ທັບນັກກິລາບານເຕະຄົນພິການຕາທີມຊາດລາວ ລົງປະເດີມສະໜາມນັດທຳອິດ ກໍສ້າ ງຜົນງານໄດ້ຢ່າງໂດດເດັ່ນ ໄລ່ຖະຫຼົ່ມເອົາຊະນະ ເຈົ້າພາບ ກຳປູເຈຍ ໄປແບບຂາດຮອຍ 3-0 ປະ ຕູ ຊຶ່ງໄດ້ຈາກການເໝົາຍິງຄົນດຽວຂອງ ສົມສັກ ດວງວິໄລ ລູກຫຼານຂອງຊາວເມືອງມໍລະດົກໂລກ ຫຼວງພະບາງ ຊ່ວຍທັບບານເຕະຄົນພິການຕາທີມຊາດລາວ ເກັບ 3 ແຕັມສຳຄັນ ມີລຸ້ນເຂົ້າຮອບ ຊີງຫຼຽນຄຳ ແຕ່ຕ້ອງຊະນະ ມາເລເຊຍ
ບ້ານເມືອງ
ຫາລືກະກຽມ ແລະ ດຳເນີນການເປັນປະທານ ອາຊຽນຂອງ ສປປ ລາວ ໃນປີ 2024
ວັນທີ 1 ມິຖຸນາ 2023 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະກໍາມາການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ເປັນປະທານກອງປະຊຸມການກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ
ບໍລິສັດ ວັດສະດຸໃໝ່ອາຊີ ເປີດໂຄງການຜະລິດ ແຮ່ໂບຣມິນ ຢູ່ແຂວງຄຳມ່ວນ
ໃນວັນທີ 31 ພຶດສະພາ 2023 ໄດ້ຈັດພິທີສະເຫລີມສະຫລອງ ແລະ ເປີດໂຄງການຜະລິດແຮ່ໂບຣມິນ ຂະໜາດ 10.000 ໂຕນຕໍ່ປີ ຂອງບໍລິສັດ ວັດສະດຸໃໝ່ອາຊີ ຈໍາກັດ ຢູ່ເຂດນິຄົມອຸດສາຫະ ກຳໝູນວຽນ ອັດສະຣິຍະ ອາຊີ-ໂປຕາສ ສາກົນ ເມືອງໜອງບົກ ແຂວງຄຳມ່ວນ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີປະຈຳສຳນັກງານນາຍົກ
ປະຫວັດຫຍໍ້ວັນເດັກສາກົນ ວັນທີ 1 ເດືອນ 6
ວັນທີ 1 ເດືອນ 6 ແມ່ນວັນເດັກນ້ອຍສາກົນ ຊຶ່ງໄດ້ກຳເນີດເກີດຂຶ້ນຈາກຂະບວນການຕໍ່ສູ້ກູ້ຊາດ ຕ້ານການກົດຂີ່ຂູດຮີດອັນປ່າເຖື່ອນຂອງພວກຈັກກະພັດນາຍທຶນ, ເພື່ອທວງເອົາສິດແຫ່ງການດຳລົງຊີວິດອັນເປັນທຳ ແລະ ຄວາມອີ່ມໜໍາສຳລານມາສູ່ລູກຫຼານ ຊຶ່ງເປັນອະນາຄົດຂອງຊາດ. ເມື່ອຫວນຄືນຫຼັງ ໃນວັນທີ 20 ພະຈິກປີ 1989 ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດໄດ້ຮັບຮອງເອົາສົນທິສັນຍາວ່າດ້ວຍສິດທິເດັກ ແລະ ລັດຖະບານ ສປປ ລາວ ໄດ້ກາຍເປັນພາຄີຂອງສົນທິສັນຍາດັ່ງກ່າວ. ພັກ-ລັດຖະບານລາວ ໄດ້ຖືເອົາວັນທີ
ການໃສ່ຮ້າຍປ້າຍສີຂອງຕາເວັນຕົກ ບໍ່ສາມາດກີດຂວາງເສັ້ນທາງມຸ່ງໜ້າໄປສູ່ອະນາຄົດທີ່ສວຍງາມກວ່າເກົ່າຂອງປະຊາຊົນລາວໂດຍຜ່ານທາງລົດໄຟຈີນ-ລາວ
ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ລາຍງານວ່າ: ຕາເວັນຕົກໄດ້ຊອກຫາທຸກວິທີ ເພື່ອໃສ່ຮ້າຍປ້າຍສີທາງລົດໄຟຈີນ-ລາວຈົນສຸດຄວາມສາມາດ ແລະ ໄດ້ເປີດປ່າວບັນຫາ “ກັບດັກໜີ້ສິນ” ມາໂດຍຕະຫຼອດ. ຂ່າວສານອາເປຂອງອາເມຣິກາເຄີຍລາຍງານຂ່າວວ່າ, ເສັ້ນທາງສາຍນີ້ໄດ້ເຮັດໃຫ້ປະເທດລາວປະເຊີນກັບ “ຄວາມສ່ຽງດ້ານໜີ້ສິນໃຫຍ່ປານໜ່ວຍພູ” ແລະ ລາວຈະອີງອາໄສປະເທດຈີນໃນດ້ານເສດຖະກິດນັບມື້ນັບຫຼາຍຂຶ້ນ. ນອກນີ້, ຂ່າວສານຝຣັ່ງຍັງໄດ້ພັນລະນາທາງລົດໄຟຈີນ-ລາວເປັນຄື “ຊ້າງເຜືອກ” ຊຶ່ງໝາຍຄວາມວ່າ: ການລົງທຶນອັນມະຫາສານໃນດ້ານພື້ນຖານໂຄງລ່າງແບບນີ້ ອາດຈະບໍ່ມີບົດບາດຫຍັງເລີຍ. ຕາມຂ່າວແຈ້ງວ່າ, ຫວ່າງມໍ່ໆມານີ້, ທ່ານ
ເດັກຄຳຮູ້ ມີລະບຽບວິໄນ ເປັນລູກທີ່ດີຂອງພໍ່-ແມ່
ທ່ານ ນາງ ມອນແກ້ວ ຫອມສົມບັດ ຮອງຜູ້ອໍານວຍການໂຮງຮຽນປະຖົມສົມບູນນາໄຮ່ດຽວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ສໍາພາດຕໍ່ນັກຂ່າວໜັງສືພີມ ປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ເນື່ອງໃນໂອກາດວັນເດັກນ້ອຍສາກົນ ທີ 1 ມິຖຸນາ ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ຊຶ່ງເປັນວັນທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງສໍາລັບເດັກນ້ອຍທຸກໆຄົນ ເພາະເດັກນ້ອຍທຸກຄົນແມ່ນຊັບສິນດ້ານມະນຸດໃນອະນາຄົດ, ຈະເປັນຄົນຮຸ່ນສືບທອດຕໍ່ໆໄປ ໃນການມີສ່ວນຮ່ວມສ້າງສາພັດທະນາປະເທດຊາດ – ສັງຄົມໃຫ້ມີຄວາມຈະເລີນກ້າວໜ້າ, ຮຸ່ງເຮືອງສີວິໄລ. ສະນັ້ນ, ຈຶ່ງຖືໂອກາດນີ້ຕາງໜ້າໃຫ້ຄູທຸກຄົນພາຍໃນໂຮງຮຽນຝາກຄວາມຮັກແພງມາຍັງລູກຫຼານນັກຮຽນ,
ແຂວງຜົ້ງສາລີ-ເມືອງຈຽງເຊິນ ນະຄອນພູເອີ ເພີ່ມທະວີຮັດແຫ້ນການຮ່ວມມື
ກອງປະຊຸມພົບປະແລກປ່ຽນລະຫ່ວາງ ຄະນະຜູ້ແທນເມືອງຈຽງເຊິນ ນະຄອນພູເອີ ແຂວງຢຸນນານ ແຫ່ງ ສປຈີນ ກັບ ແຂວງຜົ້ງສາລີ ໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ແຂວງຜົ້ງສາລີ, ຝ່າຍແຂວງຜົ້ງສາລີ ນຳໂດຍ ທ່ານ ຄຳຜອຍ ວັນນະສານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ ແລະ ຝ່າຍ ເມືອງຈຽງເຊີນ ນຳໂດຍທ່ານ ຫູ ຊິງ
ບໍລິຄຳໄຊ-ໜອງຄາຍ ເພີ່ມທະວີຮັກສາຄວາມສະຫງົບຕາມຊາຍແດນລາວ-ໄທຄັ້ງທີ 14
ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທລະຫວ່າງແຂວງບໍລິຄຳໄຊ ສປປ ລາວ-ຈັງຫວັດໜອງຄາຍ ຣາຊະອານາຈັກໄທຄັ້ງທີ 14 ໄດ້ຈັດຂຶ້ນໃນວັນທີ 30 ພຶດສະ ພານີ້ ທີ່ໂຮງແຮມພັນລ້ານບູຕິກ ຣີສອດ ອໍາເພີເມືອງໜອງຄາຍ ຈັງຫວັດໜອງຄາຍ ຣາຊະອານາຈັກໄທ, ຝ່າຍແຂວງບໍລິຄຳໄຊນຳໂດຍທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນແຂວງບໍລິຄຳໄຊ, ຝ່າຍຈັງຫວັດໜອງຄາຍນໍາໂດຍທ່ານ ລາຊັນ ຊຸ້ນຫົ້ວ ຜູ້ວ່າຣາຊະການຈັງຫວັດໜອງຄາຍ ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຈັງຫວັດໜອງຄາຍ,
ປີນີ້ ຄໍາມ່ວນ ມີແຜນການຜະລິດເຂົ້ານາປີ 89 ພັນກວ່າເຮັກຕາ
ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການຜະລິດເຂົ້ານາປີ 2023 ນີ້ ທົ່ວແຂວງມີເນື້ອທີ່ແຜນການທັງໝົດ 89.848 ເຮັກຕາ, ຄາດຄະເນຜົນຜະລິດ 330.693 ໂຕນ, ທຽບໃສ່ແຜນປີ 2022 ເນື້ອທີ່ຫຼຸດລົງ 388 ເຮັກຕາ, ໃນນີ້ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 61.356 ເຮັກຕາ,
ຫລາຍປະເທດ ຍັງບໍ່ມີຄວາມໝັ້ນຄົງດ້ານສະບຽງອາຫານ ຢ່າງຮຸນແຮງ
ຕາມຂ່າວຈາກ AFP,ວັນທີ29ພືດສະພານີ້, ອົງການ ອາຫານ ແລະ ການກະເສດ ຂອງສະຫະ ປະຊາຊາດ (FAO) ແລະ ໂຄງການ ອາຫານ ໂລກ(WFP) ປະກາດ ຍົກລະດັບ ເຕືອນໄພ ຄວາມບໍ່ໝັ້ນຄົງ ດ້ານສະບຽງ ອາຫານ ໃນຫລາຍພື້ນທີ່ ທົ່ວໂລກ ເປັນຕົ້ນ: ອາຟະການິດສະຖານ,ນີເຊຣີ,ໂຊມາລີ,ຊູດັງໃຕ້, ແລະ