ສວນປະຕູໄຊ ປັບປຸງສຳເລັດແລ້ວ 80/100

ປັດຈຸບັນການປັບປຸງສວນປະຕູໄຊ ແມ່ນມີຄວາມຈຳເປັນອັນຮີບດ່ວນເນື່ອງຈາກວ່າເປັນສະຖານທີ່ທ່ອງທ່ຽວ ທີ່ມີຄວາມສຳຄັນຂອງນະຄອນຫຼວງວຽງຈັນ ເປັນການສົ່ງເສີມ ແລະ ຂະຫຍາຍພຶ້ນທີ່ສີຂຽວໃຫ້ຕົວເມືອງ ແລະ ປົກປັກຮັກສາມໍລະດົກຂອງຊາດ ເປັນບ່ອນພັກຜ່ອນຂອງຊາວນະຄອນຫຼວງວຽງຈັນ ທັງເປັນບ່ອນຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ທ່ານອຳພາວັນ ມະນີວັນ ຫົວໜ້າຂະແໜງຄຸ້ມຄອງສວນ ໄຟແສງສະຫວ່າງສາທາລະນະ ແລະ ປະດັບປະດາຕົວເມືອງກ່າວວ່າ: ໂຄງການປັບປຸງສວນຫຍ້າ ສວນດອກໄມ້ ແລະ ສິ່ງອຳນວຍຄວາມສະດວກສວນປະຕູໄຊ ມາຮອດປັດຈຸບັນໂຄງການມີຄວາມຄືບໜ້າ 80/100

ອ່ານເພີ່ມ...

ຂໍ້ຫ້າມ! ງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ 2023 ທີ່ ທ່າວັດຈັນ.

ໃນແຕ່ລະປີ ເມື່ອຮອດບຸນອອກພັນສາ ແລະ ບຸນຊ່ວງເຮືອ ທາງຄະນະຈັດງານກໍໄດ້ມີການອອກຂໍ້ຫ້າມຕ່າງ ຊຶ່ງຈະມີຂໍ້ຫ້າມຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ:• ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ.• ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງພ້າ, ມີດ, ງ້າວ, ໜ້າເກັກ, ກະຖູນ, ສະໜັບມື, ໂຄມໄຟລອຍ ແລະ ປະເພດມີຄົມຕ່າງໆ ເຂົ້າໄປໃນງານໂດຍເດັດຂາດ

ອ່ານເພີ່ມ...

ລົດໄຟ EMU ຂະບວນໃໝ່ມາຮອດ ສປປ ລາວ ວັນທີ 23 ກັນຍາຜ່ານມາ

ເພື່ອຍົກລະດັບຄວາມສາມາດໃນການຂົນສົ່ງຜູ້ໂດຍສານໃຫ້ດີຂຶ້ນຕື່ມ ຕອບສະໜອງຕໍ່ປະລິ ມານການຂົນສົ່ງ ແລະ ກະກຽມເຂົ້າໃນການຮອງຮັບຜູ້ໂດຍສານໃນປີທ່ອງທ່ຽວລາວປີ 2024 ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໄດ້ຈັດຊື້ລົດໄຟ EMU “ຂະບວນລ້ານຊ້າງ” ຂະບວນໃໝ່ ເຊິ່ງໄດ້ມາຮອດນະຄອນຫຼວງວຽງຈັນ ໃນວັນທີ 23 ກັນຍາ ແລະ ຈະຖືກນຳໃຊ້ໃນໄວໆນີ້. ໃນການຈັດຊື້ລົດໄຟ EMU ຂະບວນໃໝ່ໃນເທື່ອນີ້ ຈຸດປະສົງຫຼັກເພື່ອແນໃສ່ຮັບໃຊ້ປີທ່ອງທ່ຽວລາວ 2024 ແລະ

ອ່ານເພີ່ມ...

ADB ລາຍງານເສດຖະກິດລາວຂະຫຍາຍຕົວຊ້າກວ່າຄາດໃນປີ 2023

ທະນາຄານພັດທະນາອາຊີ (ADB) ໄດ້ເຜີຍແຜ່ບົດລາຍງານ ເມື່ອວັນທີ 20 ກັນຍາ ຜ່ານມາ ໂດຍລະບຸວ່າ: ການເຕີບໂຕທາງດ້ານເສດຖະກິດ ຂອງ ສປປ ລາວ ຄາດວ່າຈະຕໍ່າກວ່າທີ່ໄດ້ຄາດຄະເນໄວ້ ເນື່ອງຈາກການຄາດຄະເນການເຕີບໂຕຂອງເສດຖະກິດ ສປ ຈີນ ຕໍ່າກວ່າທີ່ຄາດຄະເນໄວ້ ປະກອບກັບສະພາບອາກາດທີ່ບໍ່ເອື້ອອຳນວຍຈາກລະດູຝົນທີ່ບໍ່ມາຕາມລະດູການ ແລະ ຄວາມກົດດັນຕໍ່ເສດຖະກິດມະຫາພາກທີ່ເພີ່ມຂຶ້ນ ຈາກຄວາມບໍ່ຍືນຍົງຂອງໜີ້ສາທາລະນະ ແລະ ການອ່ອນຄ່າຂອງເງິນກີບ. ບົດລາຍງານການຄາດຄະເນການພັດທະນາຂອງອາຊີ

ອ່ານເພີ່ມ...

ການລົງທຶນສຳຫຼວດ-​ຂຸດ​ຄົ້ນ ແລະ ປຸ່ງແຕ່ງແຮ່​ທາດ ມີທັງໝົດ 471 ກິດຈະການ

ໂດຍ: ສຳນານ ພົມພັກດີ ການກຳນົດນະໂຍບາຍການບໍລິຫານຈັດການ, ຄຸ້ມຄອງ ແລະ ພັດທະນາແຮ່ທາດໃຫ້ເກີດຜົນປະໂຫຍດສູງສຸດ ຕາມທິດສີຂຽວ ຊຶ່ງແມ່ນເປົ້າໝາຍທີ 8 ໃນແຜນພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX (2021-2025) ຂອງກະຊວງພະລັງງານ ແລະ ບໍ່ແຮ່, ໃນ​ໄລ​ຍະຜ່ານມາການຈັດຕັ້ງປະຕິບັດເປົ້າໝາຍດັ່ງກ່າວມາຮອດປັດຈຸບັນ ການລົງທຶນບໍ່ແຮ່ໃນໄລຍະການຊອກຄົ້ນ ແລະ

ອ່ານເພີ່ມ...

ຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍເປົ້າໝາຍການພັດທະນາແບບຍືນຍົງ

ໃນວັນທີ 18-19 ກັນຍາ 2023, ທີ່ນະຄອນ ນິວຢອກ, ສ ອາເມລິກາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາພາຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍ ເປົ້າໝາຍການພັດທະນາແບບຍືນຍົງ (SDG Summit), ເຊິ່ງຈັດຂຶ້ນໃນໄລຍະກາງສະໄໝ ຂອງການຈັດຕັ້ງປະຕິບັດວາລະ 2030

ອ່ານເພີ່ມ...

ແຈ້ງການກ່ຽວກັບການເອົາໃຈໃສ່ຕິດຕາມເຝົ້າລະວັງ ແລະ ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງ ພະຍາດຫມາກສຸກລີງ

ກະຊວງສາທາລະນະສຸກ ອອກຫນັງສືແຈ້ງການກ່ຽວກັບການເອົາໃຈໃສ່ຕິດຕາມເຝົ້າລະວັງ ແລະ ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງ ພະຍາດຫມາກສຸກລີງ Monkey Pox (Mpox) ໃນ ສປປ ລາວ. ອີງຕາມ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງສາທາລະນະສຸກ ສະບັບເລກທີ 570/ ນຍ ລົງວັນທີ 16

ອ່ານເພີ່ມ...

ນາຍົກລັດຖະມົນຕີ ເຂົ້າຮ່ວມງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 20

ໂດຍຕອບສະໜອງຕາມການເຊື້ອເຊີນຈາກລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ໃນລະຫວ່າງວັນທີ 16-18 ກັນຍາ ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ ນໍາພາຄະນະຜູ້ແທນລາວເຂົ້າຮ່ວມງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 20 ແລະ ກອງປະຊຸມສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ຄັ້ງທີ

ອ່ານເພີ່ມ...

ເຂື່ອນໄຟຟ້ານໍ້າເທີນ 2 ຢຸດການປ່ອຍນໍ້າລົງ ເຊບັ້ງໄຟຊົ່ວຄາວ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ເພື່ອປະຕິບັດຕາມສັນຍາສຳປະທານລະ ຫວ່າງ ບໍລິສັດໄຟຟ້ານໍ້າເທີນ 2 ແລະ ລັດຖະບານລາວ ໃນສັນຍາທີ່ກໍານົດໄວ້ຄື: ໂຄງການໄຟຟ້ານໍ້າເທີນ 2 ຈະຕ້ອງຫລຸດອັດຕາການປ່ອຍນໍ້າລົງສູ່ນໍ້າເຊບັ້ງໄຟ ເມື່ອອັດຕາການໄຫລຂອງນໍ້າເຊ ຢູ່ເມືອງມະຫາໄຊ ຂຶ້ນຮອດລະດັບ 14,4 ແມັດ. ສະນັ້ນ, ໃນວັນທີ 17 ກັນຍາ 2023 ນີ້

ອ່ານເພີ່ມ...

ທ່ານ ທອງລຸນ ສີສຸລິດເຂົ້າຮ່ວມກອງປະຊຸມສຸດຍອດປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດກຸ່ມ 77 ແລະ ຈີນ

ໃນວັນທີ 15-16 ກັນຍາ 2023 ທີ່ ນະຄອນຫຼວງລາຮາວານ ສາທາລະນະລັດ ກູບາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນທາງການ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດ ກຸ່ມ77 ແລະ

ອ່ານເພີ່ມ...
error: Content is protected !!