ຕາມການລາຍງານຂອງ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນໄລຍະຜ່ານມາ ພະລັງງານ ແລະ ບໍ່ແຮ່ແຂວງ ກໍຄືລັດວິສາຫະກິດໄຟຟ້າລາວສາຂາເຊກອງ ໄດ້ເອົາໃຈໃສ່ຂະຫຍາຍລະບົບຕາຂ່າຍໄຟຟ້າອອກສູ່ຊົນນະບົດເຂດຫ່າງໄກສອກຫຼີກບ່ອນທີ່ມີເງື່ອນໄຂ; ຊຶ່ງປັດຈຸບັນ ມີຕາຂ່າຍໄຟຟ້າຖາວອນເຂົ້າເຖິງບ້ານ 162 ບ້ານ ກວມເອົາ 81,41% ແລະ ມີຫຼັງຄາເຮືອນທີ່ໄດ້ໃຊ້ໄຟຟ້າແລ້ວ 18.876 ຫຼັງຄາເຮືອນ ກວມເອົາ 87,95%
Author: admin
ເປີດງານຕະຫຼາດນັດແຮງງານ ແລະ ວາງສະແດງສິນຄ້າປະຈຳປີ 2023 ຄັ້ງທີ 3
ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບສະພາການຄ້າກວາງຊີ ປະຈຳລາວ ໄດ້ເປີດງານຕະຫຼາດນັດແຮງງານ ແລະ ວາງສະແດງສິນຄ້າປະຈຳປີ 2023 ຄັ້ງທີ 3 ຂຶ້ນໃນວັນທີ 5 ກໍລະກົດນີ້ ທີ່ ມ.ຊ ຊຶ່ງມີ ທ່ານ ໂພສີ ທີບດາວັນ ຮອງອະທິການບໍດີ ມ.ຊ, ມີທ່ານ ເສີນຊິນຫຼູ
6 ເດືອນຕົ້ນປີ ອອປສ ອອກຄຳສັ່ງຈັບຕົວ 1.610 ສະບັບ
ອີງຕາມການລາຍງານ ຂອງທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງ ຊາດ ຊຸດທີ IX ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນ ຕົ້ນປີ 2023 ນີ້, ອອປສ ໄດ້ອອກຄຳສັ່ງຈັບຕົວ 1.610 ສະບັບ, ອອກຄຳ
ຮອງນາຍົກລັດຖະມົນຕີ ມອບຫລຽນກາມິດຕະພາບ ໃຫ້ຜູ້ປະສານງານ ສປຊ ປະຈຳລາວ
ໃນວັນທີ 5 ກໍລະກົດ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບ ແລະ ປະດັບຫລຽນກາມິດຕະພາບ ໃຫ້ແກ່ ທ່ານ ນາງ ຊາຣາ ເຊເກັນເນສ (Ms. Sara Sekkenes), ຜູ້ປະສານງານຂອງອົງການສະຫະປະຊາຊາດ ປະຈຳ
ປກສ ເມືອງຕົ້ນເຜີ້ງ ຢຶດຢາບ້າ 2.800.000 ເມັດ ໃນຄະນະກຳລັງຂົນຂຶ້ນຝັງນໍ້າຂອງ.
ເວລາປະມານ 23 ໂມງຂອງວັນທີ 29 ມິຖຸນາ 2023 ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຮ່ວມກັບກອງກໍ່ສ້າງຮາກຖານ 918 ໄດ້ຢຶດຢາເສບຕິດ ປະເພດຢາບ້າ 2.800.000 ເມັດ ໃນຄະນະທີ່ກຳລັງຂົນຂື້ນຝັງນໍ້າຂອງ ພ້ອມກັກຕົວຜູ້ຖືກຫາໄດ້ 2 ຄົນ. ຄະດີດັ່ງກ່າວ, ເບື້ອງຕົ້ນ ເຈົ້າໜ້າທີ່ຕໍາຫຼວດ ວິຊາສະເພາະ
ອັດຕາເງິນເຟີ້ ສປປ ລາວ ເດືອນ ມິຖຸນາ ຫຼຸດລົງຢູ່ທີ່ 28,64 %ຫຼຸດຈາກເດືອນ ພຶດສະພາ -10,22%
ສະພາບອັດຕາເງິນເຟີ້ ດັດຊະນີລາຄາສິນຄ້າໂດຍລວມຂອງເດືອນມີຖຸນາ ຢູ່ໃນລະດັບ 185,91 ເຊິ່ງເພີ່ມຂຶ້ນຈາກ 144,52 ໃນ ເດືອນມີຖຸນາ ປີຜ່ານມາ ເຮັດໃຫ້ອັດຕາເງິນເຟີ້ລວມຂອງ ສປປ ລາວ ໃນເດືອນມີຖຸນານີ້ ຢູ່ໃນລະດັບ 28,6% (ເດືອນ ພືດສະພາ 2023 ຢູ່ໃນລະດັບ 38,9%). ຫມວດສິນຄ້າທີ່ມີອັດຕາເງິນເຟີ້ສູງກວ່າຫມູ່ແມ່ນ ຫມວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ
ສະໜາມບິນສາກົນບໍ່ແກ້ວຈະສົ່ງເສີມການທ່ອງທ່ຽວຫຼາຍຂຶ້ນ.
ມາຮອດປັດຈຸບັນ, ໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວມີຄວາມຄືບໜ້າຫລາຍກວ່າ 90%, ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນທ້າຍປີ 2023ນີ້. ທ່ານ ຈ້າວ ເຫວີຍ, ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃຫ້ສໍາພາດຕໍ່ສື່ມວນຊົນລາວໃນວັນທີ 25 ມິຖຸນາ 2023 ນີ້ວ່າ: ການກໍ່ສ້າງສະໜາມບິນດັ່ງກ່າວໃນປັດຈຸບັນແມ່ນເຫລືອພຽງຂັ້ນຕອນຕົບແຕ່ງຕຶກອາຄານຜູ້ໂດຍສານທັງພາຍໃນ ແລະພາຍນອກ, ການຕິດຕັ້ງອຸປະກອນລະບົບສື່ສານການບິນ, ລວມເຖິງລະບົບຄວາມປອດໄພ ແລະສິ່ງອໍານວຍຄວາມສະດວກຕ່າງໆ ໃນອາຄານ. ສະໜາມບິນສາກົນ ບໍ່ແກ້ວ ຕັ້ງຢູ່ ບ້ານສີເມືອງງານ
ຈຳປາສັກ-ນະຄອນດາໜັງ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື
ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ເຂົ້າພົບປະຢ້ຽມຢາມ ທ່ານ ເລ ຈຸງ ຈິງ ປະທານຄະນະກຳມະການ ປະຊາຊົນນະຄອນດາໜັງ ພ້ອມດ້ວຍຄະນະ ໃນວັນທີ 24 ມິຖຸນາ 2023 ທີ່ນະຄອນດາໜັງ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງນະຄອນດາໜັງ
ກອງປະຊຸມສະໄໜສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ
ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 26 ມິຖຸນາ 2023 ເຊິ່ງຈະໄດ້ດຳເນີນໄປຈົນຮອດວັນທີ 18 ກໍລະກົດ 2023 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸດລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ,
ເປີດສູນວາງສະແດງວັດທະນະທຳລົດໄຟຢູ່ສະຖານີນະຄອນຫລວງວຽງຈັນ
ໃນວັນທີ 20 ມິຖຸນາ 2023, ໄດ້ມີພິທີເປີດສູນວາງສະແດງວັດທະນະທໍາລົດໄຟ ຢູ່ສະຖານີນະຄອນຫລວງວຽງຈັນຂອງທາງລົດໄຟລາວ-ຈີນຢ່າງເປັນທາງການ ໂດຍແມ່ນ ບໍລິສັດ CRRC ແລະ ບໍລິສັດທາງລົດໄຟລາວ-ຈີນ ເປັນຜູ້ຮ່ວມສັ້ງຕັ້ງ ແລະ ນັບແຕ່ມື້ນີ້ເປັນຕົ້ນໄປ, ສູນວາງສະແດງວັດທະນະທຳທາງລົດໄຟ ຈະຈັດການວາງສະແດງຢູ່ສະຖານີນະຄອນຫລວງວຽງຈັນ ເປັນເວລາ 30 ວັນ ໂດຍຈະມີລົດໄຟລົດລາງທີ່ທັນສະໄໝ 20 ກວ່າປະເພດ ທີ່ຜະລິດໂດຍບໍລິສັດ CRRC,