ​ຖ້ຽວ​ບິນ​ວຽງ​ຈັນ-​ໂຮ​ຈິ​ມິນ​ໃນ​ເດືອນ​ກຸມພາ​ນີ້, ພ້ອມຖືກເລືອກໃຫ້ເປັນ​ສາຍ​ການ​ບິນ​ທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ​ໂດຍ AirlineRatings.

(ນະຄອນຫຼວງວຽງຈັນ, ວັນທີ 10 ມັງກອນ 2024) – Vietjet ໄດ້ຖືກຈັດໃຫ້ເປັນສາຍການບິນທີ່ປອດໄພທີ່ສຸດໃນໂລກໃນປີ 2024 ອີກຄັ້ງໂດຍ AirlineRatings, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທົ່ວໂລກ. ໃນການປະເມີນປະຈໍາປີ, AirlineRatings ໄດ້ຕິດຕາມກວດກາ 385 ສາຍການບິນທົ່ວໂລກ ໂດຍການພິຈາລະນາຈາກການບັນທຶກເຫດການຂອງສາຍການບິນໃນຊຸມປີທີ່ຜ່ານມານີ້, ອາຍຸຂອງເຮືອບິນ, ຜົນການກວດສອບທີ່ດໍາເນີນໂດຍອົງການການບິນພົນລະເຮືອນ, ອົງການການບິນພົນລະເຮືອນສາກົນ (ICAO)

ອ່ານເພີ່ມ...

ພິທີເຊັນສັນຍາລົງນາມການຮ່ວມມືເປັນໂຮງໝໍເຄືອຂ່າຍ ລະຫວ່າງ ໂຮງໝໍ ມິດຕະພາບ ແລະ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ

ໃນວັນທີ 14/12/2023 ທີ່ຜ່ານມານີ້, ໄດ້ມີພິທີເຊັນສັນຍາລົງນາມການຮ່ວມມືເປັນໂຮງໝໍເຄືອຂ່າຍ ລະຫວ່າງ ໂຮງໝໍ ມິດຕະພາບ ແລະ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ ເພື່ອເປັນເຄືອຂ່າຍໂຮງໝໍໃນ ສປປລາວ ໃນພິທີເຊັນສັນຍາລົງນາມການຮ່ວມມືເປັນໂຮງໝໍເຄືອຂ່າຍ ຕາງໜ້າເຊັນສອງຝ່າຍໂດຍ ທ່ານ ດຣ ສອນໄຊ ລາດຊະວົງຜູ້ອໍານວຍການ ໂຮງໝໍມິດຕະພາບ, ແລະ ທ່ານນາງ ປອ.

ອ່ານເພີ່ມ...

ເຈົ້າແຂວງຈຳປາສັກ ຕ້ອນຮັບຊ່ຽວຊານຈາກສູນມໍລະດົກໂລກ ອົງການຢູເນັສໂກ

ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງ ຄະນະຊ່ຽວຊານ ຈາກສູນມໍລະດົກໂລກ ອົງການຢູເນັສໂກ, ນຳໂດຍ ທ່ານ ນາງ ນາໂອະ ຮາຢ່າຊິ (Nao HAYASHI) ຊ່ຽວຊານສະເພາະດ້ານວັດທະນະທຳ (ຂົງເຂດປະເທດອາຊີ-ປາຊີຟິກ ແລະ ປະເທດລຸ່ມແມ່ນ້ຳຂອງ), ສູນມໍລະດົກໂລກ ອົງການຢູເນັສໂກ ໃນວັນທີ

ອ່ານເພີ່ມ...

ພິທີເປີດການນໍາໃຊ້ເວັບໄຊ້ ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

​ໃນວັນທີ 17 ພະຈິກ 2023 ຜ່ານມາ, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະກໍາມາການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ເປັນປະທານພິທີເປີດການນໍາໃຊ້ເວັບໄຊ ສໍາລັບການເປັນປະທານອາຊຽນຂອງ

ອ່ານເພີ່ມ...

ເຈົ້າໜ້າທີ່ ຊີ້ແຈງເລື່ອງຮຽກເງິນຈາກນັກທ່ອງທ່ຽວໄທປັບໃໝຕາມລະບຽບການພຽງແຕ່ 700.000 ກີບ ບໍ່ແມ່ນ 5 ພັນບາດ ຕາມທີ່ເປັນຂ່າວ

ພັທ ກິດ່ອນ ກິວົງໄຊ ຮອງຫົວໜ້າຄະນະຄຸ້ມຄອງດ່ານ ຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໄດ້ຖະແຫຼງຊີ້ແຈງກ່ຽວກັບເຫດການທີ່ກຳລັງເປັນກະແສໃນສື່ສັງຄົມອອນລາຍ ທີ່ສັງຄົມໃຫ້ຄວາມສົນໃຈ ກ່ຽວກັບຄຼິບວິດີໂອເຈົ້າໜ້າທີ່ ຕມ ສາກົນ ຂົວມິດຕະພາບລາວໄທ ແຫ່ງທີ 1 ຮຽກເກັບເງິນ ຈຳນວນ 5.000 ບາດຈາກນັກທ່ອງທ່ຽວໄທທີ່ບໍ່ໄດ້ຈຳກາເຂົ້າປະເທດ ໃນຄັ້ງວັນທີ 12

ອ່ານເພີ່ມ...

ກົມກົງສຸນ ເລັ່ງແກ້ໄຂບັນຫາໜັງສືຜ່ານແດນທີ່ຕົກຄ້າງ

ກົມກົງສຸນ ກະຊວງການຕ່າງປະເທດ ຂໍຖືເປັນກຽດແຈ້ງມາຍັງພໍ່ແມ່, ປະຊາຊົນ, ພະນັກງານ, ທະ ຫານ, ຕຳຫລວດ ຊາບວ່າ: ໃນໄລຍະຜ່ານມາ, ຄວາມຮຽກຮ້ອງຕ້ອງການຂໍນຳໃຊ້ໜັງສືຜ່ານແດນຂອງປະຊາຊົນລາວເຮົາ ແມ່ນມີຈໍານວນຫລວງຫລາຍ ເຊິ່ງເປັນປະລິມານເກີນຂີດຄວາມສາມາດໃນການຮອງຮັບຕົວຈິງຂອງລະບົບການອອກໜັງສືຜ່ານແດນຂອງກົມກົງສຸນ ທີ່ມີຢູ່. ສະນັ້ນ, ຈຶ່ງເຮັດໃຫ້ການອອກໜັງສືຜ່ານແດນໃນໄລຍະຜ່ານມາໃຊ້ເວ ລາດົນ ບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງ ການຂອງສັງຄົມໄດ້; ການສຳພາດເກັບກຳຂໍ້ມູນໃນສະພາບປົກກະຕິຢູ່ກົມກົງສຸນ ສາມາດພິຈາລະນາຮັບໄດ້ແຕ່ 300 ຄົນ/ມື້, ແຕ່ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ

ອ່ານເພີ່ມ...

ປະຕູໄຊ ຈະເປີດໃຫ້ເຂົ້າຊົມຢ່າງເປັນທາງການໃນວັນທີ 2 ທັນວາ

ກອງປະຊຸມປຶກສາຫາລືກ່ຽວກັບການປະຕິສັງຂອນປະຕູໄຊ (ອານຸສາວະລີ) ຈັດຂຶ້ນວັນທີ 7 ພະຈິກ 2023 ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາ ຫົວຫນ້າພະແນກການກ່ຽວຂ້ອງ ແລະ ປະທານບໍລິສັດ ລິດປັນຍາ ອອກແບບ-ກໍ່ສ້າງ ຈໍາກັດຜູ້ດຽວເຂົ້າຮ່ວມ. ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ປຶກສາຫາລື

ອ່ານເພີ່ມ...

ພິທີເຊັນສັນຍາລົງນາມການຮ່ວມມືເປັນໂຮງໝໍເຄືອຂ່າຍ ລະຫວ່າງ ໂຮງໝໍ ເຊດຖາທິຣາດ ແລະ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ

ໃນວັນທີ 03/11/2023 ທີ່ຜ່ານມານີ້, ໄດ້ມີພິທີເຊັນສັນຍາລົງນາມການຮ່ວມມືເປັນໂຮງໝໍເຄືອຂ່າຍ ລະຫວ່າງ ໂຮງໝໍ ເຊດຖາທິຣາດ ແລະ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ ເພື່ອເປັນເຄືອຂ່າຍໂຮງໝໍໃນ ສປປລາວ ໃນພິທີເຊັນສັນຍາລົງນາມການຮ່ວມມືເປັນໂຮງໝໍເຄືອຂ່າຍ ຕາງໜ້າເຊັນສອງຝ່າຍໂດຍ ທ່ານ ດຣ ຫວັງນະຄອນ ດິດຕະພົງ, ຜູ້ອຳນວຍການ ໂຮງໝໍເຊດຖາທິຣາດ ແລະ ທ່ານ

ອ່ານເພີ່ມ...

ອຸດົມໄຊແຈ້ງຫ້າມບໍ່ໃຫ້ອອກໃບອະນຸຍາດສ້າງຕັ້ງຮ້ານສັກລາຍ ແລະ ເຄື່ອນໄຫວບໍລິການສັກລາຍທຸກປະເພດ

ໃນວັນທີ 23 ຕຸລາ 2023 ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງອຸດົມໄຊ ຂໍຖືເປັນກຽດຢ່າງສູງ ແຈ້ງຫ້າມບໍ່ໃຫ້ອອກໃບອະນຸຍາດສ້າງຕັ້ງຮ້ານສັກລາຍ ແລະ ເຄື່ອນໄຫວບໍລິການສັກລາຍທຸກປະເພດ ໃນຂອບເຂດທົ່ວແຂວງ ຢ່າງເດັດຂາດ; ຖ້າບຸກຄົນ, ນິຕິບຸກຄົນມີການເປີດຮ້ານໃຫ້ບໍລິການສັກລາຍຢູ່ບ້ານໃດ, ເມືອງໃດ ຂອງແຂວງອຸດົມໄຊ ກໍ່ໃຫ້ຢຸດຕິ ແລະ ປິດກິດຈະການດັ່ງກ່າວ ຢ່າງບໍ່ມີເງື່ອນໄຂ. ເພື່ອເປັນການປົກປັກຮັກສາຮີດຄອງປະເພນີຂອງ ປະຊາຊົນບັນດາເຜົ່າ

ອ່ານເພີ່ມ...
error: Content is protected !!