ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ກອງບັນຊາການ ປ້ອງກັນ ຄວາມສະຫງົບ ນະຄອນຫຼວງວຽງຈັນ ແລະ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງ ວຽງຈັນ ຄົ້ນຄວ້ານໍາສະເໜີ ແລະ ໄດ້ຮັບການເຫັນດີຈາກ ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ແລ້ວ, ຈຶ່ງຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຊາບ
Author: admin
ເມືອງຫຼວງພະບາງ ຕິດອັນດັບ 1 ເມືອງທີ່ໜ້າທ່ອງທ່ຽວທີ່ສຸດໃນອາຊີ ຈາກທັງໝົດ 22 ເມືອງ ໂດຍ Lonely Planet
ເມື່ອບໍ່ດົນມານີ້ ທາງ Lonely Planet ເຊິ່ງເປັນ Website ທີ່ມີຊື່ສຽງລະດັບໂລກ ໃນດ້ານການໃຫ້ຂໍ້ມູນກ່ຽວກັບການທ່ອງທ່ຽວ ທີ່ຄອບຄຸມທຸກເລື່ອງຂອງການເດີນທາງ, ເປັນທີ່ຮູ້ຈັກໃນຖານະໜຶ່ງໃນແຫຼ່ງຂໍ້ມູນທ່ອງທ່ຽວ ທີ່ໄດ້ຮັບຄວາມໄວ້ວາງໃຈທີ່ສຸດ. ໄດ້ມີການເປີດເຜີຍລາຍຊື່ 22 ສະຖານທີ່ເມືອງທີ່ໜ້າໄປຢ້ຽມຢາມທີ່ສຸດໃນອາຊີ ເຊິ່ງຫຼວງພະບາງ ກໍຕິດໜຶ່ງໃນນັ້ນອີກດ້ວຍ!👉 ໂດຍທາງ Lonely Planet ໄດ້ກ່າວກ່ຽວກັບເມືອງຫຼວງພະບາງ ໃນບົດລາຍງານໄວ້ວ່າ:
ປະກາດອະໄພຍະໂທດ 195 ນັກໂທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 49 ປີ
ໃນວັນທີ 23 ທັນວາ 2024, ທີ່ຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຄໍາມ່ວນ ໄດ້ຈັດພິທີປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ທີ່ມີການປະພຶດດີ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 49 ປີ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ປະທານຄະນະກໍາມະການ
ອັດຕາແລກປ່ຽນດີຂຶ້ນ ແຕ່ລາຄາສິນຄ້າບໍ່ຍອມລົງ ຕ້ອງຫາວິທີແກ້ໄຂແນວໃດ?
ທ່ານ ນາງ ວາລີ ເວດສະພົງ, ສະມາຊິກສະພາແຫ່ງຊາດ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ລະຫວ່າງວັນທີ 16-24 ທັນວາ 2024 ໂດຍສະເໜີໃຫ້ພາກສ່ວນກ່ຽວຂ້ອງກວດກາຄືນລາຄາສິນຄ້າຕາມທ້ອງຕະຫຼາດໃນນະຄອນຫຼວງວຽງຈັນ ຍັງມີທ່າອ່ຽງເພີ່ມຂຶ້ນ, ເຖີງວ່າອັດຕາແລກປ່ຽນໄດ້ຮັບການແກ້ໄຂດີຂຶ້ນກວ່າເກົ່າແລ້ວກໍຕາມ. ປັດຈຸບັນນີ້, ອັດຕາແລກປ່ຽນດີຂຶ້ນ ຫຼື ສະຫງົບແລ້ວ, ຜ່ານມາຊາວຄ້າຂາຍອ້າງວ່າ:
ຄືບໜ້າ 70 % ການສ້າງທາງປູຢາງ ແຍກທາງເລກ 13 ໃຕ້ ຫາ ບ້ານປຸງ ເມືອງຫີນບູນ
ວັນທີ 18 ທັນວາ 2024 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພະແນກການກ່ຽວຂ້ອງຂອງແຂວງຈໍານວນໜຶ່ງ ໄດ້ເຄື່ອນໄຫວຕິດຕາມກວດກາຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ປັບປຸງເສັ້ນທາງປູຢາງ 2 ຊັ້ນ ແຕ່ແຍກທາງເລກທີ 13 ໃຕ້ ຫາ ບ້ານປຸງ ເມືອງຫິນບູນ,
ນະຄອນຫຼວງວຽງຈັນ ແກ້ໄຂຄະດີຢາເສບຕິດ ໄດ້ 965 ເລື່ອງ ກັກຜູ້ຖືກຫາ 1,834 ຄົນ
ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ຮູ້ໃນໂອກາດລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ຈັດຂຶ້ນໃນລະຫວ່າງວັນທີ 16-24 ທັນວາ 2024 ວ່າ: ປີ 2024 ນີ້, ນະຄອນຫຼວງວຽງຈັນ ໄດ້ສຸມໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບ ດ້ານ ຮັບປະກັນໄດ້ຄວາມສະຫງົບປອດໄພ
ພະແນກການເງິນ ນວ ສະເໜີຄົ້ນຄວ້າເງິນອຸດໜູນຄ່າຄອງຊີບຊ່ວຍ ພະນັກງານ-ລັດຖະກອນໃນປີ 2025
ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ( ນວ ) ໄດ້ຂຶ້ນລາຍງານ ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງ ວຽງຈັນ ຊຸດທີ II ໃນຕອນເຊົ້າຂອງວັນທີ 17 ທັນວາ 2024 ວ່າ: ໃນປີ 2024
ລົງນາມໃນສັນຍາກູ້ຢືມເງິນ ແລະ ໃຫ້ທຶນໃນ 4 ໂຄງການ
ໃນອາທິດທີ່ຜ່ານມາ ໄດ້ມີພິທີລົງນາມ ເພື່ອສະໜອງທຶນໃຫ້ແກ່ 4 ໂຄງການ ໃນສປປ ລາວ ລວມມູນຄ່າ 151 ກວ່າ ລ້ານໂດລາສະຫະລັດ. ຕາງໜ້າໃຫ້ລັດຖະບານລາວ ລົງນາມໂດຍທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ, ແລະ ທ່ານນາງ ແຊນນີ ແຄມແບລ Shanny Campbell ຜູ້ອໍານວຍການ ADB
ເລີ່ມເດືອນມັງກອນປີ 2025 ການປັບປຸງເງິນອຸດໜຸນ ແລະ ເງິນນະໂຍບາຍຕ່າງໆໃຫ້ພະນັກງານ-ລັດຖະກອນ
ອີງຕາມແຈ້ງການຂອງກະຊວງການເງິນ ລົງເມື່ອວັນທີ 13 ທັນວາ 2024 ກ່ຽວກັບຄຳແນະນຳ ວ່າດ້ວຍການປັບປຸງເງິນອຸດໜຸນ ແລະ ເງິນນະໂຍບາຍຕ່າງໆ ໃຫ້ພະນັກງານ-ລັດຖະກອນ ເລີ່ມຕົ້ນນັບແຕ່ ເດືອນມັງກອນ ປີ 2025 ເປັນຕົ້ນໄປ (ອ່ານເພິ່ມລາຍລະອຽດລຸ່ມນີ້)
ຍທຂ ນວ ຊີ້ແຈງ! ສິ່ງທີ່ສັງຄົມສົງໄສ ການກໍ່ສ້າງສະຖານີລົດເມ BRT ມາຕັ້ງໄວ້ກາງທາງ
ທ່ານ ບຸນຍະວັດ ນິລະໄຊຍ໌ ຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ຂຶ້ນລາຍງານ ໃນກອງປະຊຸມສະໄຫມສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນຕອນເຊົ້າຂອງວັນທີ 17 ທັນວາ 2024 ກ່ຽວກັບການຊີ້ແຈງບັນຫາທີ່ສັງຄົມສົນໃຈ ຕໍ່ກັບໂຄງການກໍ່ສ້າງສະຖານີລົດເມ BRT ດັ່ງນີ້: 1.