ອັບເດດຄວາມຄືບໜ້າການກໍ່ສ້າງສະພານມິດຕະພາບລາວ-ໄທແຫ່ງທີ 5ເຊື່ອມຕໍ່ລະຫວ່າງແຂວງບຶງການ (ໄທ)-ແຂວງບໍລິຄຳໄຊ

ອັບເດດຄວາມຄືບໜ້າການກໍ່ສ້າງສະພານມິດຕະພາບລາວ-ໄທແຫ່ງທີ 5 ເຊື່ອມຕໍ່ລະຫວ່າງແຂວງບຶງການ (ໄທ)-ແຂວງບໍລິຄຳໄຊ ເຊິ່ງໂຄງການດັ່ງກ່າວມີໄລຍະທາງລວມປະມານ 16 ກິໂລແມັດ ແລະ ຄາດວ່າຈະເປີດໃຊ້ງານໃນ ເດືອນມັງກອນ ປີ 2025. ຮູບພາບຈາກ: ລາວ-ไทย

ອ່ານເພີ່ມ...

ເລີ່ມກໍ່ສ້າງເສັ້ນທາງລົດເມດ່ວນໃນນະຄອນຫຼວງວຽງຈັນ​

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງ​ ໄດ້ກໍ່ສ້າງເສັ້ນທາງລົດເມດ່ວນ ແລະ ສະຖານີ (Bus Rapid Transit/BRTເລີ່ມແຕ່ສວນເຈົ້າຟ້າງຸ່ມ​ ຫາ​ ຖະໜົນ ສຸພານຸວົງ,ຖະໜົນເສດຖາທິຣາດ ຖະໜົນໜອງບອນ(ປະຕູໄຊ) ແລະ​ ແຕ່ປະຕູໄຊ ຫາ​ ມະຫາວິທະຍາໄລແຫ່ງຊາດ​ ລວມໄລຍະທາງ 9,3​ ກິໂລແມັດ​ ໃນມູນຄ່າ 9,8 ລ້ານໂດຣາ​

ອ່ານເພີ່ມ...

ກັກໂຕຄົນລາວ 5 ຄົນ ລັກລອບຂົນສົ່ງເຮໂລອິນ 100 ກ້ອນ ໄປຫວຽດນາມ!

ໃນວັນທີ 23 ພຶດສະພາ ທີ່ຜ່ານມາ, ທີ່ເມືອງດາກົງ (Đakrông), ແຂວງກວາງຈິ (Quảng Trị), ຫວຽດນາມ, ເຈົ້າໜ້າທີ່ໄດ້ກັກໂຕຄົນລາວ ຈຳນວນ 5 ຄົນ (ຍິງ 3, ຊາຍ 2) ແລະ ລົດຈິບ 1 ຄັນ ໃນຂໍ້ຫາ ຂົນສົ່ງຢາເສບຕິດ

ອ່ານເພີ່ມ...

ຊີ້ແຈງ ນ້ຳຂອງ ຖ້ວມບ້ານໂສດ ແມ່ນບໍ່ມີມູນຄວາມຈິງແຕ່ຢ່າງໃດ

ແຫລ່ງຂ່າວຈາກ ເມືອງໂຂງ ແຂວງຈຳປາສັກ ໃຫ້ຮູ້ວ່າ: ຈາກກໍລະນີ ສື່ສັງຄົມອອນລາຍ ໄດ້ແຊວີດີໂອຈາກເຟສບຸກ ຊື່ນາງ ເກດ ວົງຄຳຊາວ ບ້ານໂສດ ເມືອງໂຂງ ແຂວງຈຳປາສັກ ໂດຍໃສ່ຫົວຂໍ້ວ່າ: ນ້ຳຂອງຖ້ວມບ້ານໂສດ ເມືອງໂຂງ ແຂວງຈຳປາສັກ ລົງໃນເພຈຂອງຕົນ ໃນວັນທີ 27 ພຶດສະພາ 2024 ເວລາ 18

ອ່ານເພີ່ມ...

ນໍ້າຖ້ວມຊຸ ທີ່ເມືອງຫຼາ ແຂວງອຸດົມໄຊ ເສຍຫາຍ 70 ກວ່າລ້ານກີບ

ຖວທ ເມືອງຫຼາ ແຂວງອຸດົມໄຊ ລາຍງານໃຫ້ຮູ້ວ່າ: ໃນວັນທີ 17 ພຶດສະພາ 2024 ທີ່ຜ່ານມາ, ໄດ້ມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ນໍ້າຫ້ວຍແຫຼ ແລະ ນໍ້າຫຼາ ໄຫຼຊຸເຂົ້າຖ້ວມ ຈຸດບໍລິການກວດກາເອກະສານຊົ່ວຄາວ (ຫຼັກ 24) ເຮັດໃຫ້ເຮືອນປ້ອມຍາມ 1 ຫຼັງ, ຫ້ອງນໍ້າ 1 ຫ້ອງ, ເນື້ອທີ່ດິນຖືກຖົມຈຳນວນໜຶ່ງ

ອ່ານເພີ່ມ...

ໂຄງການປັບປຸງ ແລະ ສ້ອມແປງ ທາງເລກ 13 ເໜືອ ໄລຍະທາງແຕ່ ສີໄຄ-ສີເກີດ ສໍາເລັດແລ້ວ 42%

ອີງຕາມຂໍ້ມູນຈາກຄະນະຮັບຜິດຊອບໂຄງການປັບປຸງ ແລະ ສ້ອມແປງ ທາງເລກ 13 ເໜືອ ໄລຍະທາງແຕ່ ສີໄຄ-ສີເກີດ, ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ໂຄງການດັ່ງກ່າວ ເຊິ່ງມີໄລຍະທາງທັງໝົດ 6,32 ກິໂລແມັດ ແມ່ນສໍາເລັດແລ້ວ 42% ໂດຍຈະໃຫ້ສໍາເລັດ 100% ໃນຕົ້ນປີ 2025.

ອ່ານເພີ່ມ...

ກໍາລັງປັບປຸງພື້ນທີ່ກະຊວງຍຸຕິທໍາ (ຫຼັງເກົ່າ) ໃຫ້ເປັນສວນສາທາ ລະນະ, ກໍາໜົດໃຫ້ແລ້ວ ພາຍໃນເດືອນກັນຍາ 2024 ນີ້.

ການປັບປຸງພື້ນທີ່ກະຊວງຍຸຕິທໍາ (ຫລັງເກົ່າ) ເພື່ອແນໃສ່ເຮັດໃຫ້ໃຈກາງນະຄອນຫຼວງວຽງຈັນ ມີພື້ນທີ່ສາທາລະນະສີ ຂຽວ ໃຫ້ຄວາມຮົ່ມເຢັນ, ເປັນບ່ອນພັກຜ່ອນ ຢ່ອນອາລົມ, ມີສວນຮົ່ມໄມ້, ຮ້ານຂາຍອາຫານເບົາ ແລະ ເຄື່ອງທີ່ລະນຶກ, ມີຫ້ອງນໍ້າສາທາ ລະນະ, ມີບ່ອນຈອດລົດ, ມີລະບົບໄຟຟ້າ, ນໍ້າປະປາ ແລະ ອື່ນໆ. ພາຍຫຼັງສ້າງສໍາເລັດແລ້ວ, ສວນສາທາລະນະແຫ່ງນີ້ ຈະເພີ່ມສີ ສັນ ແລະ

ອ່ານເພີ່ມ...

ເດືອນເມສາ 2024, ທົ່ວປະເທດ ມີອຸບັດຕິເຫດທາງລົດ 710 ຄັ້ງ, ມີຜູ້ເສຍຊີວິດ 96 ຄົນ

ສະຖິຕິອຸບັດຕິເຫດ ທົ່ວປະເທດ ປະຈໍາເດືອນ ເມສາ 2024 ຂອງກົມໃຫຍ່ຕໍາຫຼວດ ກົມຕໍາຫຼວດຈາລະຈອນ ຊີ້ໃຫ້ຮູ້ວ່າ ໃນເດືອນດຽວ ມີອຸບັດຕິເຫດທາງລົດ ເກີດຂຶ້ນ ໃນທົ່ວປະເທດ ທັງໝົດ 710 ຄັ້ງ, ມີຜູ້ເສຍຊີວິດ ທົ່ວປະເທດ 96 ຄົນ ເພີ່ມຂຶ້ນ 11 ຄົນ ທຽບໃສ່ເດືອນມີນາ 2024

ອ່ານເພີ່ມ...

ການບິນລາວຈະເລີ່ມຖ້ຽວບິນໂດຍກົງ ລະຫວ່າງ ເມືອງປາກເຊ ຫາ ເມືອງກວາງໂຈ, ສປ ຈີນ

ລັດວິສາຫະກິດ ການບິນລາວຈະເລີ່ມຖ້ຽວບິນໂດຍກົງ ລະຫວ່າງ ເມືອງປາກເຊ ຫາ ເມືອງກວາງໂຈ ແຂວງກວາງຕົງ ທາງໃຕ້ຂອງ ສປ ຈີນ ໃນວັນອາທິດທີ່ຈະມາເຖີງນີ້ ເພື່ອຕອບສະໜອງການເດີນທາງ ໃນໂອກາດປີທ່ອງທ່ຽວລາວ 2024. ເສັ້ນທາງດັ່ງກ່າວ ຈະໃຫ້ບໍລິການໂດຍ Airbus A320, ມີ 1 ຖ້ຽວບິນຕໍ່ອາທິດ ອອກເດີນທາງຈາກປາກເຊໃນວັນອາທິດ ເວລາ 23:15

ອ່ານເພີ່ມ...

ເລີ່ມທົດລອງແລ່ນລົດໄຟລາວ-ໄທຈາກສະຖານີທ່ານາແລ້ງຫາສະຖານີວຽງຈັນຄຳສະຫວາດ.

ລັດວິສາຫະກິດລົດໄຟແຫ່ງຊາດລາວ, ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ການລົດໄຟແຫ່ງ ປະເທດໄທ ໄດ້ເລີ່ມທົດລອງແລ່ນລົດໄຟຈາກ ສະຖານີທ່ານາແລ້ງ ຫາ ສະຖານີວຽງຈັນຄຳສະຫວາດໃນວັນທີ 14ພຶດສະພາ 2024 ເພື່ອເປັນການກະກຽມຄວາມພ້ອມໃຫ້ແກ່ການເປີດໃຫ້ບໍລິການ ແຕ່ສະຖານີໜອງຄາຍ ຣາຊະອາຈັກໄທ ຫາ ສະຖານີວຽງຈັນຄໍາສະຫວາດ ສປປ ລາວ ຢ່າງເປັນທາງການ ໂດຍຈະແລ່ນທົດລອງ 9 ຖ້ຽວຕໍ່ວັນ

ອ່ານເພີ່ມ...
error: Content is protected !!