ຄຶກຄື້ນຫຼາຍ! ງານໂລະລາດປີນີ້ທີ່ນະຄອນ ຫຼວງພະບາງ.

ຕອນເຊົ້າ ວັນທີ​ 13 ກັນຍາ​ 2023​ ນີ້, ທີ່ເສັ້ນທາງກາງເມືອງ​ ນະຄອນ ຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໂອກາດບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2566 ຄສ 2023 ໃຫ້ກຽດເຂົ້າຮ່ວມງານດັ່ງກ່າວ ມີ ທ່ານ ສົມສະຫວາດ ເລັ່ງສະຫວັດ

ອ່ານເພີ່ມ...

ບໍ່ແກ້ວ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ

ໂດຍສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊົນຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ໃນໄລຍະ 2 ປີເຄິ່ງຜ່ານມາ, ແຂວງບໍ່ແກ້ວໄດ້ສຸມທຶນຮອນ ກໍ່ສ້າງພື້ນຖານໂຄງລ່າງໄປສູ່ເຂດຊົນນະບົດ ຫ່າງໄກສອກຫຼີກ ເຮັດໃຫ້ປະຊາຊົນເຂົ້າເຖິງການບໍລິການດ້ານສາທາລະນຸປະໂພກຢ່າງສະດວກສະບາຍຂຶ້ນ; ໄດ້ກໍ່ສ້າງໂຄງລ່າງພື້ນຖານທີ່ຈໍາເປັນຈໍານວນໜຶ່ງໃນບັນດາເມືອງ ແລະ ບ້ານທີ່ທຸກຍາກຈໍານວນໜຶ່ງໂດຍການກໍ່ສ້າງ ແລະ ສ້ອມແປງເສັ້ນທາງຊົນນະບົດ, ໂຮງໝໍຊຸມຊົນ, ຕາຂ່າຍໄຟຟ້າ ແລະ ອື່ນໆ. ມາຮອດປັດຈຸບັນ, ບ້ານພາຍໃນແຂວງມີອັດຕາການຊົມໃຊ້ໄຟຟ້າໄດ້ 241 ບ້ານ

ອ່ານເພີ່ມ...

ທໍາລາຍໜັງຄວາຍ ແລະ ສິ້ນສ່ວນໝູ 4.405 ກິໂລ ມູນຄ່າ 75 ລ້ານກວ່າກີບ

ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າ ປະເພດໜັງຄວາຍ ແລະ ສິ້ນສ່ວນໝູ ທີ່ລັກລອບຜະລິດ, ນໍາເຂົ້າ ແລະ ຈໍາໜ່າຍ ບໍ່ຖືກຕ້ອງຕາມລະບຽບກົດໝາຍ ນໍ້າໜັກ 4.405 ກິໂລ ມູນຄ່າ 75.800.000 ກີບ ໃນວັນທີ 9 ກັນຍາ 2023 ຢູ່ສະໜາມບໍາບັດຂີ້ເຫຍື້ອ. ສໍາລັບສິ້ນສ່ວນໝູ

ອ່ານເພີ່ມ...

ຫຼວງພະບາງຜະລິດພືດ ກະສິກໍາດຸ່ນດ່ຽງການນໍາເຂົ້າ

ໃນລະດູການຜະລິດປີນີ້, ແຂວງຫຼວງພະບາງ ປູກເຂົ້າໄດ້ໃນເນື້ອທີ່ 1.547,50 ຮຕ, ຜົນຜະລິດໄດ້ 7.449,55 ໂຕນ, ເທົ່າກັບ 75,07%, ບໍ່ບັນລຸຕາມແຜນ ຍ້ອນໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ 2 ເມືອງ, 10 ບ້ານໃນເນື້ອທີ່ 97,68 ເຮັກຕາ. ໃນໄລຍະກາງສະໄໝປູກເຂົ້າໄດ້ 43.188,44 ເຮັກຕາ ລື່ນແຜນການ 19,29%. ຜົນຜະລິດ

ອ່ານເພີ່ມ...

ເຊເວັ່ນ ອີເລຟເວັ່ນສາຂາ ທຳອິດ ໃນ ສປປ.ລາວເປີດໃຫ້ບໍລິການແລ້ວໃນນະຄອນຫຼວງວຽງຈັນ

        ເຊເວັ່ນ ອີເລຟເວັ່ນ ສາຂາ ທຳອິດ ໃນ ສປປ.ລາວ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ເມື່ອວັນພະຫັດ ວັນທີ 7 ກັນຍາ 2023 ທີ່ຜ່ານມາ ຕັ້ງຢູ່ທີ່ຖະໜົນສຸພານຸວົງ ບ້ານໜອງປາໃນ ເມືອງສີໂຄດຕະບອງ ໃນນະຄອນຫຼວງວຽງຈັນ. ໂດຍ ມີພິທີເປີດໃນຕອນເຊົ້າໄດ້ຮັບກຽດຈາກ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ

ອ່ານເພີ່ມ...

ແຈ້ງການ ຈຳໜ່າຍພັນທະບັດ ທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບ ງວດທີ 3 ຈຳນວນ 3.000.000.000.000 ກີບ (ສາມພັນຕື້ກີບ),

ເງື່ອນໄຂຂອງຜູ້ທີ່ສາມາດຊື້ພັນທະບັດ: ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຖິ່ນຖານຢູ່ ສປປ ລາວ (ຍົກເວັ້ນທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ) ຜູ້ທີ່ມີເງື່ອນໄຂ ແລະ ມີຄວາມສົນໃຈສາມາດສັ່ງຈອງໃນລະຫວ່າງ ວັນທີ 6-8 ກັນຍາ 2023 ໂດຍສັ່ງຈອງຜ່ານທະນາຄານທຸລະກິດ ທີ່ເປັນຕົວແທນຈຳໜ່າຍ 7 ແຫ່ງ ດັ່ງນີ້: 1. ທະນາຄານ

ອ່ານເພີ່ມ...

ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ມີມາດຕະການເດັດຂາດຕໍ່ກັບປ້າຍໂຄສະນາ.

ເລີ່ມແຕ່ຕົ້ນເດືອນສິງຫາ 2023 ຮອດປັດຈຸບັນ, ໜ່ວຍງານກວດກາ-ຄຸ້ມຄອງປ້າຍຂອງສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳຮ່ວມກັບ ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ໄດ້ພ້ອມກັນເອົາໃຈໃສ່ລົງກວດກາບັນດາປ້າຍທີ່ບໍ່ຖືກຕ້ອງຂອງຜູ້ປະກອບການດຳເນີນທຸລະກິດຕ່າງໆພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ທັງໝົດ 91 ປ້າຍ, ໃນນີ້ມີປ້າຍທີ່ຖືກຕ້ອງຕາມລະບຽບກົດໝາຍ 7 ປ້າຍ, ສ່ວນປ້າຍທີ່ບໍ່ຖືກຕ້ອງຕາມລະບຽບການເຊັ່ນ: ຂະໜາດຕົວໜັງສື, ສະຫຼະພະຍັນຊະນະ, ປ້າຍບໍ່ມີພາສາລາວ, ປ້າຍພິມເປັນພາສາໄທ ແລະ ປ້າຍເນື້ອໃນບໍ່ສອດຄ່ອງກັບໃບທະບຽນວິສາຫະກິດລວມມີ 85 ປ້າຍ. ປັດຈຸບັນໄດ້ມີຜູ້ປະກອບການຈຳນວນໜຶ່ງທີ່ໄດ້ໃຫ້ການຮ່ວມມືເຂົ້າມາພົວພັນປະກອບເອກະສານຕັ້ງປ້າຍຂອງຕົນໃຫ້ຖືກຕ້ອງລວມ 15 ປ້າຍ.

ອ່ານເພີ່ມ...

ນາຍົກລັດຖະມົນຕີ ເດີນທາງເຖິງ ສ. ອິນໂດເນເຊຍ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43.

ຄະນະຜູ້ແທນຂັ້ນສູງຂອງລາວ ນຳໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນ ທາງເຖິງສະຫນາມບິນສາກົນ ໂຊກາໂນ ຮັດຕະ (Soekarno Hatta), ນະຄອນ ຫຼວງ ຈາກາກຕາ, ສາທາລະນະລັດ ອິນໂດເນເຊຍ ໃນວັນທີ 4 ກັນຍາ 2023,

ອ່ານເພີ່ມ...

ຊີ້ແຈງ ກໍລະນີການຫ້າມການຜະລິດແປຮູບໜໍ່ໄມ້ ການເກັບຊື້-ຂາຍໜໍ່ໄມ້ແຫ້ງຢູ່ພາຍໃນເມືອງແອດ

ຈາກກໍລະນີທີ່ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງແອດ ແຂວງຫົວພັນ ໄດ້ອອກແຈ້ງການ, ສະບັບ ເລກທີ 663 ຫກປມ, ລົງວັນທີ 23 ສິງຫາ 2023 ກ່ຽວກັບການຫ້າມການຜະລິດແປຮູບໜໍ່ໄມ້, ການເກັບຊື້-ຂາຍໜໍ່ໄມ້ແຫ້ງຢູ່ພາຍໃນເມືອງແອດ ເຮັດໃຫ້ສັງຄົມມີຄວາມສົນໃຈ ແລະ ເກີດການວິພາກວິຈານຫຼາຍພໍສົມຄວນ. ​ຕໍ່ບັນຫານີ້, ທ່ານ ທອງສຸກ ສົມພາວັນ, ເຈົ້າເມືອງ

ອ່ານເພີ່ມ...

ມາດຕະການໃນການແກ້ໄຂໄພເງິນເຟີ້ທີ່ມອບໝາຍໃຫ້ທະນາຄານແຫ່ງ ສປປ ລາວ ປະຕິບັດ

ຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 13/ນຍ ໃນວັນທີ 29 ສິງຫາ 2023 ໄດ້ວາງມາດມາດຕະການໃນການແກ້ໄຂໄພເງິນເຟີ້ ໃນນັ້ນ ໄດ້ມອບໃຫ້ທະນາຄານແຫ່ງ ສປປ ລາວ ປະຕິບັດຄືດັ່ງນີ້: 1) ຄຸ້ມຄອງປະລິມານເງິນ M2 ໃຫ້ຢູ່ໃນຂອບທີ່ສາມາດຄວບຄຸມໄດ້; ຄຸ້ມຄອງ, ຕິດຕາມ ແລະ ຈໍາກັດການເພີ່ມຂຶ້ນ ຂອງອັດຕາເງິນເຟີ້ ເຮັດໃຫ້ຫຼຸດລົງ. ພ້ອມທັງ

ອ່ານເພີ່ມ...
error: Content is protected !!