ໃກ້ຄວາມເປັນຈິງ! ລົດເມສາຍດ່ວນ ໄດ້ຖືກຂົນສົ່ງທາງລົດໄຟ ຈາກກຸ້ຍໂຈ ສປ ຈີນ ໃນວັນທີ 28 ຕຸລາ 2024ຄາດການວ່າ ຈະໃຊ້ເວລາເດີນທາງ 7 ວັນ ຮອດນະຄອນຫຼວງວຽງຈັນ.

ປັດຈຸບັນ, ການກໍ່ສ້າງໂຄງລ່າງພື້ນຖານສໍາລັບລົດເມດ່ວນ BRT ໃນນະຄອນຫລວງວຽງຈັນ ແຕ່ສວນເຈົ້າຟ້າງຸ່ມໄປຫາໜ້າມະຫາວິທະຍາໄລແຫ່ງຊາດ ດົງໂດກ ໄລຍະທາງລວມ 12,9 ກິໂລແມັດ ສໍາເລັດແລ້ວ 30% ຂອງໜ້າວຽກທັງໝົດ, ຄາດວ່າຈະສໍາເລັດ ແລະ ເປີດທົດລອງແລ່ນບໍລິ ການລົດເມດ່ວນໃນທ້າຍປີ 2025 ທີ່ຈະມາເຖີງນີ້. ໃນໄລຍະເປີດທົດລອງແລ່ນບໍລິການລົດ ເມດ່ວນ BRT ໃນທ້າຍປີ 2025 ແມ່ນຈະໃຫ້ຜູ້ໂດຍສານຂີ່ໂດຍບໍ່ເສຍຄ່າໃນໄລຍະ

ອ່ານເພີ່ມ...

ເກີດເຫດພໍ່ຟັນຫົວລູກຕົນເອງແລ້ວຫລົບໜີ

ອີງຕາມລາຍງານຈາກ: ມູນນິທິ ພົມມະເທບ ສະຫວັນນະເຂດ ໃນວັນທີ 28 ຕຸລາ 2024 ເວລາ 19:24 ນາທີ ໄດ້ຮັບແຈ້ງເຫດພໍ່ລູກຜິດກັນແລ້ວຟັນຫົວ ແລະ ແຂນ ລູກຊາຍບາດເຈັບສາຫັດ ຢູ່ບ້ານໂພນສະຫວ່າງໃຕ້ ນະຄອນໄກສອນ ແຂວງສະຫວັນນະເຂດ ຫລັງກໍ່ເຫດແລ້ວຜູ້ເປັນພໍ່ໄດ້ເອົາຫລົບໜີ. ອາການເບື້ອງຕົ້ນຫົວມີບາດແຜເປີດເລິກ 4 ບາດແຜ ແລະ ຂໍ້ມືຊ້າຍຖືກຟັນເກືອບຂາດ

ອ່ານເພີ່ມ...

ສະພາບພາຍຸໝຸນເຂດຮ້ອນ ທຣາມິ (TRAMI) ວັນທີ 28 – 29 ຕຸລາ 2024

ພາຍຸໝຸນເຂດຮ້ອນ ທຣາມິ (TRAMI) ໄດ້ອ່ອນກໍາລັງລົງກາຍເປັນ ພາຍຸດີເປຣຊັ່ນ, ເຊິ່ງໃນເວລາ 7 ໂມງ 00 ຂອງມື້ນີ້ມີຈຸດສູນກາງ ຢູ່ເສັ້ນຂະໜານທີ 15.7 ອົງສາເໜືອ ແລະ ເສັ້ນແວງທີ 108.0 ອົງສາຕາເວັນອອກ ແລະ ມີຄວາມໄວສຸງສຸດຢູ່ ໃກ້ຈຸດ ກາງ 45 ກິໂລແມັດຕໍ່ ຊົ່ວໂມງ,

ອ່ານເພີ່ມ...

ລົງວິໄນ ພະນັກງານ 26 ຄົນ ສໍ້ລາດບັງຫຼວງ ບຸກລຸກທີ່ດິນປ່າພູພຽງບໍລິເວນ ແລະ ປ່າຜະລິດ ທີ່ແຂວງອັດຕະປື

ໜັງສືແຈ້ງການຂອງອົງການກວດກາແຫ່ງລັດ ເລກທີ 435/ອກຫລ, ລົງວັນທີ 12 ທັນວາ 2023 ເລື່ອງ ການແກ້ໄຂຜົນການກວດກາ ການບຸກລຸກທີ່ດິນປ່າປ້ອງກັນພູພຽງບໍລະເວນ, ປ່າຜະລິດຢູ່ເມືອງສະໜາມໄຊ ຈໍານວນ 5.860.34 ha ກ່ຽວຂ້ອງກັບພະນັກງານ ແລະ ປະຊາຊົນ ຈໍານວນ 26 ຄົນ ໃນນັ້ນມີຈໍານວນ 8 ຄົນ ຖືກດໍາເນີນຄະດີ

ອ່ານເພີ່ມ...

ແກ້ໄຂຄະດີຢາເສບຕິດ 967 ເລື່ອງ ພ້ອມກັກຜູ້ຖືກຫາໄດ້ຈຳນວນ 1,641 ຄົນໄລຍະ 1 ປີຜ່ານມາ ທົ່ວນະຄອນຫຼວງວຽງຈັນ

ພົຈວ ບົວພັນ ຟອງມະນີ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບນະ ຄອນຫຼວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ :ໃນໄລຍະ 1 ປີຜ່ານມາ, ເຈົ້າໜ້າທີ່ປ້ອງກັນຄວາມສະ ຫງົບ (ປກສ) ນວ ໄດ້ເຮັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໄດ້ທັງໝົດ 967 ເລື່ອງ, ກັກຜູ້ຖືກຫາໄດ້ຈຳນວນ 1,641 ຄົນ ຍິງ 187 ຄົນ.

ອ່ານເພີ່ມ...

ສຳເລັດເດືອນກັນຍາ 2025 ເຂດພູ 9 ຫຼັກ ກາສີ-ເມືອງນານ

ມາຮອດປັດຈຸບັນ, ໂຄງການສ້ອມແປງທາງສຸກເສີນປູເບຕົງເຂດພູ 9 ຫຼັກ ກາສີ-ເມືອງນານ ສໍາເລັດແລ້ວ 58,58% ພາຍຫຼັງເລີ່ມລົງມືສ້ອມແປງຢ່າງເປັນທາງການແຕ່ວັນທີ 10 ພຶດສະພາ 2022 ເປັນຕົ້ນມາ. ທ່ານ ສົມໃຈ ຊາພັກດີ, ຫົວໜ້າໂຄງການສ້ອມແປງທາງສຸກເສີນປູເບຕົງເຂດ ພູ 9 ຫລັກ ກາສີ-ເມືອງນານ ໃຫ້ສໍາພາດຕໍ່ລາຍການຮອບບ້ານຜ່ານເມືອງຂອງວິທະຍຸ ກະຈາຍສຽງແຫ່ງ ຊາດລາວໃນວັນທີ 25

ອ່ານເພີ່ມ...

ເຈົ້າໜ້າທີ່ເມືອງຫົງສາ ສຶກສາອົບຮົມ ກຸ່ມແກ້ງຂີ່ລົດກວນເມືອງ-ດັດແປງເຕັກນິກລົດ

ໃນຕອນເຊົ້າຂອງວັນທີ 23 ຕຸລາ 2024, ຢູ່ທີ່ກອງບັນຊາການປກສເມືອງຫົງສາ, ໄດ້ສຶກສາອົບຮົມ, ກ່າວເຕືອນ ແລະ ເຮັດບົດບັນທຶກ ກັບກຸ່ມແກ້ງຂັບຂີ່ລົດໄວກວນເມືອງ ແລະ ດັດແປງສະພາບເຕັກນິກລົດ, ໂດຍການຂົ້າຮ່ວມຂອງ ທ່ານ ພັທ ລຳແພນ ຫອມເພັດ ຮອງຫົວຫນ້າກອງບັນຊາການປກສ ເມືອງຫົງສາ, ມີຕາງໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ອຳນວຍການໂຮງຮຽນ, ຜູ້ປົກຄອງພ້ອມດ້ວຍຜູ້ຂັບຂີ່ລະເມີດກົດລະບຽບຈະລາຈອນ

ອ່ານເພີ່ມ...

ລັດຖະບານເລັ່ງຄົ້ນຄວ້າ ເພີ່ມເງິນເດືອນລັດຖະກອນ ໂຄຕ້າລັດຖະກອນ ປີ 2025 ມາດຕະການແກ້ໄຂລົດເຖື່ອນ

ໃນຕອນແລງວັນທີ 24 ຕຸລາ 2024, ທ່ານ ສອນໄຊ ສິດພະໄຊ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະ ມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈໍາເດືອນຕຸລາ 2024 ໃຫ້ຮູ້ວ່າ: ກອງປະຊຸມໄດ້ໄຂຂຶ້ນ ໃນຕອນເຊົ້າວັນທີ 23 ແລະ ອັດລົງ ໃນຕອນບ່າຍ ວັນທີ

ອ່ານເພີ່ມ...

ອຸຕຸແຈ້ງເຕືອນໄພ ພາຍຸໝຸນເຂດຮ້ອນທຣາມິ ວັນທີ 26-30 ຕຸລາ 2024

ອີງຕາມແຈ້ງການຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກົມອຸຕຸນິຍົມ ແລະ ອຸທົກກະສາດ ລົງເມືອວັນທີ 25 ຕຸລາ 2024 ແຈ້ງເຕືອນໄພພາຍຸໝຸນເຂດຮ້ດອນ ທຣາມິ (Trami) ໃນລະຫວ່າງວັນທີ 26-30 ຕຸລາ 2024 (ສາມາດອ່ານເພິ່ມເຕີມລຸ່ມນີ້)

ອ່ານເພີ່ມ...

ປະທານປະເທດ ເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມປະເທດ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວາລາດີເມຍ ປູຕິນ ປະທານນາທິບໍດີ ແຫ່ງ ສ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກຳລັງພັດທະນາໃນເຂດໂລກໃຕ້ ຫລື BRICS Plus/Outreach

ອ່ານເພີ່ມ...
error: Content is protected !!