ນາຄາ ແລະ ມັດສະດາ ຄວ້າແຊ໋ມ-ຮອງແຊ໋ມ ເຕະບານ ຢູ-9 ຊີງແຊ໋ມພາກອີສານ 2023 ທີ່ປະເທດໄທ

ສະໂມສອນ ດັບເບິນຢູໄອຈີ ນາຄາ ຫຼື W.I.G NAGA ທີມນ້ອງໃໝ່ ຈາກສປປ ລາວ ເປີດຕົວການປະເດີມສະໜາມປີ 2023 ໄດ້ຢ່າງສວຍງາມ ດ້ວຍການຄວ້າແຊ໋ມ ເຕະບານເຍົາວະຊົນ 6 ຄົນ ຮຸ່ນອາຍຸບໍ່ເກີນ 9 ປີ ຫຼື ຢູ-9 ຊີງແຊ໋ມພາກອີສານ ປະຈຳປີ 2023

ອ່ານເພີ່ມ...

ນາຍົກລັດຖະມົນຕີ ເນັ້ນໃຫ້ພາກທຸລະກິດ ຕ້ອງຮ່ວມມືກັບລັດຖະບານ ເພື່ອໃຫ້ບັນດາເປົ້າໝາຍທີ່ວາງໄວ້ບັນລຸເກີດຜົນເປັນຈິງ

ທ່ານ ສອນໄຊ ສີພັນດອນ ນາຍົກລັດ​ຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ພາກທຸ​ລະກິດ ຕ້ອງໄດ້ເອົາໃຈໃສ່ຮ່ວມມືກັບລັດຖະບານ ແລະ ປະຊາຊົນໃນທົ່ວປະເທດ ເພື່ອໃຫ້ບັນ ດາເປົ້າໝາຍທີ່ລັດຖະບານວາງໄວ້ໃນປີ 2023 ເປັນຕົ້ນ ເປົ້າໝາຍດ້ານການເຕີບໂຕເສດຖະ​ກິດ, ການຜະລິດເປັນສິນຄ້າ ແລະ ເປົ້າໝາຍອື່ນໆ ໄດ້ບັນລຸໃຫ້ເກີດຜົນເປັນຈິງ. ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ທ່ານ ສອນໄຊ ສີພັນດອນ

ອ່ານເພີ່ມ...

ມາຮູ້ຈັກ! ຄວາມໝາຍປິດສະໜາຂອງເດືອນ 3 ອອກໃໝ່ 3 ຄໍ່າ

ເດືອນ ໓ ອອກໃໝ່ ໓ ຄໍ່າ ເປັນມື້ສັນວັນດີມື້ຂຶ້ນ ໓ ຄ່ຳ ເດືອນ ໓ ຕາມປະເພນີ ແລະ ຄວາມເຊື່ອຖືຂອງເຜົ່າພູໄທ ມາແຕ່ບູຮານວ່າເປັນມື້ທີ່ມີຄວາມອີ່ມໜໍາສຳຣານທີ່ສຸດ ເປັນມື້ໄຂປະຕູເລົ້າເຂົ້າ, ປະຕູເງິນ, ປະຕູຄຳ, ປະຕູໂຊກລາບ, ປະຕູແຫ່ງຄວາມອຸດົມຮັ່ງມີ ດັ່ງຄຳບູຮານທີ່ກ່າວເຖິງຄວາມມະຫັດສະຈັນໃນຕຳນານຄວາມເຊື່ອຂອງຊາວລາວພູໄທວ່າເປັນມື້ທີ່ : “ກົບບໍ່ມີປາກ, ນາກບໍ່ມີຮູທະວານ, ໝາກຂາມປ້ອມສຸກຫວານ,

ອ່ານເພີ່ມ...

ເມືອງ​ ພຽງ ຂະຫຍາຍການລ້ຽງສັດ ເພື່ອຄໍ້າປະກັນສະບຽງອາຫານໃຫ້ພຽງພໍ

ເພື່ອປະຕິບັດຕາມແຜນງານຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ຕາມມະຕິຂອງກອງປະ ຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງພຽງ ແຂວງໄຊຍະບູລີ ວາງອອກ ກໍຄືແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ (2000-2024)ຫ້ອງການກະສິກໍາ-ປ່າໄມ້ ເມືອງພຽງ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ສຸມໃສ່ການຈັດຕັ້ງປະຕິບັດແຜນງານດັ່ງກ່າວ ໂດຍໄດ້ລົງຊຸກຍູ້ສົ່ງເສີມຊາວກະສິກອນພາຍໃນເມືອງໃຫ້ເຫັນຄວາມສໍາຄັນ ແລະ ປະກອບສ່ວນຢ່າງຈິງຈັງເພື່ອເຮັດໃຫ້ເມືອງມີສະບຽງອາຫານທີ່ພຽງພໍກັບການບໍລິໂພກ ແລະ ເປັນສິນຄ້າສົ່ງອອກ ທັງເປັນການສ້າງລາຍຮັບໃຫ້ກັບຊາວກະສິກອນນັບມື້ນັບຫຼາຍຂຶ້ນ.ທ່ານ ບົວວັນ ຄໍາຈັນ ຫົວໜ້າຫ້ອງການກະສິກໍາ-ປ່າໄມ້

ອ່ານເພີ່ມ...

ໄຊຍະບູລີ ຫາລືການຄຸ້ມຄອງຕິດຕາມລົດຂົນສົ່ງສິນຄ້າຕ່າງປະເທດທີ່ບໍ່ໄດ້ຮັບອະນຸຍາດ

ກອງປະຊຸມປຶກສາຫາລືກ່ຽວກັບການຄຸ້ມຄອງຕິດຕາມລົດຂົນສົ່ງສິນຄ້າທີ່ບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງເຂົ້າມາຂົນສົ່ງສິນຄ້າຢູ່ແຂວງໄຊຍະບູລີ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງໄຊຍະບູລີ. ໂດຍການເປັນປະທານຂອງ ທ່ານ ຄໍາເພັດ ພົມມະລາດ ຫົວໜ້າພະແນກ ຍທຂ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.ທ່ານ ຄໍາເພັດ ພົມມະລາດ ກ່າວວ່າ: ຜ່ານມາສະພາບການຂົນສົ່ງສິນຄ້າຂອງຜູ້ລົງທຶນສໍາປະທານປູກພືດເປັນສິນຄ້າສົ່ງອອກຈໍາໜ່າຍໄປຕ່າງປະເທດ ຍັງນໍາໃຊ້ລົດຂົນສົ່ງທີ່ບໍ່ຖືກຕ້ອງ ແລະ ຕີເປົ່າເຂົ້າມາຂົນສິນຄ້າພາຍໃນແຂວງໄຊຍະບູລີໂດຍບໍ່ໄດ້ຮັບອະນຸຍາດ ແລະ ບໍ່ໄດ້ເສຍຄ່າທໍານຽມອາກອນເຂົ້າງົບປະມານຂອງລັດເຮັດໃຫ້ເກີດມີປະກົດການຫຍໍ້ທໍ້ ແລະ

ອ່ານເພີ່ມ...

ບຸນມະໂຫລານກາເຟ-ຊາ ແລະ ຜົນຜະລິດ
ກະສິກຳພູພຽງບໍລະເວນ ຈະຈັດຂຶ້ນຢ່າງຍິ່ງໃຫຍ່

ແຫລ່ງຂ່າວຈາກ ແຂວງ​ ຈໍາປາສັກ ໃຫ້ຮູ້ວ່າ: ບຸນມະໂຫລານກາເຟ-ຊາ ພູພຽງບໍລະເວນ ແລະ ຜົນຜະລິດກະສິກຳ ປະຈຳປີ 2023 ຈະຈັດຂຶ້ນຢ່າງຫຍິ່ງໃຫຍ່ ແລະ ເປັນຄັ້ງປະຫວັດສາດ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ດິນແດນພູໄຟເກົ່າຖິ່ນກຳເນີດກາເຟລາວ ໃນວັນທີ 2-4 ກຸມພາ 2023. ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ

ອ່ານເພີ່ມ...

ລັດຖະມົນຕີ ກະຊວງ ອຄ ຢ້ຽມຢາມໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ

ເມື່ອວັນທີ 17 ມັງກອນ 2023 ຜ່ານມາ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສະຫະກໍາ ແລະ ການຄ້າ (ອຄ) ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມ ພາວເວີ ມະຫາຊົນ; ພ້ອມທັງລົງເບິ່ງຕົວຈິງຢູ່ພາກສະໜາມຂອງໂຄງການກໍ່ສ້າງ ໂຮງງານກັ່ນຕອງ ແລະ ປຸງແຕ່ງນໍ້າມັນເຊື້ອໄຟ ເຊິ່ງເປັນໂຮງງານແຫ່ງທີ2 ທີ່ກໍາລັງກໍ່ສ້າງພື້ນຖານໂຄງລ່າງ ຢູ່ທີ່ບ້ານດິນດຳ,

ອ່ານເພີ່ມ...

2023 ບົວລະພາ ຕັ້ງເປົ້າຜະລິດໄມ້ອັດ ເພື່ອສົ່ງອອກຕ່າງປະເທດໃຫ້ຫຼາຍຂຶ້ນ.

ບໍລິສັດ ບົວລະພາ ກະສິກໍາ ແລະ ປ່າໄມ້ ຈໍາກັດ ເປັນບໍລິສັດທີ່ນຳໃຊ້ໄມ້ປູກເພື່ອແປຮູບສົ່ງອອກຕ່າງປະເທດ ເປັນຕົ້ນແມ່ນໄມ້ວິກ, ໄມ້ກະຖິນນະລົງ ແລະ ໄມ້ສັກ ແລະ ໃນປີ 2023 ນີ້ ບໍລິສັດກໍໄດ້ເດີນໜ້າຜະລິດໄມ້ອັດ ແລະ ແປຮູບເປັນຜະລິດຕະພັນຕ່າງ ເພື່ອສົ່ງອອກຕ່າງປະເທດໃຫ້ຫຼາຍຂຶ້ນ. ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງອໍານວຍການ

ອ່ານເພີ່ມ...

ຍິງພໍ່ ຈົນເສຍຊີວິດ

ທ້າວ ອາເອີ ຫຼື ຫຼື ຊາແຍ່ ອາຍຸ 19 ປີ ປະຊາຊົນ ບ້ານ ຢາງຫຼວງ ເມືອງ ສິງ ແຂວງ ຫຼວງນໍ້າທາ ໂມໂຫໂທສະໃສ່ຜູ້ເປັນພໍ່ຢ່າງຮຸນແຮງ ແລ້ວຈັບປືນແກັບ ຍິງໃສ່ 1 ບາດ ຈົນເສຍຊີວິດ ຍ້ອນບໍ່ພໍ່ໃຈໃຫ້ຜູ້ເປັນພໍ່ພົວພັນຊູ້ສາວແລ້ວໄລ່ແມ່ໜີ.ພັຕ ອານຸສອນ ໄຊດວງຕາ

ອ່ານເພີ່ມ...

ປະທານປະເທດເນັ້ນໃຫ້ອົງການກາແດງແຫ່ງຊາດລາວເອົາໃຈໃສ່​ຕື່ມ 5 ບັນຫາ​ສຳ​ຄັນ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ປະທານກິຕິມະສັກ ອົງການກາແດງແຫ່ງຊາດລາວ ໄດ້​ໂອ້​ລົມຕໍ່ກອງປະຊຸມ​ສະຫຼຸບວຽກງານກາແດງ ປີ 2022 ແລະ ທິດທາງແຜນການ ປີ 2023 ໃນວັນທີ 17 ມັງກອນນີ້ ​ທີ່ ນະຄອນຫຼວງວງຈັນ ໂດຍ ມີ

ອ່ານເພີ່ມ...
error: Content is protected !!