ພາບຄວາມເສຍຫາຍເຫດໄຟໄໝ້​ຕະຫຼາດຫຼັກ​ 8​ ນະຄອນໄກສອນ​ ພົມວິຫານ

ພາບຄວາມເສຍຫາຍເຫດໄຟໄໝ້​ຕະຫຼາດຫຼັກ​ 8​ ນະຄອນໄກສອນ​ ພົມວິຫານ​ ແຂວງ​ ສະຫວັນນະເຂດ​ ເຊົ້າ​ຂອງວັນທີ​ 11​ ສິງຫາ​ 2022​ ນີ້​ ເຮັດໃຫ້ຮ້ານ​ຄ້າ​ ເຄື່ອງຂອງຕ່າງໆຂອງພໍ່ຄ້າແມ່ຄ້າ​ ຫຼາຍຮ້ານບໍ່ສາມາດເອົາອອກມາໄດ້.​ສ່ວນລາຍລະອຽດຄວາມເສຍຫາຍຈະມາລາຍງາຍພາຍຫຼັງ.​ ຮູບຈາກ: ຂວັນ

ອ່ານເພີ່ມ...

ຍທຂ ເມືອງ​ ບາຈຽງຈະເລີນສຸກ ເລັ່ງແກ້ໄຂເຮັດທາງເວັ້ນ​ ຂົວຫ້ວຍໝາກແງວ

ຕາມການລາຍງານຂອງ ຫ້ອງການໂຍທາທິການ ແລະ ຂົນສົ່ງ(ຍທຂ) ເມືອງ​ ບາຈຽງຈະເລີນສຸກ,​ ແຂວງ​ ຈຳປາສັກ​ ໃຫ້ຮູ້ວ່າ: ວັນທີ 8-9 ສິງຫາ 2022 ທີ່ຜ່ານມາ ໄດ້ເກີດມີ ຝົນຕົກໜັກຕິດຕໍ່ກັນ ເຮັດໃຫ້ຂົວຫ້ວຍໝາກແງວ ເສັ້ນທາງເລກ 20 ເຂດເມືອງ​ ບາຈຽງຈະເລີນສຸກ ຢຸບຕົວລົງ ເຮັດໃຫ້ການສັນຈອນໄປມາຖືກຕັດຂາດ.ປັດຈຸບັນ, ຫ້ອງການໂຍທາທິການ

ອ່ານເພີ່ມ...

ເກີດແຜ່ນດິນໄຫວ 3.8 ຣິກເຕີ ໃນບໍລິເວນ​ ແຂວງ​ ຜົ້ງສາລີ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ຄັ້ງວັນທີ 10 ສິງຫາ 2022 ໃນເວລາ 03:29 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວ ຈໍານວນ 01 ຄັ້ງ ໃນບໍລິເວນ ແຂວງ​ ຜົ້ງສາລີ ມີຈຸດສູນ ກາງຢູ່ເສັ້ນຂະໜານທີ 21,​937

ອ່ານເພີ່ມ...

ຊຽງຂວາງ ເລັ່ງສັກວັກຊີນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້

ເພື່ອໂຄສະນາປຸກລະດົມ ຂະບວນການສັກວັກຊິນ ປີ 2022 ໃຫ້ບັນລຸຕາມເປົ້າໝາຍ ລັດຖະບານວາງໄວ້ 80%, ໃນລະຫວ່າງວັນທີ 7-13 ສິງຫາ 2022 ຄະນະສື່ມວນຊົນ ນໍາພາໂດຍ ກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ອົງການອຸຍນີເຊບ (Unicef) ປະຈໍາລາວ ແລະ ສູນສຸຂະພາບ ແມ່

ອ່ານເພີ່ມ...

ທີມນັກກິລາຄົນພິການລາວ ສ້າງຜົນງານຍາດໄດ້ 2 ຫຼຽນເງິນ ແລະ 7 ຫຼຽນທອງ

ທີມນັກກິລາຄົນພິການທີມຊາດລາວ ຫຼາຍກວ່າ 70 ຊີວິດ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງ ວຽງຈັນ ດ້ວຍຄວາມສະຫວັດດີພາບ ໃນຕອນຄໍ່າຂອງວັນທີ 7 ສິງຫາທີ່ຜ່ານມາ ພ້ອມກັບຜົນງານ 2 ຫຼຽນເງິນ ແລະ 7 ຫຼຽນທອງ, ໂດຍໃຫ້ກຽດຕ້ອນຮັບ ແລະ ມອບຊໍ່ດອກໄມ້ ຂອງ ທ່ານ ນາງ ດາລາວອນ

ອ່ານເພີ່ມ...

ປະຊາຊົນ 9 ບ້ານເມືອງທ່າປາງທອງ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 6-9 ສິງຫາ 2022 ນີ້, ຢູ່ເມືອງທ່າປາງທອງ ແຂວງສະຫວັນນະເຂດ ໄດ້ມີຝົນຕົກຕິດຕໍ່ກັນເປັນເວລາຫລາຍວັນ ເຮັດໃຫ້ເກີດມີນໍ້າຂັງ ແລະ ຖ້ວມບ້ານເຮືອນ ແລະ ຕາມລໍານໍ້າເຊປ໋ອງ ແຕ່ເຖິ່ງຢ່າງໃດກໍຕາມ ຫລາຍພາກສ່ວນໄດ້ພ້ອມກັນສຸມໃສ່ຊ່ວຍເຫລືອ ພໍ່ແມ່ປະຊາຊົນ ເຮັດໃຫ້ມີຄວາມປອດໄພໂດຍພື້ນຖານ, ປັດຈຸບັນສະພາບນໍ້າຢູ່ໃນເກນປົກກະຕິ. ຜ່ານການເກັບກໍາຂໍ້ມູນເບື້ອງຕົ້ນ ບ້ານທີ່ໄດ້ຮັບຜົນກະທົບມີທັງໝົດ

ອ່ານເພີ່ມ...

ແຈ້ງເຕືອນພາຍຸໝຸນເຂດຮ້ອນ (MULAN) ປະຈໍາວັນທີ 09 ສິງຫາ 2022

ພາຍຸໜູນເຂດຮ້ອນ ມູລານ ຫົວທີ 07 ກໍາລັງເຄື່ອນທີ່ໄປທາງພາກເໜືອ ຕອນເທິງຂອງເກາະໄຮໜໍາ ພ້ອມດຽວກັນ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ທີ່ມີກໍາລັງແຮງປົກຄຸມເຂດພາກກາງ ແລະ ພາກໃຕ້ ຊຶ່ງຍັງຈະເຮັດໃຫ້ມີ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ຕົກປານກາງເປັນ ບໍລິເວນກວ້າງ ແລະ ຕົກໜັກ ຫາ ໜັກຫລາຍ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນ

ອ່ານເພີ່ມ...

ນາຍົກລັດຖະມົນຕີ ຊີ້ນຳຄະນະຮັບຜິດຊອບສະຖານີລົດໄຟ ຫລວງພະບາງ ປັບປຸງການບໍລິການໃຫ້ດີຂຶ້ນ

ໃນໂອກາດເຮັດວຽກຮ່ວມກັບ ຄະນະຮັບຜິດຊອບ ສະຖານີລົດໄຟຫລວງພະບາງ ວັນທີ 7 ສິງຫາ 2022 ນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ສືບຕໍ່ປັບປຸງລະບົບການຂາຍປີ້ລົດໄຟ ໃຫ້ມີຄວາມທັນສະໄໝ ແລະ ສາມາດກວດສອບຕາມລາຍຊື່ຂອງຜູ້ໃຊ້ບໍລິການ, ລວມທັງປັບປຸງຈຸດລໍຖ້າຂຶ້ນລົດ ແລະ ເຂົ້າສະຖານີ ໃຫ້ມີຄວາມສະດວກ ແກ່ຜູ້ມາໃຊ້ບໍລິການ. ສະຖານີລົດໄຟ ຫລວງພະບາງ ເປັນສະຖານີລະດັບສອງ

ອ່ານເພີ່ມ...

ລັດຖະບານ ຮັບຮອງເອົາຖະແຫລງການແຫ່ງຊາດ ວ່າດ້ວຍການ ຫັນປ່ຽນການສຶກສາ

ໃນວັນທີ 4 ສິງຫາ ຜ່ານມາ, ລັດຖະບານລາວ ໄດ້ເຫັນດີຮັບຮອງເອົາ ຖະແຫລງການແຫ່ງຊາດ ວ່າດ້ວຍການຫັນປ່ຽນການສຶກສາ ຢູ່ໃນ ສປປ ລາວ ເຊິ່ງຈະຊ່ວຍເພີ່ມທະວີຄວາມພະຍາຍາມຂອງ ສປປ ລາວ ໃນການປັບປຸງຄຸນນະພາບຂອງການສຶກສາໃນ ສປປ ລາວ ໂດຍສະເພາະໃນສະພາບການລະບາດຂອງພະຍາດ ໂຄວິດ-19. ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນກ່ອນໜ້າທີ່ ສປປ ລາວ ຈະເຂົ້າຮ່ວມ

ອ່ານເພີ່ມ...

ປະທານສະພາແຫ່ງຊາດ ເນັ້ນໃຫ້ກຳລັງ ປກສ ສືບຕໍ່ຝຶກຝົນທາດແທ້ປະຕິວັດ-ຈົງຮັກພັກດີຕໍ່ປະເທດຊາດ

ໃນໂອກາດທີ່ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມຍົກສູງບົດບາດ ການເຄື່ອນໄຫວຂອງສະພາແຫ່ງຊາດ ໃຫ້ແກ່ກຳລັງ ປກສ ໃນຕອນບ່າຍຂອງວັນທີ 8 ສິງຫາ 2022 ໃຫ້ກຽດຕ້ອນຮັບຈາກ ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ

ອ່ານເພີ່ມ...
error: Content is protected !!