ກຸ່ມບໍລິສັດ ຕັງຈະເລີນ ຈໍາກັດ ບໍລິສັດຮັບເໝົາປັບປຸງ ແລະ ສ້ອມແປງທາງ 13 ເໜືອ ໄລຍະແຕ່ສີໄຄ-ສີເກີດ ມີຄວາມຍາວ 6 ກິໂລແມັດ ໄດ້ຢືນຢັນວ່າ ໂຄງການດັ່ງກ່າວ, ຈະສໍາເລັດຕາມແຜນການທີ່ວາງໄວ້ຕືໃນເດືອນມີນາ 2025, ພ້ອມທັງຮັບປະກັນຄຸນນະພາບ. ປັດຈຸບັນ, ກໍາລັງສຸ່ມໃສ່ວຽກລະບົບລະບາຍນໍ້າ, ຈາກນັ້ນຈະສືບຕໍ່ຈົກຄອງລະບາຍ ນໍ້າ ເພື່ອບໍ່ໃຫ້ມີນໍ້າອັ່ງອໍໃນລະດູຝົນທີ່ຈະມາເຖິງ, ພ້ອມທັງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ສຸມໃສ່ວຽກ
Author: admin
Vietjet ເລີ່ມເປີດເສັ້ນທາງບິນກົງທຳອິດເຊື່ອມຕໍ່ນະຄອນຫຼວງວຽງຈັນ ແລະ ໂຮ່ຈີມິນ
(ນະຄອນຫຼວງວຽງຈັນ, ວັນທີ 25 ກຸມພາ 2024) – ສາຍການບິນເອກະຊົນໃຫຍ່ທີ່ສຸດຂອງຫວຽດນາມ Vietjet, ໄດ້ເປີດຖ້ຽວບິນທຳອິດທີ່ເຊື່ອມຕໍ່ນະຄອນຫຼວງຂອງ ສປປ ລາວ ກັບ ສູນກາງດ້ານເສດຖະກິດຂອງຫວຽດນາມ ນະຄອນໂຮ່ຈີມິນ. ຄາດວ່າຈະເປັນເສັ້ນທາງທີ່ປະຢັດເວລາ ແລະ ຄ່າໃຊ້ຈ່າຍສໍາລັບການເດີນທາງລະຫວ່າງສອງປະເທດ, ພ້ອມທັງມອບໂອກາດໃນການທ່ອງທ່ຽວ, ການຄ້າຂາຍ ແລະ ການພັດທະນາເສດຖະກິດ. ພິທີສະເຫຼີມສະຫຼອງຈັດຂຶ້ນທີ່ ສະໜາມບິນສາກົນ
Vietjet ໄດ້ເຜີຍຂໍ້ສະເໜີທີ່ສຳຄັນກັບ Airbus, Rolls-Royce, Pratt & Whitney ແລະ Safran ໃນງານ ສິງກະໂປ Airshow 2024
(ນະຄອນຫຼວງວຽງຈັນ, 23 ກຸມພາ 2024) – ສາຍການບິນຍຸກໃໝ່ Vietjet ໄດ້ປະສົບຜົນສໍາເລັດຢ່າງໃຫຍ່ຫຼວງ ໃນງານສິງກະໂປ Airshow 2024. ບໍລິສັດໄດ້ປະກາດຂໍ້ຕົກລົງໃຫຍ່ກັບຜູ້ນໍາອຸດສາຫະກໍາ Airbus, Rolls-Royce, RTX’s Pratt & Whitney ແລະ Safran ອອກແບບເພື່ອເສີມຂະຫຍາຍ, ສ້າງຄວາມເຂັ້ມແຂງ ແລະ ສະໜັບສະໜູນການຂະຫຍາຍຕາໜ່າງການບິນ
ປະທານປະເທດ ຊຸກຍູ້ວຽກງານຮອບດ້ານ ແຂວງອັດຕະປື
ໃນວັນທີ 22 ກຸມພາທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມຄະນະນຳຈາກສູນກາງໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຮອບດ້ານຢູ່ແຂວງອັດຕະປື ໂດຍມີທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື, ມີບັນດາພະນັກງານການນຳ, ອະດີດການນຳຂອງແຂວງ, ເຈົ້າເມືອງ, ຫົວໜ້າ-ຮອງພະແນກການອ້ອມຂ້າງແຂວງໃຫ້ການຕ້ອນຮັບ. ທ່ານ ພົນໂທ ວັນທອງ ກອງມະນີ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການນໍາພາ-ຊີ້ນໍາ
ເລີ່ມ 4 ມີນາ ນີ້ເປັນຕົ້ນໄປ! ປັບຂຶ້ນ ຄ່າທຳນຽມ ແລະ ຄ່າບໍລິການ ອອກໜັງສືຜ່ານແດນທົ່ວໄປ.
+ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນ, ລັດຖະບັນຍັດສະບັບປັບປຸງດັ່ງກ່າວນີ້ ໄດ້ກຳນົດຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນເປັນເງິນໂດລາ ເພື່ອເປັນບ່ອນອີງໃນການຈັດເກັບໃນລາຄາ ດັ່ງນີ້: – ຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນ ເອເລັກໂຕຣນິກ ລາຄາ 60 ໂດລາ; – ຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນ ບໍ່ແມ່ນເອເລັກໂຕຣນິກ ລາຄາ
ສປປ ລາວ ເປັນປະທານອາຊຽນ ປີ 2024
ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດທັງເປັນຮອງປະທານ ຜູ້ປະຈໍາການຄະນະກໍາມະການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ກ່າວໃຫ້ສຳພາດຕໍ່ສື່ມວນຊົນໃນເມື່ອບໍ່ດົນມານີ້ວ່າ:ການເປັນປະທານອາຊຽນແຕ່ລະຄັ້ງ ແມ່ນພວກເຮົາໄດ້ຫຼິ້ນບົດບາດຫຼາຍອັນ ເປັນຕົ້ນບົດບາດໃນການນໍາພາ ບົດບາດໃນການຕາງໜ້າໃຫ້ອາຊຽນ ເພື່ອເຂົ້າຮ່ວມບັນດາກົນໄກໃນເວທີຕ່າງໆຢູ່ໃນພາກພື້ນ ແລະ ສາກົນ ດັ່ງນັ້ນ ເວົ້າໄດ້ວ່າ ລາວ
ສະໜາມກິລາແຂວງສາລະວັນ ຄາດຈະສຳເລັດເດືອນສິງຫານີ້
ຄະນະນຳກະຊວງສຶກສາທິການ ແລະ ກິລາ ແລະ ແຂວງສາລະວັນ ເຈົ້າພາບ ຈັດງານມະຫະກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ລະຫວ່າງວັນທີ 13-22 ທັນວາ 2024 ລົງຕິດຕາມການກໍ່ສ້າງສະໜາມກິລາບານເຕະແຂວງສາລະວັນ ຊຶ່ງຈະນຳໃຊ້ຮອງຮັບພິທີເປີດ-ປິດງານກິລາດັ່ງກ່າວ ຄາດວ່າຈະກໍ່ສ້າງສຳເລັດສົມບູນແລ້ວກ່ອນງານຈະເລີ່ມ ໃນເດືອນສິງຫາ 2024 ນີ້. ພາຍຫຼັງທີ່ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ II ເພື່ອກະກຽມຈັດງານມະຫະກໍາກິລານັກຮຽນມັດທະຍົມສຶກສາ
Vietjet ຍົກສູງປະສິດທິພາບການບິນດ້ວຍເຮືອບິນລຳທີ 105ເສັ້ນທາງບິນກົງວຽງຈັນ-ນະຄອນໂຮ່ຈິມິນ ຈະເປີດໃຫ້ບໍລິການໃນວັນທີ 25 ກຸມພານີ້
(ນະຄອນຫຼວງວຽງຈັນ, ວັນທີ 20 ກຸມພາ 2024) – Vietjet ສືບຕໍ່ຂະຫຍາຍສາຍການບິນທີ່ທັນສະໄໝອັນດັບໜຶ່ງຂອງໂລກດ້ວຍການຈັດສົ່ງເຮືອບິນ Airbus ລຸ້ນໃໝ່ຈາກນະຄອນ Hamburg ໄປນະຄອນໂຮ່ຈີມິນ ເຮືອບິນ A321neo ACF ທີ່ປະຢັດນ້ຳມັນ ເປັນເຮືອບິນລຳທີ 105. ເຮືອບິນລຳໃໝ່ ມາຮອດສະໜາມບິນສາກົນ Tan Son Nhat ໄດ້ຖືວ່າເປັນບາດກ້າວໃໝ່ຂອງສາຍການບິນ
ສາລະວັນ ພ້ອມເປັນເຈົ້າພາບທີ່ດີ ໃນການຈັດງານແຂ່ງຂັນກິລານັກຮຽນທົ່ວປະເທດ ຄັ້ງທີ VII ທ້າຍປີ 2024 ນີ້.
ແຂວງສາລະວັນ ພ້ອມແລ້ວທີ່ຈະເປັນເຈົ້າພາບທີ່ດີ ໃນການຈັດງານມະຫາກໍາແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ລະຫວ່າງວັນທີ 13-22 ທັນວາ 2024 ແລະ ໄດ້ກໍານົດໃຫ້ມີການຊີງໄຊທັງໝົດ 134 ລາຍການ, ໃນນັ້ນ ມີ 396 ຫຼຽນຄຳ, 396 ຫຼຽນເງິນ ແລະ 526 ຫຼຽນທອງ, ລວມທັງໝົດ 1.318
Vietjet ຂະຫຍາຍຕາໜ່າງການບິນ ຫວຽດນາມ-ຈີນ ດ້ວຍການເປີດຕົວຖ້ຽວບິນ ນະຄອນໂຮ່ຈີມິນ – ເສີງຕູ່
*ຄ່າໂດຍສານເລີ່ມຕົ້ນພຽງແຕ່ 0 ໂດລາ ສໍາລັບເສັ້ນທາງລະຫວ່າງປະເທດທຸກເສັ້ນທາງ ສາມາດຈັບຈອງໄດ້ທຸກອາທິດ (ນະຄອນຫຼວງວຽງຈັນ, ວັນທີ 12 ກຸມພາ 2024) – Vietjet ໄດ້ສະເຫຼີມສະຫຼອງປີໃໝ່ ດ້ວຍການເລີ່ມເປີດເສັ້ນທາງບິນກົງທີ່ເຊື່ອມຕໍ່ ນະຄອນ ໂຮ່ຈີມິນ ຫາ ເສີງຕູ່. ຖ້ຽວບິນໃໝ່ນີ້ ຈະເຮັດໃຫ້ນັກທ່ອງທ່ຽວໃນທະວີບມີທາງເລືອກໃນການເດີນທາງໃນຊ່ວງເດືອນມີນາ – ເມສານີ້. ພ້ອມທັງເພີ່ມທະວີການເຊື່ອມຕໍ່ທາງດ້ານການບິນຂອງຫວຽດນາມ ແລະ