ງານປະກວດນາງສາວຊົນເຜົ່າມົ້ງລາວ ຮອບສຸດທ້າຍ ໄດ້ຈັດຂຶ້ນໃນຕອນຄໍ່າວັນທີ 3 ມັງກອນ 2023 ທີ່ບ້ານຊໍາເກດ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ພາຍຫລັງເລີ່ມຮັບສະໝັກມາແຕ່ວັນທີ 1ພະຈິກ 2022 ໂດຍມີນາງສາວເຂົ້າຮ່ວມປະກວດທັງໝົດ 60 ຄົນ ແລະ ຜ່ານເຂົ້າຮອບສຸດທ້າຍ 24 ຄົນ. ຜ່ານການຕັດສິນຂອງ ນະຄະກຳມະການໃນຮອບ 5 ຄົນສຸດທ້າຍ ຜູ້ທີ່ໄດ້ຕຳແໜງນາງສາວມົ້ງ
Author: admin
ສົ່ງໃຈເຊຍ ປ່າເຢັ້ງຊາ ລໍ່ກັບລຸກທຳອິດ ຂອງການເຂົ້າກອງ Miss Universe 2022
ປ່າເຢັ້ງຊາ ລໍ່ ກັບລຸກທຳອິດ ຂອງການເຂົ້າກອງ Miss Universe 2022 ເພື່ອເລີ່ມເກັບໂຕ ແລະ ເຮັດພາລະກິດຕ່າງໆ ໃນການປະກວດເວທີລະດັບໂລກກໍຄື ມີສຢູນິເວີຣສ 2022 (Miss Universe 2022) ທີ່ສະຫະລັດ ອາເມຣິກາ. ປ່າເຢັ້ງຊາ ລໍ່ ມາດ້ວຍຊຸດຜ້າໄຫມລາວ ຊຸດສີຟ້າ ທີ່ປະສົມປະສານຄວາມເປັນເອກະລັກ ລາຍຜ້າ
ອຸດົມໄຊ ຈັກແຂ່ງຂັນ ງົວຊົນງົວ ໂອກາດບຸນກິນຈຽງຂອງເຜົ່າມົ້ງ ປີ 2022
ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ບຸນກິນຈຽງຂອງເຜົ່າມົ້ງ ປະຈໍາປີ 2022 ທີ່ ແຂວງອຸດົມໄຊ ໄດ້ເປີດເປັນທາງການມາແຕ່ວັນທີ 25-28 ທັນວາ 2022 ຜ່ານມາ ທີ່ສະໜາມກິລາແຂວງ ເຊິ່ງປີນີ້ ຄະນະຮັບຜິດຊອບການຈັດງານ ໄດ້ກຳນົດຫລາກຫລາຍກິດຈະກຳ ພິເສດ ແມ່ນການແຂ່ງຂັນກິລາ ງົວຊົນງົວ ເຊິ່ງຈັດຂຶ້ນທີ່ບ້ານນາແສນຄຳ ເມືອງໄຊ ແຂວງອຸດົມໄຊ.
6 ອາຫານ ເພີ່ມພູມຄຸ້ມກັນໃນລະດູໜາວ
1. ອາຫານຣົດເຜັດຮ້ອນຈາກໝາກເຜັດ ແລະ ເຄື່ອງເທດ ເຊັ່ນ ໝາກເຜັດ, ຜັກຫອມ, ກະທຽມ, ພິກໄທ, ຂີງ, ຂ່າ, ຂີ້ໝິ້ນ, ໃບກະເພົາ ຫຼື ສະໝຸນໄພຕ່າງໆ ທີ່ຊ່ວຍຫຼຸດອາການຕັນດັງ ເຊັ່ນ ຜັກບົວລະພາ, ຫົວຜັກບົ່ວ ແລະ ຫົວຜັກທຽມ ນຳມາປະກອບອາຫານຈຳພວກແກງຮ້ອນໆ ເຊັ່ນ ແກງໄກ່ ຈະຊ່ວຍໃຫ້ຫາຍໃຈໂລ່ງຂຶ້ນ
ຈູດໂຮງຮຽນ ມຕ ເລກ 3 ຍ້ອນແຄ້ນໃຫ້ອາຈານ ຖືກຈັບມາລົງໂທດ
ເຈົ້າຫນ້າທີ່ ປກສ ນະຄອນໄກສອນ ແຂວງສະຫວັນນະເຂດ ຈັບພວກ ຈູດໂຮງຮຽນ ມຕ ເລກ 3 ສຸນັນທາ ບ້ານທ່າເມືອງ, ຍ້ອນຜູ້ກ່ຽວ 1 ໃນ 3 ແຄ້ນໃຫ້ອາຈານທີ່ຖືກເອີ້ນໄປສຶກສາອົບຮົມ ຍ້ອນສູບຢາໄຟຟ້າ ແລະ ຕິດຢາເສບຕິດ ເຈົ້າຫນ້າທີ່ເປີດເຜີຍວ່າ: ວັນທີ 14 ທັນວາ 2022
ເປີດນຳໃຊ້ໂຄງການສາຍສົ່ງໄຟຟ້າ ໄປຊາຍແດນຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ
ພິທີເປີດນຳໃຊ້ໂຄງການສາຍສົ່ງໄຟຟ້າ 500 ກິໂລໂວນ ຈາກສະຖານີໄຟຟ້າ ບ້ານຫາດ, ເມືອງໂຂງ ແຂວງຈຳປາສັກ ໄປຫາຊາຍແດນຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ ຈັດຂຶ້ນໃນວັນທີ 3 ມັງກອນ 2023 ໂດຍມີ ທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ
ປະຊາຊົນບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ ສ້າງລາຍຮັບເປັນກຸ່ມດ້ວຍການປູກພຶດສວນຄົວ
ຕາມການໃຫ້ສໍາພາດຂອງ ທ່ານ ນາງ ໂນລາ ຫົວໜ້າກຸ່ມປູກຜັກສວນຄົວ ຢູ່ບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ ວ່າ: ພາຍຫຼັງໄດ້ຮັບການສະໜອງອຸປະກອນຈາກໂຄງການອາຫານໂລກ ກໍ່ໄດ້ຈັດຕັ້ງເປັນກຸ່ມ ເຊິ່ງມີ 2 ກຸ່ມ ແຕ່ລະກຸ່ມມີ 13 ຄອບຄົວ ໄດ້ລິເລີ່ມປູກຜັກສວນຄົວແບບເປັນກຸ່ມແຕ່ປີ 2017. ຮູບແບບໃນການປູກແມ່ນໄດ້ຕັ້ງເປັນເຮືອນຮົ່ມ ສາມາດປູກໄດ້ຕະຫຼອດລະດູການ; ງົບປະມານໃນເບື້ອງຕົ້ນເປັນເງິນພຽງ 400.000
Códigos Bônus: Aproveite As Melhores Ofertas De Casas De Aposta
Códigos Bônus: Aproveite As Melhores Ofertas De Casas De Apostas Código Promocional Pagbet Para 2024: Tire Vantagem Agora Mesmo! Content Pagbet Brasil Promoção De
ວຽງຈັນເຊັນເຕີ ມອບໂຊກຄືນກຳໄລ ໃຫ້ລູກຄ້າ ສະຫລອງຄົບຮອບ 7 ປີ
ສູນການຄ້າວຽງຈັນເຊັນ ຮ່ວມກັບ ອົງການກາແດງລາວ ຈັດກິດຈະກຳ ມອບໂຊກຄືນກຳໄລໃຫ້ລູກຄ້າ, ລວມມູນຄ່າຫລາຍກວ່າ 700 ລ້ານກີບ ແລະ ກິດຈະກໍາຮັບບໍລິຈາກເລືອດ ພາຍໃຕ້ໂຄງການ “ໃຈອາສາບໍລິຈາກເລືອດເທົ່າກັບໃຫ້ ປີທີ 7” ເນື່ອງໃນໂອກາດສະຫລອງຄົບຮອບ 7 ປີ ໃນວັນທີ 27 ທັນວາ 2022 ໂດຍມີ ທ່ານ ຈັນທະລາ
ເປີດເທດສະການໝາກກ້ຽງຫວານປະຈຳປີ 2022 ທີ່ເມືອງ ວັງວຽງ
ໃນທ້າຍເດືອນ ທັນວາ ນີ້, ເມືອງ ວັງວຽງ,ແຂວງວຽງຈັນ ໄດ້ຈັດພິທີເປີດເທດສະການໝາກກ້ຽງຫວານປະຈຳປີ 2022 ໂດຍມີຂະບວນແຮ່ໝາກກ້ຽງຫວານຈາກວັດກາງສຸວັນນາຣາມຫາເດີ່ນຍົນ, ໂດຍການເປັນປະທານຂອງທ່ານຄໍາພັນສິດທິດໍາພາກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງວຽງຈັນ, ເປັນກຽດເຂົ້າຮ່ວມມີ ທ່ານບົວສອນບຸບຜາວັນອະດີດກຳມະການກົມການເມືອງສູນກາງພັກອະດີດນາຍົກລັດຖະມົນຕີ, ມີທ່ານເຈົ້າເມືອງວັງວຽງ,ບັນດາກຳມະການພັກແຂວງ, ບັນດາເຈົ້າເມືອງແລະຮອງເຈົ້າເມືອງອ້ອມຂ້າງ, ຫົວໜ້າພະແນກ, ຄະນະປະຈຳພັກເມືອງກຳມະການພັກເມືອງພ້ອມດ້ວຍຄະນະນໍາຂັ້ນເມືອງພໍ່ແມ່ປະຊາຊົນແຂກຖືກເຊີນແລະ ມວນຊົນເຂົ້າຮ່ວມຢ່າງຄຶກຄື້ນ. ໃນພິທີ, ທ່ານບຸນຈັນມາລາວົງກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງວັງວຽງຍັງໄດ້ໃຫ້ກຽດເປີດງານໝາກກ້ຽງຫວານປະຈຳປີ2022ຢ່າງເປັນທາງການ. ໂດຍທ່ານກ່າວຕື່ມວ່າຈຸດປະສົງກໍເພື່ອເປັນການສົ່ງເສີມຂະບວນການຜະລິດທາງດ້ານກະສິກຳເປັນສິນຄ້າຂອງເມືອງໃຫ້ມີຂະບວນຟົດຟື້ນແລະເພື່ອເປັນການດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຂົ້າມາທ່ຽວຊົມສປປລາວກໍຄືເມືອງວັງວຽງໃຫ້ນັບມື້ຫຼາຍຂຶ້ນແລະໃນງານໄດ້ຈັດໃຫ້ມີຫຼາຍກິດຈະກຳລວມມີກິດຈະກຳທັງພາຍໃນແລະຕ່າງປະເທດຊຶ່ງແນໃສ່ບັນດາກິດຈະກຳໃນການສົ່ງເສີມບຸນປະເພນີແລະເທດສະການຕ່າງໆຂອງບັນດາແຂວງໃນຂອບເຂດທົ່ວປະເທດ. ພາຍໃນງານມີຕະຫຼາດນັດກະສິກຳເປັນຕົ້ນແມ່ນໝາກກ້ຽງແລະການບໍລິການທາງດ້ານການທ່ອງທ່ຽວເຮືອກາຍັກ,ກົງເບັງແລະອື່ນໆ. ຕອນທ້າຍພິທີຍັງໄດ້ມີການລັ່ນຄ້ອງ9ບາດພ້ອມຕັດແຖບຜ້າເປີດງານຢ່າງເປັນທາງການ ຊຶ່ງງານແມ່ນຈະເປີດຈົນຮອດວັນທີ3ມັງກອນ2023. (ຂ່າວ-ພາບ: ໝອນແກ້ວ)