ເດືອນສິງຫາ ຜ່ານມາ ທົ່ວປະເທດ ມີຜູ້ເສຍຊິວິດຈາກອຸບັດຕິເຫດ 51 ຄົນ

ເດືອນ ສິງຫາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 51 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະ ເປ່ເພ 883 ຄັນ ຈາກອຸບັດເຫດເກີດຂຶ້ນທັງໝົດ 457 ຄັ້ງ ແຕ່ ເມື່ອທຽບໃສ່ກັບຜູ້ເສຍຊີວິດໃນເດືອນກໍລະກົດ ຫຼຸດລົງ 13 ຄົນ.

ອ່ານເພີ່ມ...

ເຂື່ອນໄຟຟ້າເຊລະນອງ1 ແຈ້ງປ່ອຍນ້ຳເນື່ອງຈາກພາຍຸຢາກິຈະພັດເຂົ້າລາວໃນລະຫວ່າງວັນທີ 6-9 ກັນຍາ 2024 ນີ້.

ເຂື່ອນໄຟຟ້າເຊລະນອງ1 ແຈ້ງປ່ອຍນ້ຳຜ່ານປະຕູລະບາຍນ້ຳເພື່ອບໍລິຫານຈັດການນ້ຳຂອງເຂື່ອນໄຟຟ້າເຊລະນອງ1 ເນື່ອງຈາກພາຍຸຢາກິຈະພັດເຂົ້າລາວໃນລະຫວ່າງວັນທີ 6-9 ກັນຍາ 2024 ນີ້. ບັນດາເມືອງທີ່ຢູ່ໃຕ້ເຂື່ອນເຊັ່ນວ່າ ເມືອງເຊໂປນ, ພີນ, ພະລານໄຊ, ອາດສະພັງທອງ, ຊົນນະບູລີ, ຈຳພອນ, ສອງຄອນ ແລະ ທ່າປາງທອງ ອາດຈະໄດ້ຮັບຜົນກະທົບ.

ອ່ານເພີ່ມ...

ຖືເອົາການປູກເຂົ້າເປັນອາຊີບຕົ້ນຕໍ ສ້າງລາຍຮັບ 100 ກວ່າລ້ານກີບຕໍ່ປີ

ຄອບຄົວຂອງ ທ່ານ ທອງຊ່ຽນ ວິໄລສິດ ອາຊີບປະຊາຊົນຢູ່ບ້ານດອນຕູມ ເມືອງນານ ແຂວງຫຼວງພະບາງ ແມ່ນໜຶ່ງໃນຄອບຄົວຕົວແບບໃນການຜະລິດເຂົ້າ ຕາມທ່າແຮງທີ່ມີຢູ່ເພື່ອຂາຍເປັນສິນຄ້າ, ພາຍໃນຄອບຄົວມີສະມາຊິກທັງໝົດ 6 ຄົນ ໃນນີ້ ແຮງງານຕົວຈິງມີ 2 ຄົນ ເຊິ່ງເປັນອີກໜຶ່ງຄອບຄົວທີ່ມີຄວາມດຸໝັ່ນຂະຫຍັນພຽນ ໂດຍໄດ້ຫັນເອົາການປູກເຂົ້າເປັນອາຊີບຕົ້ນຕໍ ເພື່ອຕອບສະໜອງການບໍລິ ໂພກຕາມທ້ອງຕະຫຼາດ. ທ່ານ ທອງຊ່ຽນ ວິໄລສິດ ໃຫ້ຮູ້ວ່າ:

ອ່ານເພີ່ມ...

ທັນຢາ ນັກຮ້ອງໄທ ພ້ອມກັບ ແຟນໜຸ່ມລາວ ປະກາດຂ່າວດີເກີດລູກຊາຍແລ້ວ

ດີໃຈນໍາພໍ່ແມ່ປ້າຍແດງ ທັນຢາ ນັກຮ້ອງໄທ ພ້ອມ ໜຸ່ມອາໂລ ແຟນໜຸ່ມຄົນລາວ ປະກາດຂ່າວດີວ່າໄດ້ໃຫ້ກຳເນີດລູກຊາຍແລ້ວ ໃນວັນທີ 27 ສິງຫາທີ່ຜ່ານມາ. ສາວ ທັນຢາ ອາສະຢາມ ໄດ້ປະກາດຂ່າວດີລົງຜ່ານເຟດບຸກສ່ວນຕົວວ່າ: ”ວັນທີ 27 ສິງຫາ 2024 ແມ່ຂໍໃຫ້ລູກເກີດມາໃຊ້ຊີວິດໃຫ້ມີຄວາມສຸກໃນໂລກນີ້, ແມ່ອະທິບາຍຄວາມຮູ້ສຶກບໍ່ຖືກເລີຍ ຮູ້ແຕ່ວ່າ: ຈະເບິ່ງແຍງດູແລລູກໃຫ້ດີທີ່ສຸດ, ຝາກເອື້ອຍໆອ້າຍໆເອັນດູຮັກເເພງເອົານ້ອງແນ່ເດີ້” ເຊິ່ງແຟນໆທີ່ຮູ້ຂ່າວຕ່າງກໍຮ່ວມສະແດງຄວາມຍິນດີກັບທັງສອງ

ອ່ານເພີ່ມ...

ແຈ້ງເຕືອນເຝົ້າລະວັງລະດັບນໍ້າຂອງ ປະຈໍາວັນທີ 28 ສິງຫາ 2024, ເວລາ 12 ໂມງ 00

ຮ່ອງຄວາມກົດດັນອາກາດຕໍ່າ ໄດ້ພາດຜ່ານຢູ່ເຂດພາກເຫນືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະ ສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ເຊິ່ງຈະເຮັດໃຫ້ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຈະຕົກຫນັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ. ເນື່ອງຈາກໄດ້ມີຝົນຕົກໃນລະດັບປານກາງ ຫາ ຫນັກຕິດຕໍ່ກັນຫຼາຍມື້ຜ່ານມາ ໄດ້ເຮັດໃຫ້ລະດັບນໍ້າຢູ່ບັນດາສະຖານີຕາມລໍານໍ້າຂອງໃນຂອບເຂດນະຄອນຫຼວງວຽງຈັນເພີ່ມຂຶ້ນສູງ, ໂດຍສະເພາະສະຖານີວຽງຈັນກິໂລແມັດ 4, ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຮອດລະດັບ ເຕືອນໄພ,

ອ່ານເພີ່ມ...

ຈັບອີກແລ້ວ! ເຈົ້າໜ້າທີ່ມ້າງແກ້ງຄໍເຊັນເຕີ ທີ່ສາມຫຼ່ຽມຄຳ

ໃນວັນທີ 26 ສິງຫາທີ່ຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ ເຂດເສດຖະກິດພິເສດສາມຫລ່ຽມຄໍາ ໄດ້ນໍາໃຊ້ກໍາລັງເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບເຂດ, ສະພາບໍລິຫານເຂດ, ຄະນະປະສານງານທະຫານເຂດ, ຄະນະຄຸ້ມຄອງເຂດ ແລະ ບໍລິສັດຈັດການໄຊເບີລາວ ຈໍາກັດ ລວມທັງໝົດ 250 ຄົນ ລົງເຄື່ອນໄຫວ ດໍາເນີນການກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງທາງໂທລະຄົມ (Call Center) ເພື່ອລົບລ້າງ ກຸ່ມເປົ້າໝາຍ

ອ່ານເພີ່ມ...

10 ບ້ານ 1.331 ຄອບຄົວ ຂອງເມືອງຄອບແຂວງໄຊຍະບູລີ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ.

ໃນລະຫວ່າງວັນທີ 20-21 ສິງຫາ 2024 ທີ່ຜ່ານມານີ້, ຢູ່ເມືອງຄອບ ແຂວງໄຊຍະບູລີ ໄດ້ເກີດມີຝົນຕົກຫຼາຍມື້ຕິດຕໍ່ກັນເປັນເວລາຫລາຍຊົ່ວໂມງ ເຮັດໃຫ້ແມ່ນໍ້າຄອບ, ນ້ຳພ້າວ, ນ້ຳໂປດ, ນ້ຳປາຍ, ນ້ຳຖານ ແລະ ແມ່ນໍ້າສາຍຕ່າງໆອີກຈຳນວນໜຶ່ງມີລະດັບນໍ້າເພີ່ມຂື້ນ ສູງເຮັດໃຫ້ເກີດນໍ້າຖ້ວມໄຫລຊຸເນື້ອທີ່ການຜະລິດ, ສຳນັກງານອົງການ, ໂຮງຮຽນ, ໂຮງໝໍ ແລະ ເຮືອນຊານບ້ານຊ່ອງຂອງພໍ່ແມ່ປະຊາຊົນໄດ້ຮັບຄວາມເສຍຫາຍເປັນຈຳນວນຫຼາຍ ໃນນັ້ນມີຈຳນວນທັງໝົດ 10 ບ້ານ,

ອ່ານເພີ່ມ...

ສານຕັດສິນ ຊາຍທຳຮ້າຍຜູ້ຍິງ ກາງງານບຸນກິນຈຽງທີ່ຊຽງຂວາງ

ໃນວັນທີ 22 ສິງຫາທີ່ຜ່ານມາ, ຄະນະສານອາຍາຂັ້ນຕົ້ນແຂວງຊຽງຂວາງ ໄດ້ນຳຈຳເລີຍ 1 ຄົນ ຊື່ທ້າວ ກົວຫາ, ອາຍຸ 20 ປີ ຢູ່ບ້ານໂງຍ, ເມືອງແປກ, ແຂວງຊຽງຂວາງ ຖືກກັກຕົວໃນວັນທີ 14 ມັງກອນ 2024 ໃນສະຖານທຳຮ້າຍຮ່າງກາຍ ທາລຸນແມ່ຍິງ ແລະ ເດັກ ມາຕັດສິນໂທດຕາມລະບຽບກົດໝາຍ.ຕາມການລາຍງານຂອງສານໃຫ້ຮູ້ວ່າ:

ອ່ານເພີ່ມ...

ເມືອງແບງ ອຸດົມໄຊ ແກ້ໄຂປ້າຍໂຄສະນາບໍ່ຖືກຕ້ອງ 200 ກວ່າປ້າຍ

ການຄວບຄຸມ ແລະ ອະນຸຍາດອອກປ້າຍໂຄສະນາຢູ່ພາຍໃນເມືອງແບງ, ແຂວງອຸດົມໄຊ ຍັງພົບຫຼາຍບັນຫາເນື່ອງຈາກມີຜູ້ປະກອບການທຸລະກິດຈຳນວນຫຼາຍຍັງບໍ່ເອົາໃຈໃສ່ ແລະ ໃຫ້ຄວາມຮ່ວມມືໃນການແຈ້ງດຳເນີນການຂໍຂຶ້ນປ້າຍໂຄສະນານຳ ພາກສ່ວນຮັບຜິດຊອບວຽກງານຄຸ້ມຄອງປ້າຍ ຂອງຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ເມືອງ, ເຮັດໃຫ້ມີປ້າຍໂຄສະນາຕິດຕັ້ງບໍ່ເປັນລະບຽບ, ຕິດຕັ້ງຊະຊາຍ, ປ້າຍບໍ່ມີເຈົ້າຂອງ, ມີການລັກຕິດຕັ້ງປ້າຍໂຄສະນາ, ປ້າຍບໍ່ໄດ້ມາດຕະຖານຕາມກຳນົດ ແລະ ບໍ່ຖືກຕ້ອງຕາມຫລັກການໃຊ້ພາສາລາວ, ເຊິ່ງສ່ວນຫຼາຍຈະພົບເຫັນຕາມເສັ້ນທາງຫຼວງ. ຕໍ່ກັບບັນຫາດັ່ງກ່າວ, ຫ້ອງການຖະແຫຼງຂ່າວ,

ອ່ານເພີ່ມ...

ນໍ້າຖ້ວມ​ກະທັນຫັນ​ຫລາຍຈຸດ ຢູ່ເຂດ​ເສດຖະກິດ​ພິເສດ​ສາມຫລ່ຽມຄຳ​

ວັນທີ​ 22 ສິງຫາ​ 2024 ນີ້​ ຜູ້ອາໄສຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ ລາຍງານສະພາບນໍ້າຖ້ວມກະທັນຫັນ ຢູ່ບໍລິເວນຕຶກລາວມຽນ ແລະ​ ເຂດອື່ນໆພາຍໃນເສດຖະກິດພິເສດສາມຫລ່ຽມຄຳ​ ເນື່ອງຈາກຝົນຕົກຕໍ່ເນື່ອງກັນຫລາຍວັນເຮັດໃຫ້ເຂດພື້ນທີ່ຕໍ່າລະບາຍນໍ້າບໍ່ທັນຍື່ງຂຶ້ນສູງກວ່າ 1 ແມັດ​ ບາງບ່ອນພຽງເອິກ ບາງບ່ອນພຽງແອວ​ ຫລື​ ເກືອບຫວິດຫລັງຄາລົດໃຫຍ່. ສ່ວນລາຍລະອຽດຄວາມເສຍຫາຍຍັງບໍ່ສາມາດປະເມີນໄດ້. ຂໍໃຫ້ທຸກຄົນປອດໄພ

ອ່ານເພີ່ມ...
error: Content is protected !!