ວັນທີ 16 ຕຸລາ 2024 ພະແນກອຸດສາຫະກໍາ ແລະ ການຄ້ານໍາພາໂດຍ ທ່ານ ສອນເພັດ ບຸນທະຈິດຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າ ສົມທົບກັບພະແນກກະສິກໍາ ແລະ ປ່າໄມ້ແຂວງ, ພະແນກສາທາລະນະສຸກແຂວງ, ພະແນກຕໍາຫຼວດເສດຖະກິດແຂວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງໄຊ ແລະ ພະແນກ ຖວທ
ບ້ານເມືອງ
ການພົບປະ ລະຫວ່າງ ສະພາແຫ່ງຊາດລາວ-ລັດຖະສະພາໄທ
ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ວັນມູຫະມັດນໍ ມັດທາ ປະທານລັດຖະສະພາ, ປະ ທານສະພາຜູ້ແທນຣາຊະດອນ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເຂົ້າຮ່ວມກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ(AIPA) ຄັ້ງທີ 45
ສຳລັບເສັ້ນທາງ ສີເກີດ-ສີໄຄ ຈະສຳເລັດ ສົມບູບແບບ ເດືອນ ມີນາ 2025 ນີ້
ມາຮອດປັດຈຸບັນ, ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກ 13 ເໜືອ ໄລຍະທາງແຕ່ ສີໄຄ-ສີເກີດ ສຳເລັດແລ້ວ 65% ຄາດວ່າຈະສໍາເລັດ 100% ພາຍໃນເດືອນມີນາ 2025. ທ່ານ ດາລາວຽງ ຈັນທະລັງສີ, ຜູ້ຈັດການບໍລິຫານໂຄງການປັບປຸງເສັ້ນທາງສີໄຄ ຫາ ສີເກີດ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວໃນວັນທີ 16 ຕຸລາ 2024
ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45
ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ ລັດຖະສະພາສັງເກດການ, ແຂກປະເທດເຈົ້າພາບ, ຄູ່ຮ່ວມພັດ ທະນາຂອງໄອປາ, ເລຂາທິການໃຫຍ່ອາຊຽນ, ເລຂາທິການໃຫຍ່ໄອປາ ແລະ ຄະນະຜູ້ແທນ ສປປ ລາວ
ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024
ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ ເທດສະບານເມືອງ ນານ ໂດຍການເປັນປະທານ ຂອງ ທ່ານ ຄໍາເກັ່ງ ຈັນທະວີສຸກ ເຈົ້າເມືອງໆນານ,ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ
ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ
ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ 436 ຄັ້ງ. ແຕ່ເມື່ອທຽບໃສ່ກັບຜູ້ເສຍຊີວິດໃນເດືອນສິງ ຫາ ເພີ່ມຂຶ້ນ 3 ຄົນ ຊຶ່ງມີຜູ້ເສຍຊີວິດ 51 ຄົນ.
ເປີດດ່ານບ້ານວັງ ແຂວງວຽງຈັນ ເປັນດ່ານສາກົນ
ພິທີປະກາດຍົກລະດັບດ່ານທ້ອງຖິ່ນບ້ານວັງເປັນດ່ານສາກົນຈັດຂຶ້ນຢ່າງເປັນທາງການ ໃນວັນທີ 15 ຕຸລານີ້ ທີ່ດ່ານດັ່ງກ່າວ ໂດຍມີ ທ່ານ ຄໍາພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ; ທ່ານ ກິດຕິຄຸນ ບຸດຄຸນ ຮອງຜູ້ວ່າ: ຣາຊະການຈັງຫວັດເລີຍ, ທ່ານ
ເປີດປ້າຍສຳເລັດການກໍ່ສ້າງອາຄານ ໂຮງໝໍມະໂຫສົດຫຼັງໃໝ່
ວັນທີ 12 ຕຸລາ 2024 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫຼີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດປ້າຍຜົນສຳເລັດການກໍ່ສ້າງອາຄານໂຮງໝໍມະໂຫສົດ ສປປ ລາວ ໂດຍການຊ່ວຍເຫຼືອລ້າຈາກລັດຖະບານ ສປ
ເປີດຂື້ນຢ່າງເປັນທາງການກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ
ຕອນເຊົ້າຂອງວັນທີ 9 ຕຸລາ 2024 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ໄດ້ມີພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໂດຍມີ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ
ມາຮອດເດືອນ 6 ປີ 2024 ທົ່ວປະເທດມີຜູ້ຕິດເຊື້ອເຮສໄອວີ ສະສົມ 21,665 ຄົນ
ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະກຳມະການແຫ່ງຊາດຕ້ານເອດ ໃຫ້ຮູ້ໃນໂອກາດມີຄໍາເຫັນຕໍ່ກອງປະຊຸມການຕິດຕາມຂອງຄະນະກຳມະການແຫ່ງຊາດຕ້ານເອດ ໃນການຈັດຕັ້ງປະຕິບັດຂອງຄະນະກຳມະການຕ້ານເອດແຂວງ ສະຫວັນນະເຂດ ຈັດຂຶ້ນໃນວັນທີ 4 ຕຸລາ 2024 ທີ່ຫ້ອງປະຊຸມພັດຕະຄານດາວຮຸ່ງ ວ່າ: ນັບແຕ່ປີ 1990 ມາຮອດເດືອນ 6 ປີ 2024 ທົ່ວປະເທດມີຜູ້ຕິດເຊື້ອເຮສໄອວີສະສົມທັງໝົດ 21,665 ຄົນ, ຜູ້ຕິດເຊື້ອເຮສໄອວີ