ວັນທີ 31 ຕຸລາ 2024 ຜ່ານມານີ້ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງສອງຄອນ ແຂວງສະຫວັນນະເຂດ ອອກແຈ້ງການ ເຖິງ ບັນດາຜູ້ປະກອບການ, ຫ້າງຮ້ານ, ຫົວໜ່ວຍທຸລະກິດ ທີ່ດໍາເນີນທຸລະກິດ ພາຍໃນເມືອງສອງຄອນ ໃຫ້ ຕິດຕາມ, ກວດກາ ແລະ ສະກັດກັ້ນການນໍາເຂົ້າ-ຈໍາໜ່າຍການຄ້ານອກລະບົບ,ທີ່ນໍາເຂົ້າບໍ່ຖືກຕ້ອງ ຕາມລະບຽບກົດໝາຍຂອງຜູ້ປະກອບການ, ຫ້າງຮ້ານ, ຕະຫຼາດ,
Author: admin
ຕຳຫຼວດຍັງບໍ່ລອດ! ຫວຽດນາມສັ່ງຈຳຄຸກ 6 ຜູ້ຕ້ອງຫາ ຄະດີໄຟໄໝ້ຮ້ານຄາລາໂອເກະ
ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ຕຸລາ 2024 ຜ່ານມາ, ສານໃນແຂວງ ບິນເຊືອງ ທາງຕອນໃຕ້ປະເທດຫວຽດນາມ ຕັດສິນຈຳຄຸກເຈົ້າຂອງຮ້ານຄາລາໂອເກະ, ຜູ້ຮັບເໝົາດ້ານລະບົບປ້ອງກັນໄຟໄໝ້ ແລະ ເຈົ້າໜ້າທີ່ຕຳຫຼວດອີກ 4 ຄົນ ໃນຂໍ້ຫາ ລະເມີດມາດຕະຖານການປ້ອງກັນອັກຄີໄພ ແລະ ປ່ອຍປະລະເລີຍ ຈົນເຮັດໃຫ້ເກີດເຫດໄຟໄໝ້ຮ້ານ ຄາລາໂອເກະ ມີຜູ້ເສຍຊີວິດ 32 ຄົນ ໃນປີ
5 ບ້ານເມືອງໄຊທານີ ກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍ
ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຈະໄດ້ມີການສ້ອມແປງຕັດທໍ່ນໍ້າປະປາ ເກົ່າ ຂະໜາດ DIP DN 500 mm, ໃສ່ທໍ່ນໍ້າປະປາ ໃໝ່ ຂະໜາດ DIP DN 400 mm ເພື່ອເພີ່ມແຮງດັນນໍ້າ ຢູ່ເຂດນິຄົມອຸສາຫະກຳໂນນທອງ ບ້ານໄຊສົມບູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 1
5 ວິທີຫຼຸດພົ້ນອອກຈາກ “ຄວາມຮູ້ສຶກໂດດດ່ຽວ”
ຫຼາຍຄົນຢ້ານຄວາມໂດດດ່ຽວ, ຢ້ານຊີວິດໂສດ, ຢ້ານການທີ່ຕ້ອງກາຍເປັນຄົນທີ່ຕ້ອງຢູ່ພຽງລຳພັງ ກັບພາລະຮັບຜິດຊອບທີ່ບໍ່ຮູ້ວ່າໂຕເອງຈະຮັບມືໄຫວ ຫຼື ບໍ່? ຄວາມຢ້ານເຫຼົ່ານັ້ນ ້ດີເຂຶ້ນເພາະຫຼາຍຄົນຍຶດຕິດວ່າ “ຊີວິດນີ້ຕ້ອງມີຄູ່” ໃນເມື່ອຄວາມເປັນຈິງແລ້ວ ທ່ານສາມາດຢູ່ພຽງລຳພັງໄດ້ຢ່າງມີຄວາມສຸກ ແຕ່ຖ້າທ່ານຍັງບໍ່ສາມາດກ້າວຂ້າມຄວາມຮູ້ສຶກໂດດດ່ຽວໄດ້ ທ່ານຄວນລອງ 5 ວິທີຕໍ່ຈາກນີ້ໄປທີ່ຈະເຮັດໃຫ້ທ່ານຫຼຸດພົ້ນຈາກຄວາມຮູ້ສຶກໂດດດ່ຽວ ແລະ ຈະເຮັດໃຫ້ທ່ານກາຍເປັນຄົນທີ່ມີຄວາມສຸກ ແລະ ຮັກໂຕເອງຫຼາຍຂຶ້ນ. ຫຼາຍຄົນຮູ້ສຶກວ່າ ການຕ້ອງຢູ່ຄົນດຽວ ຫຼື ຢູ່ຢ່າງລຳພັງ ເປັນເລື່ອງທີ່ບໍ່ກ້າເປີດເຜີຍກັບໃຜ
ທົດສະກຳຄືນ ຄະດີກໍ່ເຫດປ້ອງກັນຕົວເກີນຂອບເຂດເຮັດໃຫ້ຜູ້ອື່ນເສຍຊິວິດຄາທີ່.
ໃນວັນທີ 25 ຕຸລາ 2024 ນີ້, ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຄຳມ່ວນ, ໄດ້ນຳຜູ້ກໍ່ເຫດໄປທົດສະກຳຄືນ ຫຼັງຈາກກໍ່ເຫດປ້ອງກັນຕົວເອງເກີນຂອບເຂດ ເຮັດໃຫ້ຄົນອື່ນເສຍຊີວິດ, ຢູ່ບ້ານທ່າແຂກເໜືອ ໃນເວລາ ປະມານ 14:10 ໂມງ ຂອງວັນທີ 03 ກັນຍາ 2024 ທີ່ຜ່ານມານີ້. ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ເປີດເຜີຍ: ທ້າວ ບຸນຊູ
ທົ່ວແຂວງຄໍາມ່ວນເກັບກ່ຽວເຂົ້ານາປີໄດ້ແລ້ວ 39.93%
ປີ 2024 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າລວມທັງໝົດ 91,272 ເຮັກຕາ, ຄາດຄະເນຜົນຜະລິດ 341,810 ເຮັກຕາ. ໃນນັ້ນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 61,317 ເຮັກຕາ, ຄາດຄະເນຜົນຜະລິດ 226,555 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 29,955 ເຮັກຕາ, ຄາດຄະເນຜົນຜະລິດ 115,255 ໂຕນ. ຜ່ານການຈັດຕັ້ງປະຕິບັດເນື້ອທີ່ນາລວມທັງໝົດໄດ້ 89,897 ເຮັກຕາ.
ໃກ້ຄວາມເປັນຈິງ! ລົດເມສາຍດ່ວນ ໄດ້ຖືກຂົນສົ່ງທາງລົດໄຟ ຈາກກຸ້ຍໂຈ ສປ ຈີນ ໃນວັນທີ 28 ຕຸລາ 2024ຄາດການວ່າ ຈະໃຊ້ເວລາເດີນທາງ 7 ວັນ ຮອດນະຄອນຫຼວງວຽງຈັນ.
ປັດຈຸບັນ, ການກໍ່ສ້າງໂຄງລ່າງພື້ນຖານສໍາລັບລົດເມດ່ວນ BRT ໃນນະຄອນຫລວງວຽງຈັນ ແຕ່ສວນເຈົ້າຟ້າງຸ່ມໄປຫາໜ້າມະຫາວິທະຍາໄລແຫ່ງຊາດ ດົງໂດກ ໄລຍະທາງລວມ 12,9 ກິໂລແມັດ ສໍາເລັດແລ້ວ 30% ຂອງໜ້າວຽກທັງໝົດ, ຄາດວ່າຈະສໍາເລັດ ແລະ ເປີດທົດລອງແລ່ນບໍລິ ການລົດເມດ່ວນໃນທ້າຍປີ 2025 ທີ່ຈະມາເຖີງນີ້. ໃນໄລຍະເປີດທົດລອງແລ່ນບໍລິການລົດ ເມດ່ວນ BRT ໃນທ້າຍປີ 2025 ແມ່ນຈະໃຫ້ຜູ້ໂດຍສານຂີ່ໂດຍບໍ່ເສຍຄ່າໃນໄລຍະ
ກຽມປະກາດພະທາດຫຼວງຈຽງຕືງ ເປັນມໍລະດົກແຫ່ງຊາດປະຈໍາທ້ອງຖີ່ນ
ກອງປະຊຸມປືກສາຫາລື ເພື່ອກະກຽມວຽກງານສະເຫຼີມສະຫຼອງພະທາດຫຼວງຈຽງຕືງ ແລະ ການປະກາດເປັນມໍລະດົກແຫ່ງຊາດປະຈໍາທ້ອງຖີ່ນ ເພືອສົ່ງເສີມປີທ່ອງທ່ຽວລາວ 2024 ໄດ້ຈັດຂຶ້ນໃນວັນທີ 29 ຕຸລານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງສິງ ແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງ ທ່ານ ຊຽງວັນ ສົມລັດທອງ ຮອງເຈົ້າເມືອງໆສິງ. ກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາໃນການກະກຽມຈັດງານສະເຫຼີມສະຫຼອງພະທາດຫຼວງຈຽງຕຶງ ທີ່ຈະປະກາດເປັນມໍລະດົກແຫ່ງຊາດປະຈຳທ້ອງຖີ່ນເພື່ອສົ່ງເສີມປີທ່ອງທ່ຽວລາວ 2024 ໃນອີກບໍ່ດົນນີ້, ໂດຍສະເພາະແມ່ນດ້ານເນື້ອໃນ, ສະຖານທີ່, ງົບປະມານ, ການວາງສະແດງສິນຄ້າ
ເກີດເຫດພໍ່ຟັນຫົວລູກຕົນເອງແລ້ວຫລົບໜີ
ອີງຕາມລາຍງານຈາກ: ມູນນິທິ ພົມມະເທບ ສະຫວັນນະເຂດ ໃນວັນທີ 28 ຕຸລາ 2024 ເວລາ 19:24 ນາທີ ໄດ້ຮັບແຈ້ງເຫດພໍ່ລູກຜິດກັນແລ້ວຟັນຫົວ ແລະ ແຂນ ລູກຊາຍບາດເຈັບສາຫັດ ຢູ່ບ້ານໂພນສະຫວ່າງໃຕ້ ນະຄອນໄກສອນ ແຂວງສະຫວັນນະເຂດ ຫລັງກໍ່ເຫດແລ້ວຜູ້ເປັນພໍ່ໄດ້ເອົາຫລົບໜີ. ອາການເບື້ອງຕົ້ນຫົວມີບາດແຜເປີດເລິກ 4 ບາດແຜ ແລະ ຂໍ້ມືຊ້າຍຖືກຟັນເກືອບຂາດ
ສະພາບພາຍຸໝຸນເຂດຮ້ອນ ທຣາມິ (TRAMI) ວັນທີ 28 – 29 ຕຸລາ 2024
ພາຍຸໝຸນເຂດຮ້ອນ ທຣາມິ (TRAMI) ໄດ້ອ່ອນກໍາລັງລົງກາຍເປັນ ພາຍຸດີເປຣຊັ່ນ, ເຊິ່ງໃນເວລາ 7 ໂມງ 00 ຂອງມື້ນີ້ມີຈຸດສູນກາງ ຢູ່ເສັ້ນຂະໜານທີ 15.7 ອົງສາເໜືອ ແລະ ເສັ້ນແວງທີ 108.0 ອົງສາຕາເວັນອອກ ແລະ ມີຄວາມໄວສຸງສຸດຢູ່ ໃກ້ຈຸດ ກາງ 45 ກິໂລແມັດຕໍ່ ຊົ່ວໂມງ,