ບ້ານໂພນໄຊ ຫລື ບ້ານຫລັກ 17, ເມືອງຫລາ ແຂວງອຸດົມໄຊ ເປັນບ້ານໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນວັນທີ 26 ສິງຫາ 2022 ສົ່ງຜົນເຮັດໃຫ້ເຮືອນຊານ, ເຂົ້າຂອງເຄື່ອງໃຊ້ ຂອງປະຊາຊົນໄດ້ຮັບຄວາມເສຍຫາຍສົມຄວນ ທ່ານ ບຸນຕັງ ອົງການປົກຄອງ ບ້ານໂພນໄຊ ໄດ້ໃຫ້ຮູ້ວ່າ: ບ້ານໂພນໄຊ ເສຍຫາຍໜັກ ມີ 13 ຫລັງຄາເຮືອນ,
ບ້ານເມືອງ
ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນກອງທັບ ກຳປູເຈຍ
ໃນວັນທີ 30 ສິງຫາ 2022 ນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນໂທ ຮຸນ ມາແນດ ຮອງຜູ້ບັນຊາການທະຫານສູງສຸດ, ຜູ້ບັນຊາການທະຫານບົກ ກອງທັບ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ
ຜູ້ແທນແຂວງ ຈຳປາສັກ ຢ້ຽມຢາມພື້ນຖານຜະລິດຫັດຖະກຳ ການທ່ອງທ່ຽວ ແຂວງ ດົ່ງຖັບ
ໃນວັນທີ 27 ສິງຫາ ຜ່ານມານີ້, ທີ່ແຂວງ ດົ່ງຖັບ ສສ ຫວຽດນາມ ຄະນະຜູ້ແທນແຂວງ ຈຳປາສັກ ຊຶ່ງນຳໂດຍ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ຈຳປາສັກ ໄດ້ເຄື່ອນໄຫວຢ້ຽມຢາມພື້ນຖານການຜະລິດຫັດຖະກຳ ແລະ ການທ່ອງທ່ຽວ ທີ່ເປັນທ່າແຮງຂອງແຂວງດົ່ງຖັບ ສສ ຫວຽດນາມ,
ຮອງນາຍົກ ຕິດຕາມ ກວດກາ ຜົນເສຍຫາຍຈາກນ້ຳຖ້ວມຢູ່ ແຂວງ ອຸດົມໄຊ
ວັນທີ 29 ສິງຫາ ນີ້ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະໄດ້ ເດີນທາງມາເຄື່ອນໄຫວຕິດຕາມສະພາບນ້ຳຖ້ວມຢູ່ແຂວງອຸດົມໄຊ ໂດຍມີ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳຂອງແຂວງໃຫ້ການຕ້ອນຮັບ. ທ່ານ ເຈົ້າແຂວງ ອຸດົມໄຊ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ
ພະແນກ ຍທຂ ແຂວງ ຜົ້ງສາລີ ລົງກວດກາເສັ້ນທາງເປ່ເພ ຍ້ອນໄພນໍ້າຖວມ
ດ້ວຍຄວາມເປັນຫ່ວງເປັນໃຍຂອງພັກ-ລັດ ກໍຄືອົງການປົກຄອງແຕ່ລະຂັ້ນທີ່ມີຕໍ່ປະຊາຊົນບັນດາເຜົ່າ ທີ່ປະສົບໄພທາງທຳມະຊາດນໍ້າຖ້ວມ ໃນຄັ້ງວັນທີ 26 ສິງຫາ 2022 ທີ່ຜ່ານມາ, ດັ່ງນັ້ນມາໃນວັນທີ 28 ສິງຫາ 2022 ນີ້ ທາງພະແນກໂຍທາທິການ ແລະ ຂົນສົ່ງແຂວງຜົ້ງສາລີ ນຳໂດຍທ່ານ ບຸນພະນິດ ແກ້ວຮຸ່ງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ແລະ
ເປີດນໍາໃຊ້ໂຄງການເຂື່ອນໄຟຟ້ານໍ້າງື່ມ 1 ພາກຂະຫຍາຍ ຈັກເບີ 6 ຢ່າງເປັນທາງການ
ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ຈັດພິທີເປີດນໍາໃຊ້ໂຄງການເຂື່ອນໄຟຟ້ານ້ຳງື່ມ 1 ພາກຂະຫຍາຍ ຈັກເປີ 6 ຢ່າງເປັນທາງການ ໃນວັນທີ 27 ສິງຫາ ຜ່ານມານີ້ ທີ່ເຂື່ອນໄຟຟ້ານ້ຳງື່ມ 1, ເມືອງ ແກ້ວອຸດົມ, ແຂວງ ວຽງຈັນ ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ
ໄພນໍ້າຖ້ວມເຂດແຄມນໍ້າພາກ ເມືອງ ຂວາ ຄາດຄະເນຜົນເສຍຫາຍ ເບື້ອງຕົ້ນ 5.6 ຕື້ກວ່າກີບ
ແຫຼ່ງຂ່າວຈາກ ເມືອງ ຂວາ, ແຂວງ ຜົ້ງສາລີ ລາຍງານວ່າ: ຈາກສະພາບ ຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເລີ່ມແຕ່ 3 ໂມງເຊົ້າ ຈົນເຖິງຕອນບ່າຍ ວັນທີ 26 ສິງຫາ 2022, ເຮັດໃຫ້ນໍ້າພາກ ມີລະດັບປະລິມານນໍ້າສູງຂຶ້ນ ພ້ອມທັງເກີດມີນໍ້າປ່າໄຫລຊຸແຮງ ເຮັດໃຫ້ເກີດມີນໍ້າອັ່ງຖ້ວມຖະໜົນຫົນທາງ ໂດຍສະເພາະແມ່ນເສັ້ນທາງຫລວງ 2E ແລະ 1B
ເມືອງ ສາລະວັນ ກຽມຈັດບຸນຊ່ວງເຮືອປະຈໍາປີ 2022 ຕົ້ນເດືອນ ກັນຍາ ນີ້
ແຫລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ເມືອງ ສາລະວັນ ຈະຈັດບຸນ ຊ່ວງເຮືອ ປະຈຳປີ 2022 ເລີ່ມແຕ່ວັນທີ 1-10 ກັນຍາ ທີ່ຈະມາເຖິງ ເພື່ອເປັນການສືບສານ, ອະນຸລັກຮັກສາປະເພນີອັນດີງາມຂອງຊາດ-ຂອງທ້ອງຖິ່ນ, ທັງເປັນການສົ່ງຜະລິດຕະພັນສິນຄ້າໂອດ໋ອບຂອງເມືອງ, ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງແຂວງຮ່ວມທ່ຽວຊົມຫລາຍຂຶ້ນ, ສ້າງເງື່ອນໄຂໃນການແລກປ່ຽນ, ຊື້-ຂາຍສິນຄ້າປະເພດຕ່າງໆຂອງພໍ່ແມ່ປະຊາຊົນ, ຜູ້ປະກອບທັງພາຍໃນ ມີບັນຍາກາດຟົດຟື້ນ.
ເຈົ້າແຂວງ ເຊກອງ ເນັ້ນຜູ້ບໍລິຫານການສຶກສາເອົາໃຈໃສ່ຫລາຍບັນຫາສໍາຄັນ
ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ໃນໂອກາດເຂົ້າຮ່ວມ ກອງປະຊຸມຜູ້ບໍລິຫານການສຶກສາທົ່ວແຂວງເຊກອງ ປະຈໍາສົກຮຽນ (2021-2022) ເມື່ອບໍ່ດົນມານີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ເນັ້ນໃຫ້ ຜູ້ບໍລິຫານການສຶກສາ ເອົາໃຈໃສ່ຫລາຍບັນຫາສຳຄັນ ເພື່ອເຮັດໃຫ້ການພັດທະນາການສຶກສາ ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ ມີຄຸນນະພາບ ຕອບສະໜອງ ໃຫ້ແກ່ການພັດທະນາເສດ ຖະກິດ-ສັງຄົມ ຂອງແຂວງ. ທ່ານເຈົ້າແຂວງເຊກອງ
ເສັ້ນທາງ 2E ເມືອງ ໄຊ ຫາ ເມືອງ ຫລາ ແຂວງ ອຸດົມໄຊ ຍັງບໍ່ສາມາດສັນຈອນໄດ້
ຕາມການລາຍງານຂອງ ທ່ານ ຫຸມພັນ ບຸບຜາຄຳ ເຈົ້າເມືອງ ຫລາ, ແຂວງ ອຸດົມໄຊ ໃຫ້ໃນວັນທີ 28 ສິງຫາ 2022 ນີ້ວ່າ: ມາຮອດປັດຈຸບັນ, ເສັ້ນທາງ 2E ເມືອງໄຊ-ເມືອງຫລາ ຍັງບໍສາມາດສັນຈອນໄປມາໄດ້ເນື່ອງຈາກເສັ້ນທາງ ຖືກຕັດຂາດຫລາຍຈຸດ ໄຟຟ້າ ນ້ຳປະປາ ຍັງບໍສາມາດໃຊ້ການໄດ້ສ່ວນລະບົບການສື່ສານໂທລະຄົມ ສາມາດແກ້ໄຂໄດ້ແລ້ວສອງ ເຄືອຂ່າຍຄື: