ໃນຕອນບ່າຍວັນທີ 6 ທັນວາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ3 ໂຮງແຮມດາວດອກງິ້ວຄຳ. ແຂວງຫຼວງນ້ຳທາສົມທົບກັບສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ຈັດມີພິທີປະດັບຫຼຽນໄຊພັດທະນາຊັ້ນ III ໃຫ້ແກ່: ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳຢ່າງສົມກຽດ. ໃຫ້ກຽດເຂົ້າຮ່ວມພິທີຄັ້ງນີ້ມີ ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ແຂວງຫຼວງນ້ຳທາ, ທ່ານ ພົນຈັດຕະວາ
Author: admin
ສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ 219 ລາງວັນ
ໃນໂອກາດຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 26 ພະ ຈິກ 2024 , ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໃຫ້ຮູ້ວ່າ: ມາ ຮອດປັດຈຸບັນ, ສປປ ລາວ
ປະທານສານປະຊາຊົນສູງສຸດ ລາຍງານພົບຜູ້ພິພາກສາກະທຳທີ່ຜິດຕໍ່ລະບຽບກົດໝາຍ 3 ຄົນ
ໃນໂອກາດຂຶ້ນສະເໜີບົດລາຍງານການເຄື່ອນໄຫວວຽກ ງານປະຈໍາປີ 2024 ແລະ ທິດທາງແຜນການປະຈຳປີ 2025 ຂອງສານປະຊາຊົນ ແລະ ສານທະຫານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ຢູ່ຫ້ອງປະຊຸມສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ ໃນວັນທີ 28 ພະຈິກ 2024, ທ່ານ ນາງ ວຽງທອງ ສີພັນດອນ, ປະທານສານປະຊາຊົນສູງສຸດ
ງານມະຫະກຳບຸນຊ້າງ ປະຈໍາປີ 2025 ແຂວງໄຊຍະບູລີ ຈະຈັດຂຶ້ນໃນວັນທີ 18-24 ກຸມພາ 2025
ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ແຂວງ ໃນວັນທີ 27 ພະຈິກ ນີ້ວ່າ: ງານມະຫະກຳບຸນຊ້າງ ປະຈໍາປີ 2025 ແຂວງໄຊຍະບູລີ, ຈະຈັດຂຶ້ນໃນລະຫວ່າງວັນທີ 18-24 ກຸມພາ 2025, ຊຶ່ງເປັນການຮ່ວມມືລະຫວ່າງອົງການປົກຄອງແຂວງ ແລະ ສະມາຄົມນັກທຸລະກິດໜຸ່ມແຂວງໄຊຍະບູລີຮ່ວມກັນຈັດງານມະຫະກໍາບຸນຊ້າງເປັນປີທີສອງ.
ກວດພົບເປົ້າໝາຍພົວພັນການສໍ້ລາດບັງຫຼວງ 208 ຄົນ
ທ່ານ ຄໍາພັນ ພົມມະທັດ, ປະທານອົງການກວດກາແຫ່ງລັດ ໄດ້ຂຶ້ນລາຍງານຜົນການກວດກາຕາມມະຕິສະພາ ສະບັບເລກທີ 113/ສພຊ, ລົງວັນທີ 21 ພະຈິກ 2023 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ສະພາແຫ່ງຊາດ ຊຸດທີ IX ໃນວັນທີ 27 ພະ ຈິກ 2024.ຜ່ານການປະຕິບັດວຽກງານຕົວຈິງໄດ້ຮັບຜົນສໍາເລັດຫລາຍດ້ານໃນນີ້ ສະເພາະການ ສະກັດກັ້ນ
ລັດຖະບານຈະປັບເງິນເດືອນຂັ້ນຕໍ່າຂອງລັດຖະກອນ ເປັນ 2,200,000 ກີບ/ຄົນ/ເດືອນ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃຫ້ຮູ້ໃນໂອກາດຊີ້ແຈງຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະ ພາແຫ່ງຊາດ ຊຸດທີ IX ໃນວັນທີ 26 ພະຈິກ 2024 ວ່າ: ລັດຖະບານຖືສໍາຄັນ ແລະ ເປັນບູລິມະສິດໃນການປັບປຸງເງິນເດືອນ, ເງິນນະໂຍບາຍຕ່າງໆ ຂອງພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ
ຈະກໍ່ສ້າງ ຂົວຂ້າມນ້ຳເຊບັ້ງຫຽງ-ເຊລະນອງ ຂ.ສະຫວັນນະເຂດ
ວັນທີ 25 ພະຈິກ 2024, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະການນຳຈາກພະແນກການ ແລະກົມກອງຕ່າງໆຂອງແຂວງ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ເຂດບ້ານຫ້ວຍຫອຍ, ເມືອງພີນ ໂດຍການນຳພາທາງຂອງທ່ານ ສຸດໃຈ ໄຊຍະວົງ ວ່າການເຈົ້າເມືອງພີນ, ໃນໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດພ້ອມຄະນະ ກໍ່ໄດ້ລົງຕິດຕາມເບິ່ງສະພາບຂົວຂ້າມນ້ຳເຊບັ້ງຫຽງ, ເຂດບ້ານຫ້ວຍຫອຍ, ເມືອງພີນ
ເມືອງປາກທາ ແຈ້ງໂຈະການນຳເຂົ້າ-ຈຳໜ່າຍຜະລິດຕະພັນອາຫານ ບໍ່ໄດ້ຂື້ນທະບຽນ ອຢ ແລະ ບໍ່ໃສ່ສະຫຼາກສິນຄ້າເປັນພາສາລາວ
ອີງຕາມແຈ້ງການຂອງຫ້ອງການອຸດສະຫະກຳ ແລະ ການຄ້າເມືອງປາກທາ ແຂວງບໍ່ແກ້ວ ລົງເມື່ອວັນທີ 20 ພະຈິກ 2024 ກ່ຽວກັບໂຈະການນຳເຂົ້າ ແລະ ຈຳໜ່າຍຜະລິດຕະພັນອາຫານ ທີ່ບໍ່ໄດ້ຂື້ນທະບຽນ ແລະ ພິມເລກທະບຽນ ອຢ ໃສ່ສະຫຼາກສິນຄ້າທີ່ເປັນພາສາລາວ(ອ່ານລາຍລະອຽດແຈ້ງການລຸ່ມນີ້)
ຜົນການສືບສວນເບື້ອງຕົ້ນ ກ່ຽວກັບນັກທ່ອງທ່ຽວ ຕ່າງປະເທດເສຍຊີວິດຢູ່ເມືອງວັງວຽງ
ພັທ ບົວທອງ ບໍລິບານ ຫົວໜ້າກອງບັນຊາການ ປກສ ເມືອງວັງວຽງ ແຂວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນປ້ອງກັນຄວາມສະຫງົບ ໃນວັນທີ 25 ພະຈິກ 2024 ວ່າ: ການສືບສວນ-ສອບສວນ ກ່ຽວກັບເຫດການນັກທ່ອງທ່ຽວຕ່າງປະເທດ ເສຍຊີວິດຢູ່ເຮືອນພັກແຫ່ງໜຶ່ງຢູ່ເມືອງວັງວຽງ, ແຂວງວຽງຈັນ ໃນວັນທີ 12 ພະຈິກ 2024, ເຊິ່ງປັດຈຸບັນ ອົງການປົກຄອງ ເມືອງວັງວຽງ
ປະກາດແຕ່ງຕັ້ງເຈົ້າເມືອງອາດສະພັງທອງ ແລະເມືອງຈຳພອນຄົນໃໝ່
ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມເປັນປະທານໃນກອງປະຊຸມປະກາດການຈັດຕັ້ງການນຳຂັ້ນສູງ ຂອງສອງເມືອງຄື: ເມືອງອາດສະພັງທອງ ແລະ ເມືອງຈຳພອນ ເຊິ່ງພິທີໄດ້ຈັດຂຶ້ນທີ່ສະໂມສອນຂອງແຕ່ລະເມືອງໃນວັນທີ 21 ພະຈິກ 2024. ໃນນີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດຕົກລົງແຕ່ງຕັ້ງ ທ່ານ ສີສະຫວາດ ເພັງທະ ລັງສີ ເປັນເຈົ້າເມືອງອາດສະພັງທອງຄົນໃໝ່