ໃນວັນທີ 11 ກັນຍາ 2022 ຜ່ານມານີ້, ເຈົ້າໜ້າທີ່ພາສີດ່ານພາສີສາກົນຂົວມິດຕະພາບ I ທີ່ຂຶ້ນກັບພາສີ ປະຈໍານະຄອນຫຼວງ ວຽງຈັນ ຢຶດອາວຸດເສີກ (ປະເພດປືນຍາວ) ໄດ້ຈໍານວນ 01 ກະບອກ ແລະ ຢາສູບໄຟຟ້າຈໍານວນ 600 ກອກ, ພ້ອມທັງໄດ້ດຳເນີນການມອບ-ຮັບຂອງກາງດັ່ງກ່າວໃຫ້ເຈົ້າໜ້າທີ່ຕຳຫຼວດນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ. ຕາມການລາຍງານຂອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ໃຫ້ຮູ້ວ່າ: ໃນວັນທີ
ບ້ານເມືອງ
ທີມຊາດ ລາວ ສູ້ບໍ່ໄຫວ ເສຍໃຫ້ ທີມຊາດ ຍີ່ປຸ່ນ 0-4
ການແຂ່ງຂັນບານເຕະ AFC U20 ຮອບຄັດເລືອກ ກຸ່ມ C ລົງແຂ່ງຂັນໃນເວລາ 19:30 ຂອງວັນທີ 12 ກັນຍາ 2022 ທີ່ສະໜາມກິລາຫຼັກ 16 ຈາກຜົນການແຂ່ງຂັນທີມຊາດ ລາວ ຕ້ານຄວາມແຂງແກ່ນຂອງ ທີມຊາດ ຍີ່ປຸ່ນ ບໍ່ໄຫວເສຍ 0-4.
ວັນທີ 12 ເດືອນກັນຍາ 2022 ນີ້ ສະຖານີລົດໄຟ ນະຄອນຫຼວງ ວຽງຈັນ ຈະເລີ່ມທົດລອງການເກັບຄ່າຈອດຍານພາຫະນະ
ວັນທີ 11 ກັນຍາ 2022 ນີ້ ບໍລິສັດທາງລົດໄຟ ລາວນະຄອນຫຼວງ ວຽງຈັນ -ຈີນ ຈໍາກັດ ແຈ້ງວ່າ: ການຄຸ້ມຄອງ ແລະ ຈັດສັນການບໍລິຫານຈອດລົດ (ຮັບ-ສົ່ງຜູ້ໂດຍສານ) ໃຫ້ທຸກທ່ານອຸ່ນໃຈໃນຄວາມປອດໄພ ແລະ ສາມາດຈອດລົດຄ້າງຄືນໄດ້ໂດຍບໍ່ຕ້ອງເປັນຫ່ວງຕໍ່ໄປທຸກທ່ານຈະບໍ່ຕ້ອງເປັນຫ່ວງທີ່ຈະຈອດລົດທັງຊົ່ວຄາວ ແລະ ຄ້າງຄືນຢູ່ໜ້າສະຖານີລົດໄຟນະຄອນຫຼວງວຽງຈັນອີກຕໍ່ໄປ, ເພາະບໍລິສັດ Boten Frontier Services
ວຽກງານກວດກາພັກ-ລັດ ແລະ ສະກັດກັ້ນຕ້ານ ການສໍ້ລາດບັງຫລວງ ລ້ວນແຕ່ເປັນວຽກອັນຮີບດ່ວນ
ໃນໂອກາດ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ເມືອງ ຊະນະຄາມ ແຂວງ ວຽງຈັນ ໃນວັນທີ 9 ກັນຍາ ຜ່ານມາ, ທ່ານ ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານສໍ້ລາດບັງຫລວງຂັ້ນສູນກາງໄດ້ໂອ້ລົມ ແລະ ໃຫ້ທີດຊີ້ນໍາຕໍ່ອົງການປົກຄອງເມືອງຊະນະຄາມໃຫ້ເອົາໃຈໃສ່ຕໍ່ກັບວຽກງານກວດກາພັກ, ກວດກາລັດ,
ເຂົ້າກວດຮ້ານຄາຣາໂອເກະ ມີທັງປຸມເປົ້າ ແລະ ສານເສບຕິດໃນຮ່າງກາຍ
ໃນກາງຄືນວັນທີ 9-10/9/2022 ເວລາ 2:33 ນທ ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໄດ້ເຂົ້າກວດຄົ້ນຮ້ານຄາລະໂອເກະ ຢູ່ບ້ານດອນແກ້ວ, ເມືອງໄຊ, ແຂວງອຸດົມໄຊ ເຈົ້າໜ້າທີ່ໄດ້ກວດກາຫ້ອງຄາລະໂອເກະທັງໝົດ 05 ຫ້ອງ ພົບເຫັນຜູ້ມາໃຊ້ບໍລິການທັງໝົດ 28 ຄົນ, ຍິງ 7 ຄົນ. ຜ່ານການກວດນໍ້າປັດສະວະ (ນໍ້າຍ່ຽວ) ພົບຜູ້ມີສານເສບຕິດໃນຮ່າງກາຍ
ສົມເດັດ ພະລາຊິນີ ເອລິຊາເບດ ທີ2 ແຫ່ງຣາຊະອານາຈັກ ອັງກິດ ສະຫວັນນະຄົດ ແລ້ວ
ອີງຕາມຂ່າວຈາກ ສໍານັກ ພະລາຊະວັງ ບັກກິງແຮມ (Buckingham) ຖະແຫລງການ ໃນ 12:30 ໂມງເຊົ້າ ຂອງວັນທີ 9 ກັນຍາປີນີ້ວ່າ: ສົມເດັດ ພະລາຊິນີ ເອລິຊາເບດ ທີ2 (Queen Elizabeth II) ແຫ່ງຣາຊະອານາຈັກ ອັງກິດ ໄດ້ສະຫວັນນະຄົດແລ້ວ ຢູ່ພະລາຊະວັງ Balmoral
ການກໍ່ສ້າງຂົວຂ້າມນ້ຳຂອງ ແຫ່ງທີ 5 ບໍລິຄຳໄຊ-ບຶງການ ຄືບໜ້າ 51.51%
ການປະຕິບັດແຜນງານພາຍໃນ ຮອດເດືອນ ສິງຫາ 2022 ຂອງໂຄງການກໍ່ສ້າງຂົວຂ້າມແມ່ນ້ຳຂອງ ມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ສັນຍາ 1 ວຽກກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຂົວ ແລະ ສັນຍາ 2 ແມ່ນໜ້າວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ໂດຍສະເລ່ຍຮອດປັດຈຸບັນ ໄດ້ມີຄວາມຄືບໜ້າທັງສອງໜ້າວຽກ ສາມາດປະຕິບັດໄດ້ 51.51%
ເປີດງານສັບປະດາ ຫັດຖະກຳຊົນເຜົ່າ ສົ່ງເສີມການຂະຫຍາຍ ຕະຫຼາດ
ສະມາຄົມຫັດຖະກຳລາວ ຮ່ວມກັບ ບໍລິສັດ ມິສທິນກ້າວໜ້າລາວ ຈຳກັດ ຈັດງານສັບປະດາຫັດຖະກຳຊົນເຜົ່າຂຶ້ນ ລະຫວ່າງວັນທີ 8-18 ກັນຍາ 2022 ຢູ່ຊັ້ນສອງ ສູນການຄ້າພາກຊັນ ນະຄອນຫລວງ ວຽງຈັນ ເຊິ່ງງານດັ່ງກ່າວ ໄດ້ມີບັນດາຫົວໜ່ຍທຸລະກິດເຄື່ອງຫັດຖະກຳ ເກືອບ 40 ຮ້ານໃນຂອບເຂດທົ່ວປະເທດ ເຂົ້າວາງສະແດງ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ນາລີ
ລົງກວດກາຄວາມເປັນລະບຽບຮຽບຮ້ອຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ
ຄະນະທີມງານຂັ້ນສູນກາງ, ຂັ້ນແຂວງ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ລົງກວດກາຄວາມເປັນລະບຽບຮຽບຮ້ອຍຂອງຜູ້ປະກອບການ ແລະ ຜູ້ອອກແຮງງານພາຍໃນເຂດເພື່ອເຮັດໃຫ້ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ກາຍເປັນເມືອງທີ່ເໝາະສົມແກ່ການດຳເນີນທຸລະກິດ, ທີ່ຢູ່ອາໄສ ແລະ ທ່ອງທ່ຽວ. ໃນຄ່ຳຄືນຂອງວັນທີ 6 ກັນຍາ 2022 ກະຊວງປ້ອງກັນຄວາມສະຫງົບ, ປກສ ແຂວງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງ ບໍ່ແກ້ວ, ປກສ-ປກຊ
ຫຼວງພະບາງ ແຈ້ງບໍ່ອະນຸຍາດໃຫ້ບັນດາໂຮງຮຽນສາຍສາມັນພາກລັດທົ່ວແຂວງ ເກັບເງິນຄ່າທຳນຽມ ນໍານັກຮຽນ
ພະແນກສຶກສາທິການ ແລະ ກິລາ, ແຂວງ ຫຼວງພະບາງ ອອກໜັງສືແຈ້ງການ ເລກທີ 1720/ສກຂ, ຫຼບ, ລົງວັນທີ 15 ສິງຫາ 2022 ເຖິງຫົວໜ້າຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 11 ເມືອງ/ນະຄອນຫຼວງພະບາງ ແລະຜູ້ອຳນວຍການໂຮງຮຽນ ອ້ອມຂ້າງພະແນກສຶກສາທິການ ແລະ ກິລາແຂວງ ເລື່ອງເກັບເງິນຄໍາທໍານຽມ ແລະ