ຕາມການລາຍງານຂອງ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນໄລຍະຜ່ານມາ ພະລັງງານ ແລະ ບໍ່ແຮ່ແຂວງ ກໍຄືລັດວິສາຫະກິດໄຟຟ້າລາວສາຂາເຊກອງ ໄດ້ເອົາໃຈໃສ່ຂະຫຍາຍລະບົບຕາຂ່າຍໄຟຟ້າອອກສູ່ຊົນນະບົດເຂດຫ່າງໄກສອກຫຼີກບ່ອນທີ່ມີເງື່ອນໄຂ; ຊຶ່ງປັດຈຸບັນ ມີຕາຂ່າຍໄຟຟ້າຖາວອນເຂົ້າເຖິງບ້ານ 162 ບ້ານ ກວມເອົາ 81,41% ແລະ ມີຫຼັງຄາເຮືອນທີ່ໄດ້ໃຊ້ໄຟຟ້າແລ້ວ 18.876 ຫຼັງຄາເຮືອນ ກວມເອົາ 87,95%
ບ້ານເມືອງ
6 ເດືອນຕົ້ນປີ ອອປສ ອອກຄຳສັ່ງຈັບຕົວ 1.610 ສະບັບ
ອີງຕາມການລາຍງານ ຂອງທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງ ຊາດ ຊຸດທີ IX ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນ ຕົ້ນປີ 2023 ນີ້, ອອປສ ໄດ້ອອກຄຳສັ່ງຈັບຕົວ 1.610 ສະບັບ, ອອກຄຳ
ຮອງນາຍົກລັດຖະມົນຕີ ມອບຫລຽນກາມິດຕະພາບ ໃຫ້ຜູ້ປະສານງານ ສປຊ ປະຈຳລາວ
ໃນວັນທີ 5 ກໍລະກົດ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບ ແລະ ປະດັບຫລຽນກາມິດຕະພາບ ໃຫ້ແກ່ ທ່ານ ນາງ ຊາຣາ ເຊເກັນເນສ (Ms. Sara Sekkenes), ຜູ້ປະສານງານຂອງອົງການສະຫະປະຊາຊາດ ປະຈຳ
ປກສ ເມືອງຕົ້ນເຜີ້ງ ຢຶດຢາບ້າ 2.800.000 ເມັດ ໃນຄະນະກຳລັງຂົນຂຶ້ນຝັງນໍ້າຂອງ.
ເວລາປະມານ 23 ໂມງຂອງວັນທີ 29 ມິຖຸນາ 2023 ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຮ່ວມກັບກອງກໍ່ສ້າງຮາກຖານ 918 ໄດ້ຢຶດຢາເສບຕິດ ປະເພດຢາບ້າ 2.800.000 ເມັດ ໃນຄະນະທີ່ກຳລັງຂົນຂື້ນຝັງນໍ້າຂອງ ພ້ອມກັກຕົວຜູ້ຖືກຫາໄດ້ 2 ຄົນ. ຄະດີດັ່ງກ່າວ, ເບື້ອງຕົ້ນ ເຈົ້າໜ້າທີ່ຕໍາຫຼວດ ວິຊາສະເພາະ
ຈຳປາສັກ-ນະຄອນດາໜັງ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື
ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ເຂົ້າພົບປະຢ້ຽມຢາມ ທ່ານ ເລ ຈຸງ ຈິງ ປະທານຄະນະກຳມະການ ປະຊາຊົນນະຄອນດາໜັງ ພ້ອມດ້ວຍຄະນະ ໃນວັນທີ 24 ມິຖຸນາ 2023 ທີ່ນະຄອນດາໜັງ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງນະຄອນດາໜັງ
ກອງປະຊຸມສະໄໜສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ
ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 26 ມິຖຸນາ 2023 ເຊິ່ງຈະໄດ້ດຳເນີນໄປຈົນຮອດວັນທີ 18 ກໍລະກົດ 2023 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸດລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ,
ເປີດສູນວາງສະແດງວັດທະນະທຳລົດໄຟຢູ່ສະຖານີນະຄອນຫລວງວຽງຈັນ
ໃນວັນທີ 20 ມິຖຸນາ 2023, ໄດ້ມີພິທີເປີດສູນວາງສະແດງວັດທະນະທໍາລົດໄຟ ຢູ່ສະຖານີນະຄອນຫລວງວຽງຈັນຂອງທາງລົດໄຟລາວ-ຈີນຢ່າງເປັນທາງການ ໂດຍແມ່ນ ບໍລິສັດ CRRC ແລະ ບໍລິສັດທາງລົດໄຟລາວ-ຈີນ ເປັນຜູ້ຮ່ວມສັ້ງຕັ້ງ ແລະ ນັບແຕ່ມື້ນີ້ເປັນຕົ້ນໄປ, ສູນວາງສະແດງວັດທະນະທຳທາງລົດໄຟ ຈະຈັດການວາງສະແດງຢູ່ສະຖານີນະຄອນຫລວງວຽງຈັນ ເປັນເວລາ 30 ວັນ ໂດຍຈະມີລົດໄຟລົດລາງທີ່ທັນສະໄໝ 20 ກວ່າປະເພດ ທີ່ຜະລິດໂດຍບໍລິສັດ CRRC,
ເລຂາທິການໃຫຍ່ ສືບຕໍ່ຢ້ຽມຢາມເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ
ໃນໂອກາດການເຄື່ອນໄຫວຢ້ຽມຢາມ ສປ ຈີນ, ພາຍຫລັງສຳເລັດການຢ້ຽມຢາມ ຢູ່ແຂວງ ຢຸນນານ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະ ນະຜູ້ແທນຂັ້ນສູງຂອງພັກ, ລັດລາວ ໄດ້ສືບຕໍ່ຢ້ຽມຢາມ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ແລະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ
ສາລະວັນ ຈະກໍ່ສ້າງທາງປູຫີນຂົບໄລຍະ 24 ກິໂລແມັດ
ບໍລິສັດ ຈະເລີນໄຊກໍ່ສ້າງຂົວທາງ, ເຄຫະສະຖານ ແລະ ກໍ່ສ້າງຊົນລະປະທານ ເປັນຜູ້ຊະນະການປະມູນ ເປັນບໍລິສັດຮັບເໝົາກໍ່ສ້າງເສັ້ນທາງປູຫີນຂົບ ແຕ່ແຍກທາງ 15A ບ້ານຄອນສາຍ ເມືອງວາປີ ຫາແຍກທາງ 13 ໃຕ້ ບ້ານແບ່ງດ່ານ ເມືອງລະຄອນເພັງ ແຂວງສາລະວັນ, ຄວາມຍາວ 24 ກິໂລແມັດ, ໃນມູນຄ່າ 97 ຕື້ກວ່າກີບ ແລະ
ຣັດເຊຍ ພວມພິຈາລະນາ ຖອນຕົວອອກຈາກຂໍ້ຕົກລົງ ການສົ່ງອອກທັນຍາພືດ
ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 14 ມິຖຸນາ, ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ເປີດເຜີຍວ່າ: ຣັດເຊຍ ພວມພິຈາລະນາ ຖອນຕົວອອກຈາກ ຂໍ້ຕົກລົງ ການສົ່ງອອກ ທັນຍາພືດ ເນື່ອງຈາກ ທັນຍາພືດ ສ່ວນໃຫຍ່ ຂອງ ອູແກຣນ ຖືກຈຳໜ່າຍ ໃຫ້ແກ່ກຸ່ມ ປະເທດ ສະຫະພາບ ເອີຣົບ ທີ່ຮັ່ງມີ ຫລາຍກວ່າ ກຸ່ມປະເທດ ທີ່ພວມພັດທະນາ ຕາມທີ່ຕົກລົງໄວ້. ທ່ານ ວາລາດີເມຍ ປູຕິນ ໄດ້ປະຊຸມກັບ ຄະນະ ຜູ້ບັນຊາການ ທະຫານ ແລະ ກ່າວວ່າ: ການສົ່ງອອກ ອາຫານ ເປັນໜຶ່ງ ໃນແຫລ່ງລາຍໄດ້ ຈາກ ເງິນຕາ ຕ່າງປະເທດ ຂອງ ອູແກຣນ , ໂດຍ ຣັດເຊຍ ເຮັດຂໍ້ຕົກລົງນີ້ ເພື່ອຊ່ວຍເຫລືອ