ແຂວງ ວຽງຈັນ ໄດ້ແຍກອອກຈາກ ກຳແພງນະຄອນວຽງຈັນ ຕາມມະຕິຕົກລົງ ຂອງກົມການເມືອງ ສູນກາງພັກ ສະບັບລົງວັນທີ 20 ສິງຫາ 1981 ໄລຍະກ່ອນແຕ່ປີ 1975 ຫາຕົ້ນປີ 1981 ຍັງລວມເປັນອັນດຽວ ກັບກຳແພງນະຄອນ ເອີ້ນວ່າ “ ແຂວງ ແລະ ກຳແພງນະຄອນ ” ແລະ
Author: admin
ໂຣກຣິດສີດວງທະວານ ເກີດຈາກຫຍັງ?
ໂຣກຣິດສີດວງທະວານໜັກ (Hemorrhiods) ຫຼື ຮຽກງ່າຍໆວ່າ “ໂຣກຣິດສີດວງທະວານ” ເປັນໂຣກທີ່ພົບເລື້ອຍໆ, ເມື່ອເປັນແລ້ວ ກໍ່ໃຫ້ເກີດຄວາມທຸກທໍລະມານ ແລະ ເຮັດໃຫ້ການໃຊ້ຊີວິດປະຈຳວັນບໍ່ສະດກ, ແຕ່ສາມາດປົວໃຫ້ຫາຍໄດ້ ຕັ້ງແຕ່ເລີ່ມຕົ້ນຂອງໂຣກ.ໂຣກຣິດສີດວງທະວານ ຄືການທີ່ຫຼອດເລືອດດຳທີ່ລຳໄສ້ໃຫຍ່ ແລະ ທະຫວານໜັກ ມີອາການບວມ, ໂປ່ງພອງ ແລະ ມີຫຼອດເລືອດບາງສ່ວນປ່ອນອອກມາຈາກ ທະວານໜັກ ເຊິ່ງເກີດຈາກຫຼາຍສາເຫດ ດັ່ງນີ້: ຣິດສີດວງທະວານ ແບ່ງອອກເປັນ
ເຈົ້າເມືອງ ວຽງໄຊ ຊີ້ແຈງສາເຫດທີ່ຫ້າມກິນປາຕາຍຕາມສາຍນ້ຳຊຳເຈົ້າເມືອງ ວຽງໄຊ ຊີ້ແຈງ
ຈາກການສຳພາດຜ່ານທາງລາຍການຮອບບ້ານຜ່ານເມືອງ ທີ່ຊ່ອງທາງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 23 ພຶດສະພາ ທີ່ຜ່ານມາ, ທ່ານ ຄຳໂຮມ ມີໄຊ ເຈົ້າເມືອງ ເມືອງໄຊ ແຂວງຫົວພັນ ໄດ້ໃຫ້ສຳພາດວ່າ: ຈາກເຫດການໃນວັນທີ 18 ພຶດສະພາ 2023 ໄດ້ມີປະຊາຊົນບ້ານດ່ານເພົ້າ ສົ່ງຂ່າວກ່ຽວກັບປາຕາຍຢູ່ກ້ອງເຂື່ອນນໍ້າສິງພາວເວີ ຫຼື ເຂື່ອນແກ້ງລິດ. ຈາກນັ້ນທາງຂັ້ນເມືອງກໍໄດ້ແຕ່ງຕັ້ງຫ້ອງການຊັບພະຍາກອນທຳມະຊາດລົງໄປສົມທົບກັບບ້ານ ເພື່ອໄປກວດກາຕົວຈິງ ແລະ
ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈໍາກັດ ຈະເປີດສູນບໍລິການ ຊໍາລະສະສາງເງິນຢວນ ຢູ່ລາວ
ສູນບໍລິການຊໍາລະສະສາງເງິນຢວນ ແມ່ນສະຖາບັນຕ່າງປະເທດທີ່ໃຫ້ບໍລິການຊໍາລະສະສາງ ເງິນຢວນໃຫ້ແກ່ທະນາຄານຢູ່ໃນຂົງເຂດ ຫຼື ປະເທດ ທີ່ສາມາດຊໍາລະສະສາງເງິນຢວນໄດ້. ໃນປັດຈຸບັນ, ໄດ້ສ້າງຕັ້ງສູນຊໍາລະສະສາງເງິນຢວນຕ່າງປະເທດ ລວມທັງໝົດ 31 ແຫ່ງ ໃນ 29 ປະເທດ ແລະ ຂົງເຂດ ທົ່ວໂລກ ຊຶ່ງໄດ້ກວມເອົາທະວີບອາເມຣິກາ, ເອີຣົບ, ອາຊີຕາເວັນອອກ, ອາຊີຕາເວັນອອກສ່ຽງໃຕ້, ໂອເຊອານີ ແລະ ອາຟຣິກາ.
ກອງປະຊຸມລັດຖະບານລາວ ປະຈໍາເດືອນ ພຶດສະພາ 2023 ເຫັນດີຈັດປີທ່ອງທ່ຽວລາວປີ 2024.
ຜົນກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນພຶດສະພາ 2023, ທີ່ຈັດຂຶ້ນໃນວັນທີ 23 ພຶດສະພາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ພ້ອມກັນປຶກສາຫາລື, ຄົົ້ນຄວ້າພິຈາລະນາ ບັນດາຫົວຂໍ້ທີ່ສໍາຄັນ ແລະເຫັນດີດ້ານຫລັກການຮັບຮອງເອົາຫຼາຍວຽກງານຈຸດສຸມ. ໃນນັ້ນໄດ້ພິຈາລະນາຄວາມຄືບໜ້າການກະກຽມຈັດປີທ່ອງທ່ຽວລາວ ປີ 2024. ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ
ໂຄງການກໍ່ສ້າງຕ້ານຕາຝັ່ງເຈື່ອນ ນໍ້າງື່ມ ເມືອງຊຽງຮ່ອນ ສໍາເລັດຫລາຍກວ່າ 30%
ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ລົງຕິດຕາມ ແລະ ຊຸກຍູ້ ໂຄງການກໍ່ສ້າງຕ້ານຕາຝັ່ງເຈື່ອນ ນໍ້າງື່ມ ເມືອງ ຊຽງຮ່ອນ ແຂວງໄຊະຍບູລີ ໃນວັນທີ 23 ພຶດສະພາ 2023 ໂດຍໃຫ້ການຕ້ອນຮັບຂອງທ່ານ ກົງທອງ ສິດທິໄຊ
ຄະນະຜູ້ແທນຂັ້ນສູງພັກຣັດເຊຍເອກະພາບ ຢ້ຽມຢາມ ສປປ ລາວ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ຄະນະຜູ້ແທນຂັ້ນສູງຂອງພັກຣັດເຊຍເອກະພາບ ນໍາໂດຍ ສະຫາຍ ດີມີຕຣີ ເມັດເວເດັບ ປະທານພັກຣັດເຊຍເອກະພາບ, ຮອງປະທານສະພາຄວາມໝັ້ນຄົງ ເເຫ່ງ ສະຫະພັນຣັດເຊຍ ພ້ອມຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ເເລະ ເຮັດວຽກ
ສັ່ງໂຈະຊົ່ວຄາວ! ທຸລະກິດຄ້າຂາຍ ຂອງຄົນຕ່າງປະເທດ ຢູ່ລາວເກືອບ 100 ຫົວໜ່ວຍ.
ທຸລະກິດຄ້າຂາຍຍົກຍ່ອຍຢູ່ ສປປ ລາວ ແມ່ນມີຢ່າງຫຼວງຫຼາຍ ນອກຈາກຈະເປັນເຈົ້າຂອງໂດຍຄົນລາວແລ້ວ ກໍມີຈຳນວນບໍ່ໜ້ອຍທີ່ເປັນເຈົ້າຂອງໂດຍຄົນຕ່າງປະເທດ ທາງກະຊວງອຸດສາຫະກຳ ແລະການຄ້າ ໄດ້ໃຫ້ບັນດາຫົວໜ່ວຍ ດັ່ງກ່າວ ມາແຈ້ງອະທິບາຍເຖິງທີ່ມາຂອງແຫຼ່ງທຶນເຂົາເຈົ້າ ແຕ່ປະກົດວ່າຍັງມີເກືອບ 100 ຫົວໜ່ວຍທີ່ຍັງບໍ່ມາແຈ້ງ. ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການໃຫ້ຫົວໜ່ວຍເຫຼົ່ານັ້ນໂຈະການດຳເນີນທຸລະກິດຊົ່ວຄາວ ເນື້ອໃນແຈ້ງການລະບຸໄວ້ດັ່ງນີ້: 1. ໂຈະຊົ່ວຄາວການເຄື່ອນໄຫວທຸລະກິດ ການຄ້າຂາຍຍົກ-ຂາຍຍ່ອຍ ຂອງຫົວໜ່ວຍວິສາຫະກິດ ທີ່ມີລາຍຊື່ຄັດຕິດມາພ້ອມນີ້
ຄະນະຜູ້ແທນສະມາຄົມມິດຕະພາບລາວ-ຣັດເຊຍ ສຳເລັດການຢ້ຽມຢາມ ຣັດເຊຍ
ໂດຍຕອບສະໜອງຕາມຄຳເຊີນ ຂອງ ຄະນະສະມາຄົມມິດຕະພາບ ຣັດເຊຍ-ລາວ, ສະຫາຍ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານສະມາ ຄົມມິດຕະພາບ ລາວ-ຣັດເຊຍ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມພິທີເປີດງານວາງສະແດງຮູບພາບ ກ່ຽວກັບ ປະເທດລາວ ພາຍໃຕ້ຄຳຂວັນ: “ປະເທດລາວ ປະເທດລ້ານຊ້າງ ແລະ ຄັນຮົ່ມສີຂາວ” ທີ່ ນະ
ແຈ້ງການຈາກເມືອງຊຳໃຕ້ ພົບປາຕາຍຈໍານວນຫຼາຍຢູ່ຕາມສາຍນໍ້າຊໍາ ບໍ່ຮູ້ສາເຫດ ຫ້າມປະຊາຊົນບໍລິໂພກຢ່າງເດັດຂາດ.
ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງຊຳໃຕ້ ອອກແຈ້ງການວ່າ: ໃນຕອນເຊົ້າຂອງວັນທີ 22/05/2023 ປະຊາຊົນບ້ານດ່ານໄຊ ເມືອງວຽງໄຊ ແຂວງຫົວພັນ ພົບເຫັນປາຕາຍຈຳນວນຫຼວງຫຼາຍເຊິ່ງມີເຫດການຈາກຈຸດກໍ່ສ້າງເຂື່ອນໄຟຟ້ານໍ້າ 3 ໂດຍປາຈຳນວນດັ່ງກ່າວແມ່ນໄຫຼລົງຕາມສາຍນໍ້າຊໍາ ເຊິ່ງຍັງບໍ່ຮູ້ສາເຫດປະກົດການແບບນີ້ແມ່ນບໍ່ເຄີຍເກີດຂຶ້ນມາກ່ອນ. ປັດຈຸບັນ ທາງເຈົ້າໜ້າທີ່, ພາກສ່ວນກ່ຽວຂ້ອງກຳລັງເລັ່ງຊອກຫາສາຍເຫດ ແລະ ນຳປາດັ່ງກ່າວໄປວິໄຈຫາສານພິດທີ່ກໍ່ໃຫ້ເກີດປາຕາຍ.