ໄຊຍະບູລີ ຫາລືການຄຸ້ມຄອງຕິດຕາມລົດຂົນສົ່ງສິນຄ້າຕ່າງປະເທດທີ່ບໍ່ໄດ້ຮັບອະນຸຍາດ

ກອງປະຊຸມປຶກສາຫາລືກ່ຽວກັບການຄຸ້ມຄອງຕິດຕາມລົດຂົນສົ່ງສິນຄ້າທີ່ບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງເຂົ້າມາຂົນສົ່ງສິນຄ້າຢູ່ແຂວງໄຊຍະບູລີ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງໄຊຍະບູລີ. ໂດຍການເປັນປະທານຂອງ ທ່ານ ຄໍາເພັດ ພົມມະລາດ ຫົວໜ້າພະແນກ ຍທຂ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.ທ່ານ ຄໍາເພັດ ພົມມະລາດ ກ່າວວ່າ: ຜ່ານມາສະພາບການຂົນສົ່ງສິນຄ້າຂອງຜູ້ລົງທຶນສໍາປະທານປູກພືດເປັນສິນຄ້າສົ່ງອອກຈໍາໜ່າຍໄປຕ່າງປະເທດ ຍັງນໍາໃຊ້ລົດຂົນສົ່ງທີ່ບໍ່ຖືກຕ້ອງ ແລະ ຕີເປົ່າເຂົ້າມາຂົນສິນຄ້າພາຍໃນແຂວງໄຊຍະບູລີໂດຍບໍ່ໄດ້ຮັບອະນຸຍາດ ແລະ ບໍ່ໄດ້ເສຍຄ່າທໍານຽມອາກອນເຂົ້າງົບປະມານຂອງລັດເຮັດໃຫ້ເກີດມີປະກົດການຫຍໍ້ທໍ້ ແລະ

ອ່ານເພີ່ມ...

ບຸນມະໂຫລານກາເຟ-ຊາ ແລະ ຜົນຜະລິດ
ກະສິກຳພູພຽງບໍລະເວນ ຈະຈັດຂຶ້ນຢ່າງຍິ່ງໃຫຍ່

ແຫລ່ງຂ່າວຈາກ ແຂວງ​ ຈໍາປາສັກ ໃຫ້ຮູ້ວ່າ: ບຸນມະໂຫລານກາເຟ-ຊາ ພູພຽງບໍລະເວນ ແລະ ຜົນຜະລິດກະສິກຳ ປະຈຳປີ 2023 ຈະຈັດຂຶ້ນຢ່າງຫຍິ່ງໃຫຍ່ ແລະ ເປັນຄັ້ງປະຫວັດສາດ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ດິນແດນພູໄຟເກົ່າຖິ່ນກຳເນີດກາເຟລາວ ໃນວັນທີ 2-4 ກຸມພາ 2023. ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ

ອ່ານເພີ່ມ...

ລັດຖະມົນຕີ ກະຊວງ ອຄ ຢ້ຽມຢາມໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ

ເມື່ອວັນທີ 17 ມັງກອນ 2023 ຜ່ານມາ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສະຫະກໍາ ແລະ ການຄ້າ (ອຄ) ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມ ພາວເວີ ມະຫາຊົນ; ພ້ອມທັງລົງເບິ່ງຕົວຈິງຢູ່ພາກສະໜາມຂອງໂຄງການກໍ່ສ້າງ ໂຮງງານກັ່ນຕອງ ແລະ ປຸງແຕ່ງນໍ້າມັນເຊື້ອໄຟ ເຊິ່ງເປັນໂຮງງານແຫ່ງທີ2 ທີ່ກໍາລັງກໍ່ສ້າງພື້ນຖານໂຄງລ່າງ ຢູ່ທີ່ບ້ານດິນດຳ,

ອ່ານເພີ່ມ...

2023 ບົວລະພາ ຕັ້ງເປົ້າຜະລິດໄມ້ອັດ ເພື່ອສົ່ງອອກຕ່າງປະເທດໃຫ້ຫຼາຍຂຶ້ນ.

ບໍລິສັດ ບົວລະພາ ກະສິກໍາ ແລະ ປ່າໄມ້ ຈໍາກັດ ເປັນບໍລິສັດທີ່ນຳໃຊ້ໄມ້ປູກເພື່ອແປຮູບສົ່ງອອກຕ່າງປະເທດ ເປັນຕົ້ນແມ່ນໄມ້ວິກ, ໄມ້ກະຖິນນະລົງ ແລະ ໄມ້ສັກ ແລະ ໃນປີ 2023 ນີ້ ບໍລິສັດກໍໄດ້ເດີນໜ້າຜະລິດໄມ້ອັດ ແລະ ແປຮູບເປັນຜະລິດຕະພັນຕ່າງ ເພື່ອສົ່ງອອກຕ່າງປະເທດໃຫ້ຫຼາຍຂຶ້ນ. ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງອໍານວຍການ

ອ່ານເພີ່ມ...

ຍິງພໍ່ ຈົນເສຍຊີວິດ

ທ້າວ ອາເອີ ຫຼື ຫຼື ຊາແຍ່ ອາຍຸ 19 ປີ ປະຊາຊົນ ບ້ານ ຢາງຫຼວງ ເມືອງ ສິງ ແຂວງ ຫຼວງນໍ້າທາ ໂມໂຫໂທສະໃສ່ຜູ້ເປັນພໍ່ຢ່າງຮຸນແຮງ ແລ້ວຈັບປືນແກັບ ຍິງໃສ່ 1 ບາດ ຈົນເສຍຊີວິດ ຍ້ອນບໍ່ພໍ່ໃຈໃຫ້ຜູ້ເປັນພໍ່ພົວພັນຊູ້ສາວແລ້ວໄລ່ແມ່ໜີ.ພັຕ ອານຸສອນ ໄຊດວງຕາ

ອ່ານເພີ່ມ...

ປະທານປະເທດເນັ້ນໃຫ້ອົງການກາແດງແຫ່ງຊາດລາວເອົາໃຈໃສ່​ຕື່ມ 5 ບັນຫາ​ສຳ​ຄັນ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ປະທານກິຕິມະສັກ ອົງການກາແດງແຫ່ງຊາດລາວ ໄດ້​ໂອ້​ລົມຕໍ່ກອງປະຊຸມ​ສະຫຼຸບວຽກງານກາແດງ ປີ 2022 ແລະ ທິດທາງແຜນການ ປີ 2023 ໃນວັນທີ 17 ມັງກອນນີ້ ​ທີ່ ນະຄອນຫຼວງວງຈັນ ໂດຍ ມີ

ອ່ານເພີ່ມ...

ເມືອງລອງ ພວມສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ກໍຄືວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຊິ່ງຫຼາຍທ້ອງຖິ່ນກໍພວມສຸມໃສ່ຈັດຕັ້ງປະຕິບັດ ເຊັ່ນດຽວກັບເມືອງລອງ ແຂວງຫຼວງນໍ້າທາ ໃນຊ່ວງໄລຍະທ້າຍປີ2022 ທີ່ຜ່ານມາ, ຄະນະນໍາຂອງເມືອງລອງ ກໍໄດ້ເຜີຍແຜ່ເອກະສານ ກ່ຽວກັບເນື້ອໃນ 2 ວາລະແຫ່ງຊາດ ໂດຍການເຜີຍແຜ່ຂອງ ທ່ານ ບຸນຈັນ ສຸດທິປັນຍາ, ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆລອງ, ແຂວງຫຼວງນໍ້າທາ,

ອ່ານເພີ່ມ...

ເຈົ້າແຂວງ ເຊກອງ ລົງຊຸກຍູ້ການປູກກາເຟເປັນສິນຄ້າຢູ່ ບ້ານ ດາກຣັນ

ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ວັນທີ 16 ມັງກອນ ນີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງ ເຊກອງ ພ້ອມຄະນະ ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ຂະບວນການຜະລິດ (ປູກກາເຟ) ເປັນສິນຄ້າຢູ່ບ້ານດາກຣັນ ເມືອງດາກຈຶງ ໂດຍມີ ທ່ານ ໄລສວນ ມິດສຸວັນ

ອ່ານເພີ່ມ...

ເຈົ້າໜ້າທີ່ ປກສ ບໍ່ແກ້ວ ກວດພົບຢາບ້າ 6 ລ້ານເມັດໃນລົດ

ໃນຕອນເຊົ້າ ຂອງວັນທີ 16 ມັງກອນ 2023 ເວລາປະມານ 5 : 00 ໂມງ ເຈົ້າໜ້າທີ່ສະເພາະກິດກອງບັນຊາການ ປກສ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທີ່ຕັ້ງຈຸດກວດກາຢູ່ບ້ານຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍ ໄດ້ສົມທົບກັບເຈົ້າໜ້າທີ່ຕ້ານ ແລະ ສະກັດກັ້ນຢາເສບຕິດ ປກສ ແຂວງ ກວດພົບລົດກະບະ ໂຕໂຍຕ້າ ຣີໂວ້

ອ່ານເພີ່ມ...
error: Content is protected !!