ແຫລ່ງທ່ອງທ່ຽວປ່ອງຢ້ຽມ ສາມຫລ່ຽມຄຳ ທີ່ດອນຊາວ ເຂດເສດຖະກິດ ພິເສດສາມຫລ່ຽມຄຳ ເມືອງ ຕົ້ນເຜິ້ງ ,ແຂວງ ບໍ່ແກ້ວ ເປັນແຫລ່ງທ່ອງທ່ຽວທີ່ນັກທ່ອງທ່ຽວນິຍົມໄປທ່ອງທ່ຽວ ເພື່ອພັກຜ່ອນ ໂອກາດວັນພັກ ຫລື ເທສະການຕ່າງໆ ໂດຍຜູ້ຮັບຜິດ ຊອບໄດ້ພັດທະນາແຫລ່ງທ່ອງທ່ຽວຢ່າງຕໍ່ເນື່ອງ ແລະ ໄດ້ກຽມຄວາມພ້ອມເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເມື່ອ ສປປ ລາວ ເປີດການທ່ອງທ່ຽວສີຂຽວໄລຍະ
ທ່ອງທ່ຽວ
ຕາດເຍືອງ ພ້ອມຕ້ອນຮັບນັກທ່ອງທ່ຽວ
ເມື່ອໄປຮອດແຫລ່ງທ່ອງທ່ຽວຕາດເຍືອງ ທຸກຄົນຈະໄດ້ສຳຜັດກັບທຳມະຊາດປ່າໄມ້ທີ່ດົກໜາ, ນ້ຳຕົກຕາດສູງ ແລະ ອາກາດຊຸ່ມເຢັນ. ພ້ອມນັ້ນ ຍັງມີການຈຳໜ່າຍຜະລິດຕະພັນຫັດຖະກຳຊົນເຜົ່າ ແລະ ບໍລິການອາຫານທີ່ເປັນເອກກະລັກ ຫລາກຫລາຍລາຍການ, ແຕ່ປັດຈຸບັນແຫລ່ງທ່ອງທ່ຽວຕາດເຍືອງຂ້ອນຂ້າງງຽບເຫງົາ ພາຍຫລັງທີ່ປະເຊີນກັບການລະບາດຂອງພະຍາດ ໂຄວິດ-19. ແນວໃດກໍຕາມ ຜູ້ປະກອບການແຫລ່ງທ່ອງທ່ຽວແຫ່ງນີ້ ຍັງກຽມພ້ອມຕ້ອນຮັບນັກທ່ອງທ່ຽວທີ່ຈະເດີນທາງເຂົ້າມາທ່ອງທ່ຽວ ຕາມມາດຕະການທ່ອງທ່ຽວແບບໃໝ່ທີ່ປອດໄພ ແລະ ເຊື່ອວ່າວິກິດການອາດຈະຄ່ອຍສະຫງົບລົງໃນບໍ່ຊ້າ. ສິ່ງສຳຄັນ ຫາກລັດຖະບານມີນະໂຍບາຍເປີດປະເທດໃນໄວໆນີ້ ຈະເຮັດໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ
ໄລຍະ 3 ເດືອນ ນັກທ່ອງທ່ຽວເຂົ້າມາ ຫລວງພະບາງ 67 ພັນກວ່າຄົນ
ນະຄອນ ຫລວງພະບາງ ເປັນເຂດທ່ອງທ່ຽວສີຂຽວ, ທັງເປັນເມືອງມໍລະດົກໂລກ, ເມືອງຍອດນິຍົມແຫ່ງການທ່ອງທ່ຽວ ແລະ ເປັນໂອກາດດີ ພິເສດຍ້ອນປີນີ້ໄດ້ມີການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ຈິ່ງສ້າງຄວາມສະດວກສະບາຍໃນການເດີນທາງໄປ-ມາລະຫວ່າງ ນະຄອນ ຫລວງພະບາງ ແລະ ແຂວງຕ່າງໆ ເຮັດໃຫ້ບັນຍາກາດການ ທ່ອງທ່ຽວມີຄວາມຄຶກຄື້ນດີຂຶ້ນ ເຊິ່ງໄລຍະ 3 ເດືອນຜ່ານມາ ສະເລ່ຍຕົວເລກນັກທ່ອງທ່ຽວເຂົ້າມາທ່ອງທ່ຽວຫລວງພະບາງ 67,860 ຄົນ ທຽບໃສ່ໄລຍະປີຜ່ານມາເພີ່ມ 74%. ທ່ານ
ລາວ ກຽມເປີດຮັບນັກທ່ອງທ່ຽວ ຜ່ານໂຄງການທ່ອງທ່ຽວສີຂຽວໄລຍະ 2 ເລີ່ມເດືອນ ພຶດສະພາ ນີ້
ລາວເຮົາ ກຽມຈະເປີດຮັບນັກທ່ອງທ່ຽວຜ່ານມາໂຄງການທ່ອງທ່ຽວສີຂຽວໄລຍະທີ 2 ໃນ ເດືອນ ພຶດສະພາ ທີ່ຈະມາເຖິງນີ້, ແຕ່ປັດຈຸບັນ ກຳລັງຢູ່ໃນຂັ້ນຕອນຂອງການສະເໜີເພື່ອໃຫ້ລັດຖະບານພິຈາລະນາຢູ່. ເມື່ອບໍ່ດົນມານີ້ ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໃຫ້ສຳພາດກັບສື່ມວນຊົນ ກ່ຽວກັບຜົນສຳເລັດຂອງນະຄອນຫຼວງ ວຽງຈັນ ຊຶ່ງເປັນແຂວງໜຶ່ງທີ່ໄດ້ທົດລອງເປີດຮັບ ນັກທ່ອງທ່ຽວສີຂຽວໄລຍະທີ 1 ຜ່ານມາ
ລາວ ກຽມເປີດການທ່ອງທ່ຽວຄືນໃໝ່ ຢ່າງເຕັມຮູບແບບ
ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ກ່າວໃນພິທີຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19 ວ່າ: ປັດຈຸບັນປະເທດເຮົາ ກໍາລັງກະກຽມການເປີດບໍລິການຄືນໃໝ່ ຢ່າງເຕັມຮູບແບບ. ອີງຕາມກົດລະບຽບການເຂົ້າປະເທດສະບັບໃໝ່, ເຊິ່ງຈະຖືກປະກາດຢ່າງເປັນທາງການໃນກອງປະຊຸມຖະແຫຼງຂ່າວໃນອະນາຄົດ, ນັກທ່ອງທ່ຽວທີ່ເດີນທາງເຂົ້າມາໃນ ລາວ ຈະຕ້ອງຜ່ານການກວດພະຍາດ ໂຄວິດ-19 ສອງຄັ້ງ. ທ່ານ ດຣ. ສີສະຫວາດ ກ່າວວ່າ