ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກຳລັງແຮງ ສົມທົບກັບກະແສລົມຕາເວັນຕົກພັດ ປົກຄຸມພາກເໜືອ ແລະ ລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກກາງ ລົງຫາ ພາກໃຕ້ ຊຶ່ງຈະເຮັດໃຫ້ອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວ ໄປໃນແຕ່ລະພາກ ແລະ ອາກາດຮ້ອນເອົ້າຫລາຍຢູ່ບາງທ້ອງຖິ່ນ ພ້ອມຈະມີ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງ ໂອກາດຢູ່ບາງທ້ອງຖິ່ນ ແຂວງພາກໃຕ້.
Author: admin
ອາກາດຍັງສືບຕໍ່ຮ້ອນ ຫາ ຮ້ອນເອົ້າ ພະຍາກອນອາກາດປະຈໍາວັນທີ 21 ມີນາ 2023
ຄວາມກົດດັນຕ່ຳຂອງອາກາດຮ້ອນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ, ສົມທົບກັບລົມຕາເວັນຕົກພັດປົກຄຸມ. ຊື່ງຈະເຮັດໃຫ້ອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າ ຂຶ້ນໃນແຕ່ລະພາກ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນຢູ່ແຂວງພາກກາງ ແລະ ພາກໃຕ້. ສຳລັບແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຍັງຈະເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.
ເລີ່ມສ້ອມແປງທາງພູເກົ້າຫຼັກໃຫ້ສຳເລັດກ່ອນລະດູຝົນ
ທ່ານ ສົມສຸກ ຄໍາມຸງຄຸນ, ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງວຽງຈັນ ໃຫ້ສໍາພາດເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ປັດຈຸບັນ, ບໍລິສັດຜູ້ຮັບເໝົາ ພວມສຸມໃສ່ສ້ອມແປງເສັ້ນທາງ 4C ທາງຫລວງແຫ່ງຊາດ ແຕ່ເມືອງກາສີ ແຂວງວຽງຈັນ ຫາ ເມືອງນານ ແຂວງຫລວງພະບາງ, ສະເພາະເສັ້ນທາງທີ່ເຂດພູ 9 ຫລັກ,ໂດຍສະເພາະຈຸດຊົມວີວ ແລະ ຄ້ອຍລົງມາທາງເມືອງກາສີ ໃນໄລຍະທາງລວມປະມານ 9
ຄວາມໝາຍຄວາມສຳຄັນຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ
ເນື່ອງໃນໂອກາດ ວັນຄຽດແຄ້ນ ຂອງປະຊາຊົນລາວ – ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ (21/3/1946-21/3/2023)
ອ້າງເປັນຕໍາຫຼວດ ແລນຄົນເຂົ້າກໍາລັງ ປກສ ແລະ ອ້າງແລນນັກໂທດອອກຈາກຄຸກໄດ້ ! ມີຄົນຫຼົງເຊື່ອ ເສຍເງິນໄປຫຼາຍຮ້ອຍລ້ານກີບ
ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ຈັບຕົວ ທ້າວ ກິດຕິພອນ ອາຍຸ 35 ປີ ກໍາມະກອນ ຢູ່ບ້ານໂພນສະຫວັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມາດໍາເນີນຄະດີ ໃນວັນທີ 4 ກຸມພາ 2023, ຂໍ້ຫາສໍ້ໂກງຊັບພົນລະເມືອງ ຍ້ອນມີການເຄື່ອນໄຫວຕົວະຍົວະຫຼອກລວງ ແອບອ້າງຕົນເອງວ່າເປັນເຈົ້າໜ້າທີ່ ປກສ, ມີຄວາມສາມາດແລ່ນເອົາຄົນເຂົ້າກຳລັງ ປກສ
ອາກາດຢູ່ ລາວ ຍັງຈະຮ້ອນຂຶ້ນຕື່ມອີກ ຈະມີຝົນຕົກ ແລະ ລົມພັດແຮງ ຢູ່ບາງທ້ອງຖິ່ນ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈກ້ງໃຫ້ຮູ້ວ່າ: ສະພາບອາກາດປະຈໍາວັນທີ 20 ມີນາ 2023 ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງ ປະເທດລາວ ດ້ວຍກຳລັງອ່ອນ ສົມທົບກັບລົມຕາເວັນຕົກພັດປົກຄຸມ ພາກເໜືອ ຊຶ່ງຈະເຮັດໃຫ້ອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າໃນໄລຍະກາງເວັນ ຢູ່ໃນແຕ່ລະພາກ ແຕ່ສະພາບອາກາດຍັງຈະເຢັນ ຫາ ໜາວເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ
ວັດຖ້ຳພະ ຖ້ຳສັກສິດຄູ່ເມືອງ ຊຳເໜືອ
ວັດຖ້ຳພະ ເປັນສະຖານທີ່ທ່ອງທ່ຽວທາງວັດທະນະທຳອີກແຫ່ງໜຶ່ງຂອງແຂວງ ຫົວພັນ ເຊິ່ງຕັ້ງຢູ່ບ້ານ ຖ້ຳ, ເມືອງ ຊຳເໜືອ, ແຂວງ ຫົວພັນ ຫ່າງຈາກຕົວເມືອງ ຊຳເໜືອປະມານ 12 ກິໂລແມັດ. ໂດຍຖ້ຳແຫ່ງນີ້ ມີປະຫວັດຄວາມເປັນມາທີ່ເກົ່າແກ່ ອີງຕາມຂໍ້ມູນຈາກນາຍບ້ານ, ແນວໂຮມ ບ້ານ ຖໍ້າ ໃຫ້ຮູ້ວ່າ: ໃນປີ 1729 ຖໍ້າແຫ່ງນີ້ມີຄວາມໝາຍເລົ່າລືຕໍ່ໆກັນມາວ່າ ຮູຖໍ້າແມ່ນປ່ອງຊອດໃສ່
ວາລະ “ວັນກຸດສົງການລາວປີໃໝ່ລາວປີ ຄສ 2023 ເມືອງມໍຣະດົກໂລກ ແຂວງຫຼວງພະບາງ ສປປລາວ”
ຕິດຕາມວາລະ “ວັນກຸດສົງການລາວປີໃໝ່ລາວປີ ຄສ 2023, (1) ວັນສັງຂານລ່ວງ 14 ເມສາ ຈສ 1384, (2) ວັນເນົາ 15 ເມສາ (ຈສ 1384-1385), (3) ວັນສັງຂານຂື້ນປີໃໝ່ 16 ເມສາ ຈສ 1385, ເມືອງມໍຣະດົກໂລກ ແຂວງຫຼວງພະບາງ
ແກງຜັກຫວານໃສ່ໄຂ່ມົດແດງ
– ຜັກຫວານປ່າ ປະມານ 1 ຖ້ວຍ. – ໄຂ່ມົດແດງ 1 ຖ້ວຍ. – ຜັກອີ່ຕູ່ 1 ຖ້ວຍ. – ນ້ຳປາແດກ 2 ບ່ວງແກງ. – ນ້ຳປາ 1 ບ່ວງແກງ. – ເກືອ ½