ຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບ ປກສ ໄດ້ຈັດກອງປະຊຸມສະຫລຸບວຽກງານຊາວໜຸ່ມ ປະຈໍາ 6 ເດືອນຕົ້ນປີ 2022 ແລະ ມອບໃບຢັ້ງຢືນ 4 ບຸກ ໃຫ້ໜ່ວຍຊາວໜຸ່ມ ທີ່ຂຶ້ນກັບຊາວໜຸ່ມກົມໃຫຍ່ຕໍາຫລວດ ເຊິ່ງຈັດຂຶ້ນໃນວັນທີ 16 ສິງຫາ 2022, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພຈົວ ນິລະວົງ ເຈືອງຕະວະລາດ
ບ້ານເມືອງ
ໄຊຍະບູລີ ແຈ້ງປະຊາຊົນທີ່ອາໄສຢູ່ແຄມນ້ຳຂອງເຝົ້າລະວັງການເພີ່ມຂຶ້ນຂອງລະດັບນ້ຳຂອງ
ຫ້ອງວ່າການ ແຂວງ ໄຊຍະບູລີ ໄດ້ອອກແຈ້ງການ ໃນວັນທີ 13 ສິງຫາຜ່ານມາ ວ່າ: ປັດຈຸບັນໂຮງໄຟຟ້າພະລັງງານນ້ຳຂອງ ໄຊຍະບູລີ ໄດ້ມີປະລິມານນ້ຳໄຫລເຂົ້າຫລາຍ ເນື່ອງຈາກຝົນຕົກໜັກຫລາຍມີືຕິດຕໍ່ກັນ ແລະ ການປ່ອຍນ້ຳຈາກເຂື່ອນນ້ຳອູເພີ່ມຂຶ້ນ, ເຊິ່ງອາດຈະກໍ່ໃຫ້ເກີດນ້ຳໄຫລເຂົ້າຖ້ວມບ້ານເຮືອນຂອງປະຊາຊົນ ທີ່ອາໄສຢູ່ເໜືອ ແລະ ທ້າຍເຂື່ອນ ຕໍ່ກັບສະພາບການດັ່ງກ່າວ, ທາງເຂື່ອນໄຟຟ້າພະລັງງານນ້ຳຂອງໄຊຍະບູລີ ໄດ້ເລີ່ມປະຕິບັດການຮັບມືສະຖານະການສຸກເສີນ ຂອງເຂື່ອນໄຟຟ້າໃນລະດັບ2. ຕໍ່ກັບບັນຫາດັ່ງກ່າວ, ຫົວໜ້າຫ້ອງວ່າການແຂວງ
ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມ ລາວ-ໄທ ເຮັດວຽກຢູ່ 3 ເມືອງ ຊາຍແດນ ແຂວງ ໄຊຍະບູລີ
ໃນລະຫວ່າງວັນທີ 8-10 ສິງຫາ ຜ່ານມາ, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມ ລາວ-ໄທ (ຝ່າຍລາວ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງທົ່ງມີໄຊ, ເມືອງບໍ່ແຕນ ແລະ ເມືອງແກ່ນທ້າວ ແຂວງໄຊຍະບູລີ ເພື່ອກວດກາພື້ນທີ່ຕົວຈິງ ຈຸດຊາຍແດນທີ່ຍັງບໍ່ທັນສໍາເລັດການສໍາຫລວດ ແລະ ປັກຫລັກໝາຍຊາຍແດນຮ່ວມກັນຢູ່ບໍລິເວນ 3 ເມືອງດັ່ງກ່າວ, ພ້ອມທັງຮັບຟັງການລາຍງານສະພາບການຕ່າງໆທີ່ເກີດຂຶ້ນ
ເຂື່ອນໄຟຟ້າ ທີ່ມີອ່າງເກັບນໍ້າໃນ ລາວ ຍັງຢູ່ໃນເກນປົກກະຕິ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ໂດຍການປະສານສົມທົບກັບກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານສະພາບນໍ້າໃນແຕ່ລະສາຍນໍ້າ ໂດຍສະເພາະເຂື່ອນທີ່ມີອ່າງເກັບນໍ້າຫລາຍແຫ່ງ ຢູ່ທົ່ວປະເທດ ກໍຍັງຢູ່ໃນເກນປົກກະຕິ ເຖິງແມ່ນວ່າຈະມີບາງເຂື່ອນໄດ້ມີການປ່ອຍນໍ້າຜ່ານທາງລະບາຍ ນໍ້າລົ້ນ ເຊັ່ນ: ເຂື່ອນນໍ້າກົງ 1 (ແຂວງ ອັດຕະປື) ແລະ ເຂື່ອນນໍ້າເທີນ 1
ບັນຫາປາກົດການຫຍໍ້ທໍ້ຢູ່ ບ້ານ ໂນນສູງ, ເມືອງ ເລົ່າງາມ ໄດ້ຮັບການແກ້ໄຂດີຂຶ້ນ
ແຫລລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ບ້ານໂນນສູງ ເມືອງເລົ່າງາມ ແຂວງສາລະວັນ ເລີ່ມລົງມືປະຕິບັດແຕ່ວັນທີ 4-11 ສິງຫາ 2022 ເຊິ່ງກາຍເປັນຂີດໝາຍສໍາຄັນໃນການແກ້ໄຂບັນຫາປາກົດການຫຍໍ້ທໍ້ຕ່າງໆພາຍໃນບ້ານ ໄປພ້ອມໆກັນ ໂດຍສະເພາະ ບັນຫາຢາເສບຕິດ ທີ່ເປັນໄພອັນຕະລາຍຕໍ່ສັງຄົມ, ຄອບຄົວ ແລະ ຜູ້ເສບ, ທັງສາມາດແກ້ໄຂບັນຫາຂີ້ລັກງັດແງະ, ຫລິ້ນການພະນັນ, ນໍາໃຊ້ພາຫະນະບໍ່ຖືກຕ້ອງ
ເກີດເຫດນ້ຳປ່າໄຫຼສຸ ເຮັດໃຫ້ເຮືອນຂອງປະຊາຊົນຢູ່ ເມືອງ ປາກແຊງ, ແຂວງ ຫລວງພະບາງ
ວັນທີ 15 ສີງຫາ 2022 ນີ້ ໄດ້ເກີດມີນ້ຳປ່າໄຫຼສຸຢູ່ ບ້ານ ສະຄີງ ແລະ ບ້ານ ນາໂພ, ເມືອງ ປາກແຊງ, ແຂວງ ຫລວງພະບາງ ເຮັດໃຫ້ເຮືອນຂອງປະຊາຊົນ ຢູ່ຢູ່ແຄມຕາຝັ່ງໄດ້ຮັບຄວາມເສຍຫາຍໜັກ 2 ຫຼັງ ແລະເສຍຫາຍເລັກນ້ອຍອີກຈຳນວນໜື່ງ ສ່ວນພື້ນທີ່ນາແມ່ນໄດ້ຮັບຄວາມເສຍຫາຍບາງສ່ວນ. ທ່ານ ສຸກດາວັນ ພັນຈັກຂັນ
ເມືອງ ໜອງແຮດ ສຸມໃສ່ສັກວັກຊີນ ກຸ່ມນັກຮຽນ ເພື່ອກຽມພ້ອມເປີດສົກຮຽນໃນໄວໆນີ້
ທ່ານ ນາງ ບົວແພງ ວັນເພັງ ຮອງຫົວໜ້າຫ້ອງການສາທາລະນະສຸກ ເມືອງ ໜອງແຮດ ໜ້າທີ່ຊີ້ນໍາວຽກງານສົ່ງເສີມສຸຂະພາບ ເມືອງ ໜອງແຮດ ໄດ້ໃຫ້ສໍາພາດ ທີມງານສື່ມວນຊົນສູນກາງ ໂຄວິດ-19 ແລະ ສັກວັກຊິນຮອບປົກກະຕິ ຢູ່ແຂວງ ຊຽງຂວາງ ໃນວັນທີ 10 ກໍລະກົດ 2022 ນີ້ ວ່າ: ສໍາລັບໂຮງຮຽນທີ່ໃກ້ຈະເປີດສົກຮຽນໃນໄວໆນີ້,
ເຈົ້າໜ້າທີ່ ສູນປະສານງານ 4 ຝ່າຍ ສະກັດຈັບເປົ້າໝາຍຢາເສບຕິດ ຈັບໄດ້ທັງຄົນ ແລະ ຂອງກາງຈຳນວນຫຼາຍ
ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ອີງຕາມຂໍ້ມູນແຫຼງຂ່າວຂອງສູນປະສານງານ 4 ຝ່າຍປະຈຳບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ວ່າ ຈະມີກຸ່ມຄົນບໍ່ດີລັກລອບຂົນສົ່ງຢາເສບຕິດຈາກປະເທດມຽນມາເຂົ້າມາແຂວງບໍ່ແກ້ວ ( ເມືອງ ຕົ້ນເຜິ້ງ ). ຈາກນັ້ນ, ກອງບັນຊາການ ປກສ ແຂວງ ໄດ້ຊີ້ນຳຫ້ອງວິຊາສະເພາະທີ່ກ່ຽວຂ້ອງລົງສົມທົບກັບສູນປະສານງານ 4 ປະເທດ ( ຝ່າຍຈີນ )
ລະມັດລະວັງ! ສະພາບເສັ້ນທາງນ້ຳບາກ-ຫຼວງພະບາງ
ເວລາ 13:20 ໂມງ ວັນທີ 15 ສິງຫາ 2022 ນໍ້າເຊາະເຈື່ອນຫີນ-ດິນລົງທັບ ເສັ້ນທາງນ້ຳບາກ-ຫຼວງພະບາງ. Cr. Katoon NB
ສະພາບນ້ຳຖ້ວມ ເມືອງໂພນ ໄຊ ແລະ ຊຽງເງິນ ເລີ່ມເຂົ້າສູ່ປົກກະຕິ
ແຫລ່ງຂ່າວ ຈາກແຂວງ ຫລວງພະບາງ ລາຍງານໃຫ້ຮູ້ວ່າ: ໃນວັນທີ 11 ສິງຫາ 2022 ຜ່ານມານີ້, ເກີດມີຝົນຕົກໜັກຫລາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ນ້ຳຖ້ວມບ້ານເຮືອນ ແລະ ເນື້ອທີ່ທຳການຜະລິດ ຂອງປະຊາຊົນ ຢູ່ ບ້ານປາກງາ ແລະ ບ້ານຫ້ວຍເຈ້ຍ ເມືອງໂພນໄຊ; ບ້ານປາກແຟນ ເມືອງຊຽງເງິນ ແຂວງຫລວງພະບາງ ສ້າງຄວາມເສຍຫາຍ ເປັນຈຳນວນຫລາຍສົມຄວນ.