ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 21 ກັນຍາທີ່ຜ່ານມານີ້, ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການອົງການສະຫະປະຊາຊາດ (UN) ໄດ້ກ່າວໃນຖະແຫຼງການເປີດເວທີການອະທິປາຍທົ່ວໄປຂອງກອງປະຊຸມສະມັດຊາສະຫະປະຊາຊາດ (UNGA) ສະໄໝສາມັນຄັ້ງທີ 77 ວ່າ ວິກິດການຫຼາຍຢ່າງທີ່ໂລກກຳລັງປະເຊີນຢູ່ໃນປັດຈຸບັນມີຄວາມຮຸນແຮງເພີ່ມຂຶ້ນຢ່າງຕໍ່ເນື່ອງສົ່ງຜົນໃຫ້ຂະບວນການຂັບເຄື່ອນທັງໝົດຕົກຢູ່ໃນອັນຕະລາຍ ແລະ ເປັນອຳມະພາດ. ທ່ານ ກູເຕີເຣສ ກ່າວວ່າ ຈຸດຢືນດ້ານພູມສາດການເມືອງຂອງແຕ່ລະປະເທດມີການແບ່ງແຍກຢ່າງຊັດເຈນຫຼາຍຂຶ້ນ ມີຜົນກະທົບຢ່າງໜັກຕໍ່ການເຮັດວຽກຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ກົດໝາຍສາກົນ
ບ້ານເມືອງ
ຜົນການຄົ້ນຄວ້າລະບຸວ່າ ທົ່ວໂລກມີມົດຢ່າງໜ້ອຍ 20,000 ລ້ານໆໂຕ
ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 20 ກັນຍາທີ່ຜ່ານມານີ້, ວາລະສານການດຳເນີນງານຂອງສະພາວິທະຍາສາດແຫ່ງຊາດ (PNAS) ໄດ້ເປີດເຜີຍຜົນການສຶກສາຄົ້ນຄ້ວາສະບັບຫຼ້າສຸດລະບຸວ່າ ທົ່ວໂລກມີມົດຢ່າງໜ້ອຍ 20,000 ລ້ານໆໂຕ ເຖິງແມ່ນວ່າໂຕເລກທີ່ໜ້າກັງວົນໃຈຂອງການມີປະຊາກອນແມງໄມ້ທັງໝົດ ຊຶ່ງເປັນສ່ວນສຳຄັນຂອງລະບົບນິເວດທົ່ວໂລກຍັງມີທ່າອ່ຽງທີ່ຈະຕ່ຳກວ່າຈຳນວນທີ່ແນ່ນອນຫຼາຍ. ໂດຍການລະບຸຈຳນວນປະຊາກອນມົດທົ່ວໂລກມີຄວາມສຳຄັນຕໍ່ການວັດແທກຜົນທີ່ຕາມມາຂອງການປ່ຽນທີ່ຢູ່ອາໄສຂອງພວກມັນ ຊຶ່ງລວມໄປເຖິງຜົນກະທົບຈາກການປ່ຽນແປງສະພາບອາກາດດ້ວຍ. ເຖິງແມ່ນວ່າຜົນການຄົ້ນຄ້ວາບາງສະບັບຈະພະຍາຍາມປະເມີນປະຊາກອນມົດທົ່ວໂລກແລ້ວ ແຕ່ຜົນລັບທີ່ໄດ້ນັ້ນມີຈຳນວນໜ້ອຍກວ່າ 20.000 ລ້ານໆໂຕ ຊຶ່ງສຳລັບຄວາມພະຍາຍາມຄັ້ງໃໝ່ນີ້ທີ່ໄດ້ຮັບການເຜີຍແຜ່ລົງໃນວາລະສານ PNAS ໂດຍກຸ່ມນັກວິໄຈໄດ້ວິເຄາະຜົນການສຶກສາຄົ້ນຄ້ວາເຖິງ 465 ສະບັບ ຊຶ່ງວັດແທກຈຳນວນມົດໃນພື້ນທີ່.
ລາວ ເເບ່ງປັນຄວາມຮູ້ດ້ານການສຶກສາ ເລັ່ງແກ້ໄຂວິກິດການ ດ້ານການຮຽນ
ເມື່ອບໍ່ດົນມານີ້, ຄະນະຜູ້ແທນຈາກ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ນໍາໂດຍ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍ ອົງການອຸຍນີເຊບ ປະຈໍາ ສປປ ລາວ, ໄດ້ສໍາເລັດ ການເຂົ້າຮ່ວມ ກອງປະຊຸມສຸດຍອດວ່າດ້ວຍການຫັນປ່ຽນການສຶກສາ ເພື່ອປຶກສາຫາລື
UN ເຕືອນ ການສຶກສາທົ່ວໂລກຈະກາຍເປັນໂຕແບ່ງແຍກຄັ້ງໃຫຍ່
ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 20 ກັນຍາ, ທ່ານ ອັນໂຕນິໂອ ກູເຕີເຣສ (António Guterres) ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ (UN) ກ່າວເຕືອນວ່າ ການສຶກສາທີ່ບໍ່ເທົ່າທຽມ ສາມາດແບ່ງໂລກອອກໄດ້ຢ່າງວ່ອງໄວ ແລະ ຕ້ອງການຮັກສາການພັດທະນາໃນວາລະກອງປະຊຸມກ່ອນກອງປະຊຸມຂອງການທູດ ຊຶ່ງເນັ້ນໄປທີ່ວິກິດຕ່າງໆທົ່ວໂລກ. ທ່ານ ກູເຕີເຣສ ໄດ້ຮຽກຮ້ອງໃຫ້ມີກອງປະຊຸມສຸດຍອດວາລະພິເສດດ້ານການສຶກສາໜຶ່ງວັນກ່ອນທີ່ບັນດາຜູ້ນຳໂລກຈະຮ່ວມປະຊຸມໃນກອງປະຊຸມສະມັດຊາສະຫະປະຊາຊາດ (UNGA) ສະໄໝສາມັນ ຊຶ່ງທ່ານກ່າວວ່າ ການສຶກສາຢູ່ໃນພາວະວິກິດແທນທີ່ຈະເປັນໂຕເປີດທາງທີ່ດີມັນກັບກາຍເປັນການແບ່ງແຍກຄັ້ງໃຫຍ່ຢ່າງວ່ອງໄວ.
ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມຄະນະຜູ້ແທນ ລາວ ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່
ໃນວັນທີ 20 ກັນຍາ 2022 ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ, ນະຄອນນິວຢອກ, ສະຫະລັດອາເມຣິກາ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 77 ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ
ໃຊ້ຈົກຄາດຕະກຳເມຍ ຍ້ອນເສບຢາບ້າ ຈົນປະສາດຫຼອນ 
ຊາຍໄວ 40 ປີ ເສບຢາບ້າຫຼາຍ ເຮັດໃຫ້ປະສາດຫຼອນ ກໍ່ເຫດໃຊ້ຈົກຕີຫົວເມຍຕົນເອງ 3 ບາດ ສົ່ງຜົນເຮັດໃຫ້ເສຍຊີວິດຄາທີ່, ເຫດການດັ່ງກ່າວນີ້ເກີດຂຶ້ນໃນເວລາ 11:00 ໂມງ ຂອງວັນທີ 11 ກັນຍາ 2022, ທີ່ບ້ານ ນາເກືອ, ເມືອງ ຊໍາໃຕ້. ແຂວງ ຫົວພັນ. ເຈົ້າຫນ້າທີ່ ປກສ
ສະພາບລົດ ຈາກເຫດການລົດຮຸ່ນໄດ ທີ່ຖືກນ້ຳພັດໄຫຼ ທີ່ ເມືອງ ຫຼາ, ເເຂວງ ອຸດົມໄຊ
ເມືອງ ຫຼາ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມອີກຄັ້ງເມື່ອມີຝົນຕົກໜັກຕໍ່ເນື່ອງ ປະມານເວລາ 7 ໂມງເຊົ້າຂອງ ວັນທີ 20 ກັນຍານີ້. ໄດ້ເຮັດໃຫ້ເສັ້ນທາງຄົມມະນາຄົມຂາດ, ເສາະເຈື່ອນ ແລະ ດິນຖົມຢູ່ຫຼາຍຈຸດ ໂດຍສະເພາະແມ່ນເຂດທີ່ກຳລັງຟື້ນຟູຄືນຈາກເຫດການນ້ຳຖ້ວມທີ່ຜ່ານມາ ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ຊັບສິນ. ລັດຖະບານເຮັດທຸກຢ່າງທີ່ເປັນໄປໄດ້ເພື່ອໃຫ້ປະຊາຊົນກັບຄືນສູ່ຊີວິດປົກກະຕິໂດຍໄວ. ແລະດັ່ງນັ້ນຈຶ່ງມີການໂຄສະນາເຜີຍແຜ່ຫຼາຍຢ່າງກ່ຽວກັບອຸດສາຫະກໍາເກມ. ຂໍ້ມູນທີ່ຈໍາເປັນທັງຫມົດສໍາລັບຜູ້ເລີ່ມຕົ້ນສາມາດໄດ້ຮັບໂດຍການໄປຢ້ຽມຢາມເວັບໄຊທ໌ https://gamblinganswer.com/ ຈາກເຫດການໃນຄັ້ງນີ້ໄດ້ເຮັດໃຫ້ລົດ 6 ລໍ ຮຸ່ນໄດ ທະບຽນປ້າຍ
ພົບຮ່າງ ໝໍລໍາ ອີນແຕ່ງ ແກ້ວບົວລາ ແລ້ວ! ທີ່ຫາງບ້ານ ເວີນ, ເມືອງ ມຸນລະປາໂມກ
ລາຍງານຫຼ້າສຸດ ເວລາ 09:20 ນາທີ ວັນທີ 21 ກັນຍາ 2022 ນີ້, ຜູ້ໃຊ້ເຟສບຸກຊື່ Somphiane Vorlabouth ໂພສວ່າ: ພົບຮ່າງໝໍລຳອິນແຕ່ງ ແລ້ວ ເຊິ່ງບ່ອນພົບສົບແມ່ນຢູ່ໄກຈາກຈຸດເກີດເຫດເຖິງ 100 ກິໂລແມັດຈາກ ນະຄອນ ປາກເຊ ບ່ອນຂົວຂ້າມນ້ຳຂອງທີ່ລາວໂດດລົງ ທີ່ຫາງບ້ານ ເວີນ, ເມືອງ
ຊ່ວງເຮືອທ່າວັດຈັນປີນີ້ ຊີງລາງວັນໂລຂັນ ມູນຄ່າ 19 ລ້ານ ແລະ ເງິນສົດ 20 ລ້ານກີບ 
ອີງຕາມຂໍ້ມູນ ຄະນະກໍາມະການຈັດງານ ບຸນອອກພັນສາປະວໍລະນາ ແລະ ບູນຊ່ວງເຮືອປະຈໍາປີ 2022 ໄດ້ຖະແຫລງຕໍ່ສື່ມວນຊົນວັນທີ 20 ກັນຍານີ້ວ່າ: ກິດຈະກໍາ ການຊ່ວງເຮືອ ໃນວັນທີ 11/10/2022 ຈະຈັດການແຂ່ງຂັນຢູ່ທີ່ທ່າວັດຈັນ ເມືອງ ຈັນທະບູລີ ຈະໄດ້ຊ່ວງເຮືອປະເພນີຍິງ, ປະເພນີຊາຍ, ເຮືອສູດຊາຍ ( ຖ້າຫາກມີນ້ຳຫຼາຍ ), ກໍລະນີມີນ້ໍາໜ້ອຍຈະໄດ້ຍ້າຍໄປແຂ່ງຂັນຢູ່ຕໍ່ໜ້າໂຮງແຮມແລນມາກ. –
ກຽມປະກາດ ນະຄອນຫລວງ ວຽງຈັນ ບໍ່ມີເມືອງທຸກຍາກພາຍໃນທ້າຍປີນີ້ !
ທ່ານ ອານຸພາບ ຕຸນາລົມ, ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກນະຄອນຫລວງ ວຽງຈັນ ໃຫ້ຮູ້ໃນໂອກາດຂຶ້ນລາຍງານຕໍ່ກອງປະຊຸມຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງທົ່ວປະເທດ ຈັດຂຶ້ນຢູ່ນະຄອນຫລວງ ວຽງຈັນ ເມື່ອບໍ່ດົນມານີ້ວ່າ: ເມື່ອປະເມີນຕາມດໍາລັດ ສະບັບເລກທີ 348/ລບ, ລົງວັນທີ 16 ພະຈິກ 2017 ວ່າດ້ວຍມາດຕະຖານພົ້ນທຸກ