ທ່ານ Michael Weiss ໃຫ້ສຳພາດກ່ຽວກັບຜົນງານ2ນັດທີ່ຜ່ານມາ ແລະ ການກຽມທີມທີ່ຈະພົບກັບທີມຊາດ ສິງກະໂປ

ສອງນັດທີ່ແລ້ວພວກເຮົາເສຍໃຫ້ກັບທີມທີ່ແຂງແກນ, ພວກເຮົາໄດ້ເຫັນຂໍ້ຜິດພາດໃນການຫຼິ້ນເກມຮັບ. ພວກເຮົາພະຍາຍາມແກ້ໄຂຈຸດຜິດພາດ ເພື່ອໃຫ້ທີມຫຼີ້ນໄດ້ດີຂື້ນ ໃນນັດທີ່ຈະພົບກັບທີມຊາດສິງກະໂປ. ພວກເຮົາຢູ່ໃນກຸ່ມທີ່ແຂງຫຼາຍ ບໍ່ວ່າຈະເປັນທີມຊາດຫວຽດນາມ ແລະ ທີມຊາດມາເລເຊຍ ແຕ່ບໍ່ໄດ້ໝາຍຄວາມວ່າທີມຊາດສິງກະໂປ ແລະ ທີມຊາດມຽນມາ ບໍ່ແຂງແກນ . ພວກເຮົາຈະເຮັດໃຫ້ດີທີ່ສຸດໃນສອງນັດທີ່ເຫຼືອ. ເຖີງແມ່ນວ່າຜົນການແຂ່ງຂັນສອງນັດທີ່ຜ່ານມາ ຈະບໍ່ດີປານໃດ, ແຕ່ພວກເຮົາກໍ່ຫວັງວ່າ ແຟນບານຈະເຂົ້າມາໃຫ້ກຳລັງໃຈພວກເຮົາໃນສະໜາມ, ພວກເຮົາມີນັກກິລາສ່ວນໃຫຍ່ທີ່ຍັງໜຸ່ມ ແລະ ພວກເຂົາຕ້ອງຫານແຮງສະໜັບສະໜູນຈາກພວກທ່ານ ໂດຍສະເພາະໃນຊ່ວງເວລາແບບນີ້ .

ອ່ານເພີ່ມ...

ຫົວພັນ ປະກາດຮັບຮອງ ດອກຄາຍປ່າ ເປັນດອກໄມ້ເອກະລັກຂອງແຂວງ

ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ແຂວງ​ ຫົວພັນ ປະກາດຮັບຮອງດອກຄາຍປ່າ ເປັນດອກໄມ້ເອກະລັກຂອງແຂວງ, ພ້ອມທັງເປີດນິທັດສະການທ່ຽວຊົມດອກຄາຍປ່າ ແລະ ດອກຊາກຸລະ ປະຈໍາປີ 2022 ໃນວັນທີ 25 ທັນວາ 2022 ຢູ່ສວນສາທາລະນະຫົວພັນ-ແທັງຮວ່າ ໂດຍມີ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ, ທ່ານ ໂຄບະຢະຊິ

ອ່ານເພີ່ມ...

ລົບລ້າງການນໍາໃຊ້ໃບຢັ້ງຢືນສັກວັກຊີນຄົບໂດສ ແລະ ລົບລ້າງການກວດຫາເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATK)

ແຈ້ງການຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1914/ຫສນຍ ລົງວັນທີ 23 ທັນວາ 2022 ກ່ຽວກັບ ທິດຊີ້ນໍາກ່ຽວກັບມາດຕະການໃນການເຂົ້າ-ອອກ ສປປ ລາວ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19. – ອີງຕາມ ສະພາບຄວາມເປັນຈິງ ໃນການປະຕິບັດນະໂຍບາຍໃນການເຂົ້າ-ອອກ ປະເທດຂອງບັນດາປະເທດ ພາກພື້ນ ແລະ ສາກົນ. – ອີງຕາມ ການຄົ້ນຄວ້າ ແລະ

ອ່ານເພີ່ມ...

ສະພາບອາກາດ ປະຈໍາວັນທີ 24 ທັນວາ 2022

ມວນອາກາດເຢັນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນອອກສ່ຽງ ເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຍັງໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ. ພະຍາກອນອາກາດ ເວລາ 7:00 ໂມງວັນທີ 24/12/2022 ເຖິງເວລາ 7:00 ໂມງວັນທີ 25/12/2022 -ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ,

ອ່ານເພີ່ມ...

ລັດຖະບານ ກຳລັງຈັດຕັ້ງປະຕິບັດການໃຫ້ຄຳປຶກສາ ແກ່ຄູ່ແຕ່ງງານໃໝ່ ຢູ່​ ລາວ

ເມື່ອບໍ່ດົນມານີ້, ກະຊວງສາທາລະນະສຸກ ຮ່ວມກັບ ກະຊວງພາຍໃນ ແລະ ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ(UNFPA) ຈັດກອງປະຊຸມປະສານງານ ເພື່ອສະຫລຸບສັງລວມການເຊື່ອມສານວຽກງານສຸຂະພາບທາງເພດ, ສຸຂະພາບຈະເລີນພັນ, ແມ່-ເດັກ ແລະ ການໃຫ້ຄຳປຶກສາ ວຽກງານວາງແຜນຄອບຄົວໃຫ້ແກ່ຄູ່ແຕ່ງງານໃໝ່ ແລະ ເຊື່ອມຕໍ່ກັບວຽກງານການຂຶ້ນທະບຽນການແຕ່ງດອງ ເພື່ອປັບປຸງການປະສານງານ ລະຫວ່າງຂະແໜງກ່ຽວຂ້ອງ, ຜັນຂະຫຍາຍການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ ແລະ ບັນລຸເປົ້າໝາຍຮ່ວມກັນ.ທ່ານ ນາງ ຈັນຖະໜອມ

ອ່ານເພີ່ມ...

“ຊຽງຂວາງ ເກມ” ປິດລົງດ້ວຍຜົນສຳເລັດອັນຈົບງາມ… ແລ້ວພົບກັນໃໝ່ ປີ 2025 ທີ່ວຽງຈັນ

ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ອັນລົງດ້ວຍຜົນສຳເລັດອັນຈົບງາມ ໂດຍແຂວງຊຽງຂວາງ ເຈົ້າພາບ ປະກາດສັກດາຄອງເຈົ້າຫຼຽນຄຳ ຫຼັງຍາດມາໄດ້ເຖິງ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມ 217 ຫຼຽນ ເປັນອັນດັບ

ອ່ານເພີ່ມ...

ລ່ອງເຮືອຊົມວິວນໍ້າຂອງດອນເມນ ໜຶ່ງໃນກິດຈະກໍາສົ່ງເສີມການທ່ອງທ່ຽວ ເມືອງ ແກ່ນທ້າວ

ແຫລ່ງຂ່າວຈາກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ການລ່ອງເຮືອຕາມລໍານໍ້າຂອງດອນເມນ ຊົມທິວທັດທໍາມະຊາດ ເປັນກິດຈະກໍານໍາທ່ຽວ ທີ່ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ເມືອງແກ່ນທ້າວ ກໍານົດຂຶ້ນເພື່ອສົ່ງເສີມການທ່ອງທ່ຽວພາຍໃນເມືອງ ເຊິ່ງກ່ອນໜ້ານີ້, ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ໄດ້ຂຽນໂຄງການລ່ອງເຮືອທ່ອງທ່ຽວຊົມວິວດອນເມນ ຫາເວີນຄໍາ ນໍາຮ່ອງຮອຍປະຫວັດສາດເມືອງເປັງຈານນະຄອນລັດ ໂດຍອີງໃສ່ຈຸດພິເສດຂອງບ້ານດອນເມນ ທີ່ຕັ້ງຢູ່ລຽບຕາມລໍານໍ້າຂອງ ຫ່າງຈາກເທສະບານເມືອງປະມານ

ອ່ານເພີ່ມ...

ນວ ກໍານົດເອົານົກຍຸງ ເປັນສັດນໍາໂຊກໃນມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ(ນວ) ໄດ້ຮັບກຽດເປັນເຈົ້າພາບໃນປີ 2025 ຕໍ່ຈາກ ມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງເກມ 2022 ເຊິ່ງໃນເບື້ອງຕົ້ນ, ຄາດວ່າ ຈະເລືອກເອົາປະຕູໄຊ ເປັນສັນຍາລັກ ແລະ ເອົານົກຍຸງ ເປັນສັດນໍາໂຊກ. ທ່ານ ສົມພອນ ສອນດາລາ, ຫົວໜ້າພະແນກສຶກສາທິການ

ອ່ານເພີ່ມ...

ສາລະວັນ ຮ່ວມມືພັດທະນາແຫຼ່ງທ່ອງທ່ຽວຕາດສູງ ແລະ ຖໍ້າເກົ້າຮູພູຕາກເຂົ້າ ຢູ່ເມືອງເລົ່າງາມ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຊຸກຍູ້, ສົ່ງເສີມການທ່ອງທ່ຽວຕາດສູງ, ຖໍ້າເກົ້າຮູ ພູຕາກເຂົ້າ ຢູ່ເມືອງເລົ່າງາມ ແຂວງສາລະວັນ ລະຫວ່າງ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງເລົ່າງາມ ກັບ ບໍລິສັດພັດ ທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ບ້ານສະນຶມໃນ ເມືອງເລົ່າງາມ ໂດຍການເຊັນສັນຍາຂອງ

ອ່ານເພີ່ມ...
error: Content is protected !!