ໃນໄລຍະ 6 ເດືອນຕົ້ນປີ 2023 ຜ່ານມານີ້, ນະຄອນຫຼວງວຽງຈັນ (ນວ) ສາມາດສົ່ງອອກສິນຄ້າກະສິກໍາ ໄດ້ທັງໝົດ 26,36 ລ້ານໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 4,41 ລ້ານໂດລາ ເທົ່າກັບ 20,14%. ທ່ານນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ
ບ້ານເມືອງ
ເສຍຫາຍໜັກ! ດິນເຈືອນທັບເຮືອນນອນທະຫານທີ່ແຂວງໄຊສົມບູນ
ໃນຕອນເຊົ້າຂອງວັນທີ 2 ສິງຫາ 2023 ນີ້, ໄດ້ເກີດເຫດດິນເຈື່ອນລົງມາໃສ່ເຮືອນນອນຂອງອ້າຍນ້ອງທະຫານ ທີ່ແຂວງໄຊສົມບູນ, ເນື່ອງຈາກສະພາບອາກາດມີຝົນຕົກຕິດຕໍ່ກັນຫຼາຍວັນ ຕາມການລາຍງານເບື້ອງຕົ້ນບໍ່ມີຄົນໄດ້ຮັບບດເຈັບ ຫຼື ເສຍຊີວິດ.
ປະລິມານນໍ້າ ຍັງສືບຕໍ່ໄຫລຖ້ວມເມືອງອາດສະພັງທອງ ເປັນວົງກວ້າງ
ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໄດ້ລາຍງານຄວາມຄືບໜ້າ ສະພາບນ້ຳຖ້ວມ ຢູ່ຫລາຍບ້ານພາຍໃນເມືອງອາດສະພັງທອງ ມາຮອດວັນທີ 2 ສິງຫາ 2023 ເຫັນວ່ານໍ້າຍັງສືບຕໍ່ຖ້ວມ ແລະ ເພີ່ມທະວີຂຶ້ນເລື້ອຍໆ ໂດຍສົ່ງຜົນກະທົບໃຫ້ຫລາຍບ້ານ ທີ່ຢູ່ລຽບສາຍນໍ້າເຊຈໍາພອນ ໄດ້ໄຫລເຂົ້າຖ້ວມບ້ານເຮືອນ ພໍ່-ແມ່ປະຊາຊົນ, ສິ່ງຂອງເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງປູກຂອງຝັງເຊັ່ນ: ເຂົ້າ, ສວນຜັກ, ໜອງປາ ແລະ ສັດລ້ຽງ ເຊັ່ນ:
ບໍ່ແກ້ວ-ຊຽງຮາຍ ແກ້ໄຂບັນຫາຢາເສບຕິດຮ່ວມກັນຕາມຊາຍແດນ
ໃນວັນທີ 20 ກໍລະກົດ 2023 ໄດ້ຈັດກອງປະຊຸມແລກປ່ຽນສະພາບ ແລະ ແກ້ໄຂບັນຫາຢາເສບຕິດ, ຕາມຊາຍແດນ ລາວ-ໄທ ລະຫວ່າງບໍ່ແກ້ວ-ຊຽງຮາຍ ໄດ້ຈັດຂຶ້ນທີ່ ອາເພີຊຽງຂອງ ຈັງຫວັດຊຽງຣາຍ ປະເທດໄທ ໂດຍການເປັນປະທານຮ່ວມຝ່າຍລາວ ມີ ສະຫາຍ ພັນເອກ ທອງໄຂ ສີຍາລາດ ຮອງເລຂາຄະນະພັກກອງບັນຊາການ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ, ຝ່າຍໄທນຳໂດຍສະຫາຍ
ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງໃຫ້ເຂັ້ມງວດ ໃນການຄຸ້ມຄອງປ່າໄມ້
ເນື່ອງຈາກປະເທດລາວເຮົາ ໄດ້ສູນເສຍເນື້ອທີ່ປ່າໄມ້ເປັນຈຳນວນຫຼາຍ ສາເຫດກໍມາຈາກການຕັດໄມ້ທຳລາຍປ່າ ໄຟໄໝ້ປ່າ ແລະ ອື່ນໆ ທີ່ເຮັດໃຫ້ເຮົາສູນເສຍເນື້ອທີ່ປ່າໄມ້ ສະນັ້ນ ທາງລັດຖະບານ ກໍຄືນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງ ສະບັບເລກທີ 11/ນຍ ລົງວັນທີ 21 ກໍລະກົດ 2023 ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້
ຂະບວນລົດໄຟ ນະຄອນຫຼວງວຽງຈັນ-ຄຸນໝິງ ແມ່ນໄວຂຶ້ນ 1 ຊົ່ວໂມງ
Laos – China Railway Company Limited ໄດ້ລາຍງານໃນວັນທີ 23 ກໍລະກົດ 2023 ນີ້ວ່າ: ນັບແຕ່ໄດ້ເປີດຂະບວນລົດໄຟຂ້າມແດນໃນວັນທີ 13 ເມສາ ປີນີ້, ພວກເຮົາໄດ້ຮັດແໜ້ນສາຍພົວພັນກັບກົມພາສີ ແລະ ໜ່ວຍງານ ຕມ, ໄດ້ປັບປຸງຂະບວນການກວດກາຄົນເຂົ້າ-ອອກເມືອງ ໃຫ້ມີຄວາມວ່ອງໄວຂຶ້ນ ເພື່ອຍົກສູງປະສິດທິພາບການຂົ່ນສົ່ງ ແລະ ອຳນວຍຄວາມສະດວກໃນການເດີນທາງໃຫ້ແກ່ຜູ້ໂດຍສານຂ້າມແດນ. ເຊິ່ງນັບແຕ່ວັນທີ
ກົມພາສີ ມອບ ຢາເສບຕິດ ໃຫ້ກົມຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ
ວັນທີ 20 ກໍລະກົດ 2023 ທີ່ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ໄດ້ມີພິທີ ມອບ-ຮັບ ຂອງກາງປະເພດ ຢາເສບຕິດ ລະຫວ່າງ ກົມພາສີ ກະຊວງການເງິນ ແລະ ກົມຕຳຫລວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ ຈຳນວນ 96,77 ກິໂລກະກຣາມ ໂດຍການເປັນປະທານຂອງ
ລັດຖະມົນຕີກະຊວງ ຖວທ ຕ້ອນຮັບທູດ ມຽນມາ ຄົນໃໝ່
ໃນວັນທີ 21 ກໍລະກົດ 2023 ນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ມຽດ ເທັດ ອູ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ
ທົ່ວເມືອງໜອງບົກປູກເຂົ້ານາປີໄດ້ແລ້ວ 14.042 ເຮັກຕາ
ຕາມການລາຍງານຈາກ ທ່ານ ສຸກສະຫວັນ ສຸວັນນະລາດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໜອງບົກ ແຂວງຄໍາມ່ວນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນໂອກາດລົງເຄື່ອນໄຫວຕິດຕາມສະພາບການຜະລິດເຂົ້ານາປີ ແລະ ພືດລະດູຝົນຢູ່ເມືອງໜອງບົກ ເມື່ອບໍ່ດົນນີ້ວ່າ: ໃນລະດູການຜະລິດເຂົ້ານາປີ 2023 ນີ້, ທົ່ວເມືອງມີເນື້ອທີ່ແຜນການທັງໝົດ 15.980 ເຮັກຕາ, ຄາດຄະ ເນຜົນຜະລິດ 59.925 ໂຕນ.
ໂຮງໝໍແຂວງຄໍາມ່ວນ ອອກແຈ້ງການຂາດຢາປິ່ນປົວ ຈົນຈໍາເປັນຕ້ອງໃຫ້ພີ່ນ້ອງຄົນເຈັບ ໄປຫາເລາະຊື້ຢາເອງ
ພະແນກສາທາລະນະສຸກໂຮງຫມໍແຂວງຄໍາມ່ວນ ອອກແຈ້ງການອໍານວຍຄວາມສະດວກໃຫ້ພໍ່ແມ່ປະຊາຊົນ ໃນໄລຍະວິກິດການ ທີ່ໂຮງຫມໍແຂວງ ຂາດຢາປິ່ນປົວຈໍາເປັນ ພື້ນຖານ ຈົນຈໍາເປັນຕ້ອງໃຫ້ພີ່ນ້ອງຄົນເຈັບ ໄປຫາເລາະຊື້ຢາເອງ ຕາມຮ້ານຂາຍຢານອກໂຮງຫມໍ ສະພາບຄວາມຫຍຸ້ງຍາກ ໃນການຂາດດຸນຂອງການບໍລິການກອງທຶນປະກັນສຸຂະພາບ ພາກເອກະຊົນ(ກປຊ) ເຮັດໃຫ້ໂຮງຫມໍ ບໍ່ສາມາດຊໍາລະຫນີ້ສິນໄດ້ຕາມກໍານົດເວລາ ຈົນບໍລິສັດຢຸດການ ສົ່ງຢາ ໃຫ້ແກ່ໂຮງຫມໍແຂວງ.ຜູ້ອໍານວຍການໂຮງຫມໍແຂວງຄໍາມ່ວນ ຂໍຖືເປັນກຽດ ແຈ້ງການມາຍັງພໍ່ແມ່ປະຊາຊົນ ພ້ອມທັງຜູ້ເກີດສິດປະກັນ ຕົ້ນ ທຸກພາກສ່ວນຮັບຮູ້ວ່າ ໂຮງຫມໍແຂວງ ຈໍາເປັນຕ້ອງໄດ້ດັດແກ້