Tom Newgen ກຽມປ່ອຍເພງໃໝ່ ໃຫ້ກຳລັງໃຈໄວໜຸ່ມ.

ຄ້າຍເພງ Newgen entertainment ບໍ່ມີແຜ່ວກັນເລີຍ ກຳລັງຈະກຽມປ່ອຍເພງໃໝ່ ທີ່ມີຊື່ວ່າ “ຢ່າຖິ້ມຄວາມຝັນ” ຈາກ ສິນລະປິນ Tom Newgen ft RGB ໂດຍທາງຄ້າຍຕັ້ງໃຈປ່ອຍເພງນີ້ວັນທີ 1 ມິຖຸນາ ເພື່ອເປັນຂອງຂວັນວັນເດັກນ້ອຍສາກົນ, ເພາະເນື້ອຫາເພງນີ້ ເປັນເພງໃຫ້ກຳລັງໃຈໄວໜຸ່ມຄົນລຸ້ນໃໝ່ ທີ່ພົບປັນຫາເຂົ້າມາໃນຊີວິດ ຈົ່ງຢ່າທໍ້ຖອຍ ໂລກມັນກ້າວໄປໄວ ສິ່ງທີ່ຈະສູ້ກັບມັນໄດ້ຄືຄວາມອົດທົນ, ຮຽນຮູ້

ອ່ານເພີ່ມ...

ປະທານປະເທດ ຈະເດີນທາງເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດອາຊີ ຄັ້ງທີ 28 ທີ່ປະເທດຍີ່ປຸ່ນ.

ໃນວັນທີ 24 ພຶດສະພາ 2023, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 28 ຊຶ່ງຈະຈັດ ຂຶ້ນໃນລະຫວ່າງວັນທີ 25-26 ພຶດສະພາ 2023 ທີ່ ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.

ອ່ານເພີ່ມ...

ວິທີກວດສອບວ່າ “ແປ້ງນົວ” ທີ່ຊື້ມາ ຈະເປັນຂອງແທ້ ຫຼື ຂອງປອມ

ໃນໄລຍະທີ່ຜ່ານມາ ໄດ້ມີຂ່າວເລື່ອງການລະບາດຂອງແປ້ງນົວປອມຢູ່ຫຼາຍເຂດໃນປະເທດລາວ ໂດຍສະເພາະແມ່ນຢູ່ທີ່ແຂວງຫຼວງນ້ຳທາ ທີ່ກວດພົບເຫັນແປ້ງນົວປອມເປັນຈໍານວນຫຼາຍ ແລະ ການທີ່ບໍລິໂພກແປ້ງນົວປອມ ອາດສົ່ງຜົນອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກໄດ້.ມື້ນີ້ ເຮົາມີວິທີກວດສອບວ່າ “ແປ້ງນົວ” ທີ່ເຮົາຊື້ມາແຕ່ຕະຫຼາດ ແລະ ຮ້ານຄ້ານັ້ນ ເປັນແປ້ງນົວແທ້ ຫຼື ແປ້ງນົວປອມ ເທແປ້ງນົວທີ່ຊື້ມາ ໃສ່ໃນບ່ວງທີ່ເປັນໂລຫະ ແລ້ວນໍາໄປເຜົາໄຟ ແປ້ງນົວແທ້ຈະລະລາຍເປັນສີນ້ຳຕານດຳ, ຖ້າມີສີຂາວ ຫຼື ສີເທົາສະແດງວ່າເປັນແປ້ງນົວປອມ.

ອ່ານເພີ່ມ...

ອຸນຫະພູມທົ່ວໂລກ ຈະເພີ່ມຂຶ້ນສູ່ລະດັບສະຖິຕິໃໝ່ໃນ 5 ປີຕໍ່ໜ້າ

ຕາມ​ຂ່າວ​ຈາກ ວິທະຍຸ ສາ​ກົນ ຫວຽດນາມ,ອົງການ ອຸຕຸນິຍົມໂລກ (WMO) ໄດ້ກ່າວ ເຕືອນວ່າ: ອຸນຫະພູມ ໃນທົ່ວໂລກ ອາດຈະ ເພີ່ມຂຶ້ນ ເຖິງລະດັບ ສະຖິຕິ​ໃໝ່ ໃນໄລຍະແຕ່ ປີ 2023 – 2027 ຫລື ອີກ 5ປີ​ຕໍ່ໜ້າ ຍ້ອນສະພາບ ອາຍພິດ

ອ່ານເພີ່ມ...

ຊາວກະຊິກອນເມືອງຜາອຸດົມ ສໍາເລັດການເກັບກ່ຽວເຂົ້ານາແຊງແລ້ວ

ທ່ານ ນາງ ສີິຄໍາ ຫຼ້າລະເດດ ຮອງຫົວໜ້າໜ່ວຍງານປູກຝັງ ຫ້ອງການກະສິກຳ-ປ່າໄມ້ ເມືອງ ຜາອຸດົມ ແຂວງບໍ່ແກ້ວ ໄດ້ເປີດເຜີຍຕໍ່ສື່ມວຊົນທ້ອງຖິ່ນໃນວັນທີ 17 ພຶດສະພາ ນີ້ ກ່ຽວກັບຄວາມຄືບ ໜ້າໃນການຈັດຕັ້ງປະຕິບັດ ການເກັບກ່ຽວເຂົ້ານາແຊງ ແລະ ຜົນຜະລິດພຶດລະດູແລ້ງ ປະຈໍາປີ 2023 ຂອງເມືອງຜາອຸດົມ ໃຫ້ຮູ້ວ່າ. ພາຍໃນເມືອງຜາອຸດົມ ມີເນື້ອທີ່ນາແຊງທັງໝົດ

ອ່ານເພີ່ມ...

ປກສ ເມືອງໄຊບົວທອງ! ຈັບໄດ້ຜູ້ຖືກຫາພ້ອມເງິນ 271 ລ້ານກວ່າກີບ ແລະ ຢາ 1.994 ເມັດ.

ໃນເວລາ 15 ໂມງ 15 ນາທີ ຂອງວັນທີ 05/05/2023 ມີພົນລະເມືອງດີໂທລະຊັບລາຍງານວ່າ: ມີກຸ້ມແກ່ງມົ້ວສຸມ ຄ້າຂາຍ ຈຳໜ່າຍ ແລະ ເສບຢາເສບຕິດ(ຢາບ້າ) ທີບ້ານແກ້ງມື້ນ, ເມືອງໄຊບົວທອງ ແຂວງຄຳມ່ວນ ເມືອເຈົ້າໜ້າທີ່ຕຳຫຼວດວິຊາສະເພາະໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງ ໄຊບົວທອງ ໄດ້ຮັບແຫຼ່ງຂ່າວແນວນັ້ນຈື່ງໄດ້ປະສານສົມທົບ ກັບ

ອ່ານເພີ່ມ...

ເຈົ້າໜ້າທີ່ພາສີ ປະຈຳດ່ານພາສີສາກົນບໍ່ເຕັນ ຕ້ານສະກັດກັ້ນລົດບໍ່ຖືກຕ້ອງ-ຢຶດໄດ້ລົດ KIA 2 ຄັນ

ໃນວັນທີ 16 ພຶດສະພາ 2023 ຜ່ານມານີ້, ເຈົ້າໜ້າທີ່ພາສີ ປະຈຳດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ເຈົ້າໜ້າທີ່ພາສີກຸ່ມວຽກຄຸ້ມຄອງພາຫະນະ, ຈຸດປະຈຳໄມ້ກັ້ນ, ໄດ້ເຂັ້ມງວດກວດກາໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃນການຕ້ານ ແລະ ສະກັ້ນການການລັກລອບລົດນໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ, ຊຶ່ງສາ ມາດຢຶດໄດ້ລົດເກັງ: ຍີ່ຫໍ້ KIA K5 ຈໍານວນ 2 ຄັນ, ທີ່ສວມປ້າຍທະບຽນປອມ. ໂດຍຜ່ານການກວດກາເບື້ອງຕົ້ນເຫັນວ່າ: ເປັນລົດເກັງເກຍຍີ່ຫໍ້:

ອ່ານເພີ່ມ...

ລາວ ເຂົ້າຮ່ວມກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 79 ຂອງຄະນະກໍາມາທິການ ເສດຖະກິດ-ສັງຄົມ ສປຊ

ຄະນະຜູ້ແທນລາວ ນໍາໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມປະຈໍາປີ ຄັ້ງທີ 79 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້້ນອາຊີ-ປາຊີຟິກ ທີ່ຈັດຂຶ້ນໃນລະຫວ່າງວັນທີ 15-19 ພຶດສະພາ 2023 ຢູ່ບາງກອກ, ຣາຊະອານາຈັກໄທ, ພາຍໃຕ້ຫົວຂໍ້ “ເລັ່ງລັດການຈັດຕັ້ງມາດຕະການ ເພື່ອຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດໃນພາກພື້ນອາຊີ ແລະ ປາຊີຟິກ ເພື່ອການພັດທະນາແບບຍືນຍົງ,ມີຄະນະຜູ້ແທນຂັ້ນສູງຈາກ

ອ່ານເພີ່ມ...

ຊຳເໜືອ ສະເຫລີມສະຫລອງ ໜ່ວຍແກ້ວຫລັກເມືອງຄົບຮອບ 15 ປີ

ເມືອງຊຳເໜືອ ສະເຫລີມສະຫລອງໜ່ວຍແກ້ວຫລັກເມືອງ ຄົບຮອບ 15 ປີ (17/5/2008-17/5/2023) ໃນວັນທີ 16 ພຶດສະພາ 2023 ທີ່ສວນແກ້ວຫລັກເມືອງ ໂດຍການເຂົ້າຮ່ວມຂອງທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ ພ້ອມດ້ວຍການນຳ 10 ເມືອງ ແລະ ມວນຊົນຊາວເມືອງຊຳເໜືອ ກໍຄືແຂວງຫົວພັນ ເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ໃນພິທີ ທ່ານ

ອ່ານເພີ່ມ...

ເມືອງໜອງບົກ ເກັບກ່ຽວເຂົ້ານາແຊງ ສຳເລັດ 1.500 ກວ່າເຮັກຕາ

ທ່ານ ສຸກສະຫວັນ ສຸວັນນະລາດ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໜອງບົກ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ການເກັບກ່ຽວເຂົ້າຂອງປະຊາຊົນ ເມືອງໜອງບົກ ປັດຈຸບັນ ສາມາດເກັບກ່ຽວສຳເລັດໃນເນື້ອທີ່ 1.533 ເຮັກຕາ ເທົ່າກັບ 40% ຂອງເນື້ອທີ່ຕົວຈິງ. ໃນນີ້, ພື້ນທີ່ປູກເຂົ້າເພື່ອເປັນສະບຽງອາຫານ ປະຕິບັດໄດ້ 480 ເຮັກຕາ ເທົ່າກັບ

ອ່ານເພີ່ມ...
error: Content is protected !!