ອີງຕາມສຳນັກຂ່າວໄທລາຍງານໃນວັນທີ 20 ຕຸລາ 2024 ຜ່ານມາ, ພົນຕຳຫຼວດເອກ ນັດທະທອນ ເພາະສຸນທອນ ຄະນະກຳມະການກິດຈະການກະຈາຍສຽງ, ກິດຈະການໂທລະທັດ ແລະ ກິດຈະການໂທລະຄົມມະນາຄົມແຫ່ງຊາດ ຫຼື ກສທຊ ແຫ່ງປະເທດໄທ, ພ້ອມດ້ວຍເຈົ້າໜ້າຕຳຫຼວດພູທອນຈັງຫວັດມຸກດາຫານ ຮ່ວມຖະແຫຼງ: ຜົນການຈັບກຸມຜູ້ລັກລອບນຳສາຍສັນຍານອິນເຕີເນັດທີ່ໃຫ້ບໍລິການໃນໄທ ລາກສາຍຂ້າມຂົວມິດຕະພາບລາວ-ໄທ ແຫ່ງທີ 2 (ສະຫວັນນະເຂດ-ມຸກດາຫານ) ເຂົ້າມາໃນລາວໄລຍະໄກເຖິງ 5
Author: admin
ລາວ-ໄທ ຕັ້ງເປົ້າ ຂົນສົ່ງສິນຄ້າຂ້າມແດນ ຜ່ານທາງລົດໄຟ ມື້ລະ 14 ຖ້ຽວ ຊຸກຍູ້ການຄ້າ ແລະ ການສົ່ງອອກ
ລັດວິສາຫະກິດ ລົດໄຟ ແຫ່ງຊາດລາວ ແລະ ການລົດໄຟແຫ່ງປະເທດໄທ ຕັ້ງເປົ້າບໍລິຫານການຂົນສົ່ງສິນຄ້າຂ້າມແດນຜ່ານທາງລົດໄຟ ໃຫ້ໄດ້ມື້ລະ 14 ຖ້ຽວ ເພີ່ມປະສິດທິພາບການຂົນສົ່ງທາງລົດໄຟ ກະຕຸ້ນເສດຖະກິດເພີ່ມໂອກາດທາງການຄ້າ ແລະ ການສົ່ງອອກລະຫວ່າງ ລາວ ແລະ ໄທ. ອີງຕາມການລາຍງານຂອງ ມະຕິຊົນ, ທ່ານ ວີລິດ ອຳລະປານ ຜູ້ອຳນວຍການລົດໄຟແຫ່ງປະເທດໄທ (ລຟທ.) ໄດ້ເປີດເຜີຍເຖິງຄວາມຄືບໜ້າໃນການດຳເນີນງານຮ່ວມກັບ
ທ່ານ ເລືອງເກື່ອງ ໄດ້ຮັບແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງ ປະທານປະເທດ ຫວຽດນາມ ຄົນໃໝ່
ອີງຕາມແຫຼ່ງຂ່າວຈາກໜັງສືພິມເຢີນເຢີນ ຫວຽດນາມ, ໃນວັນທີ 21 ຕຸລານີ້ ຢູ່ຮ່າໂນ້ຍ, ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ XV, ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ເລືອງເກື່ອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ຫວຽດນາມ ຄົນໃໝ່. ຂ່າວລະບຸວ່າ: ໃນພິທີສາບານຕົວຕໍ່ສະພາແຫ່ງຊາດ, ສະຫາຍ ເລືອງເກື່ອງ ກ່າວວ່າ: ພາຍໃຕ້ຄັນທຸງທີ່ສັກກາລະບູຊາຂອງປະເທດຊາດ,
ພິທີເຊັນສັນຍາໂຄງການປັບປຸງເສັ້ນທາງເທດສະບານເມືອງວັງວຽງ
ໂຄງການປັບປຸງເສັ້ນທາງພາຍໃນເທດສະບານຄືນໃຫມ່ເມືອງວັງວຽງ ແຂວງວຽງຈັນ ແມ່ນໂຄງການຫນຶ່ງໃນຈໍານວນ 4 ໂຄງການຍ່ອຍ ທີ່ຈັດຕັ້ງປະຕິບັດຢູ່ແຂວງວຽງຈັນ ພາຍໃຕ້ການສະຫນັບສະຫນູນຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2. ໃນວັນທີ 17 ຕຸລາ 2024 ທີ່ເມືອງວັງວຽງ, ໄດ້ຈັດພິທີເຊັນສັນຍາ ໂຄງການປັບປຸງເສັ້ນທາງເທດສະບານເມືອງວັງວຽງ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ
ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ອັດລົງດ້ວຍຜົນສຳເລັດຢ່າງສະງ່າງາມ
ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ພາຍໃຕ້ຄຳຂວັນ: “ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນຕອນບ່າຍ ວັນທີ 21 ຕຸລາ 2024 ພາຍຫລັງດຳເນີນມາແຕ່ວັນທີ 18 ຕຸລາ 2024, ນະຄອນຫລວງວຽງຈັນ ສປປ ລາວ
ອຸດົມໄຊລົງກວດ ອາຫານແຊ່ແຂງທີ່ໝົດອາຍຸ ແລະ ພືດ-ຜັກ ຫ້າມນໍາເຂົ້າຈາກຕ່າງປະເທດ
ວັນທີ 16 ຕຸລາ 2024 ພະແນກອຸດສາຫະກໍາ ແລະ ການຄ້ານໍາພາໂດຍ ທ່ານ ສອນເພັດ ບຸນທະຈິດຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າ ສົມທົບກັບພະແນກກະສິກໍາ ແລະ ປ່າໄມ້ແຂວງ, ພະແນກສາທາລະນະສຸກແຂວງ, ພະແນກຕໍາຫຼວດເສດຖະກິດແຂວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງໄຊ ແລະ ພະແນກ ຖວທ
ການພົບປະ ລະຫວ່າງ ສະພາແຫ່ງຊາດລາວ-ລັດຖະສະພາໄທ
ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ວັນມູຫະມັດນໍ ມັດທາ ປະທານລັດຖະສະພາ, ປະ ທານສະພາຜູ້ແທນຣາຊະດອນ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເຂົ້າຮ່ວມກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ(AIPA) ຄັ້ງທີ 45
ສຳລັບເສັ້ນທາງ ສີເກີດ-ສີໄຄ ຈະສຳເລັດ ສົມບູບແບບ ເດືອນ ມີນາ 2025 ນີ້
ມາຮອດປັດຈຸບັນ, ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກ 13 ເໜືອ ໄລຍະທາງແຕ່ ສີໄຄ-ສີເກີດ ສຳເລັດແລ້ວ 65% ຄາດວ່າຈະສໍາເລັດ 100% ພາຍໃນເດືອນມີນາ 2025. ທ່ານ ດາລາວຽງ ຈັນທະລັງສີ, ຜູ້ຈັດການບໍລິຫານໂຄງການປັບປຸງເສັ້ນທາງສີໄຄ ຫາ ສີເກີດ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວໃນວັນທີ 16 ຕຸລາ 2024
ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45
ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ ລັດຖະສະພາສັງເກດການ, ແຂກປະເທດເຈົ້າພາບ, ຄູ່ຮ່ວມພັດ ທະນາຂອງໄອປາ, ເລຂາທິການໃຫຍ່ອາຊຽນ, ເລຂາທິການໃຫຍ່ໄອປາ ແລະ ຄະນະຜູ້ແທນ ສປປ ລາວ
ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024
ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ ເທດສະບານເມືອງ ນານ ໂດຍການເປັນປະທານ ຂອງ ທ່ານ ຄໍາເກັ່ງ ຈັນທະວີສຸກ ເຈົ້າເມືອງໆນານ,ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ