ສ.ອາເມຣິກາ ຈະຊ່ວຍພັດທະນາ ອາຊຽນ 150 ລ້ານໂດລາສະຫະລັດ

ອີງຕາມ​ຂ່າວ​ຈາກ ນະຄອນຫລວງ ວໍ​ຊີງ​ຕັນ, ວັນ​ທີ13 ​ພຶດສະພາ​ນີ້ວ່າ, ທ່ານ ​ໂຈ​ໄບ ​ເດັນ,ປະທານາ ທິບໍດີ ສ.ອາ​ເມ​ຣິ​ກາ ​​ໄດ້​ໃຫ້ການ​ຕ້ອນຮັບ ​ແລະ​ ພົບ​ປະປຶກສາ​ຫາລືກັບ​ຜູ້ນຳ 8 ປະ​ເທດ ສະມາຊິກສະມາຄົມປະຊາ​ຊາດ ​ແຫ່ງ​ ເອເຊຍ ​ຕາ​ເວັນ​ອອກສ່ຽງ​ໃຕ້ (ອາ​ຊຽນ) ທີ່​ທຳນຽບຂາວ ຂອງ ສ.ອາ​ເມ​ຣິ​ກາ ​ແລະ ​ໄດ້​ໃຫ້​ຄຳ​ໝັ້ນສັນ​ຍາ​ຈະ​ສະໜອງ​ ງົບປະມານສະໜັບສະໜູນ ອາຊຽນ 150 ລ້ານໂດລາສະຫະລັດ ເພື່ອການພັດທະນາພື້ນຖານໂຄງລ່າງ, ຄວາມ​ໝັ້ນຄົງ ​ແລະ ການ​ກຽມ​ຄວາມ​ພ້ອມຮັບ​ມື ວິ​ກິດ​ກັບ​ໂຣກລະບາດ ​ໂຄ​ວິດ-19.

ຂະນະ​ທີ່ ທ່ານ ​ໂຈ​ໄບ​ເດັນ ແລະ​ ພາກສ່ວນ​ ທີ່​ກ່ຽວຂ້ອງ ​ພວມ​ເຮັດ​ວຽກ​ກ່ຽວ​ກັບ​ຂອບການ​ຮ່ວມ​ມື ​ເສດ​ຖະ​ກິດ ​ອິນ​ໂດ-​ປາ​ຊີ​ຟິກ (IPEF) ​ແຕ່​ຍັງ​ບໍ່​ທັນ​ລົງ​ເລິກ ດ້ານ​ລາຍ​ລະອຽດແຕ່​ຫລາຍ​ຝ່າຍເຊື້ອ​ໝັ້ນວ່າ ຜູ້ນຳ ສ.ອາ​ເມ​ຣິ​ກາ ຈະ​ເປີດ​ຕົວຂອບ​ການ​ຮ່ວມ​ມື​ນີ້ລະຫວ່າງ ການ​ເດີນທາງ​ຢ້ຽມຢາມ ຍີ່ປຸ່ນ ​ແລະ ສ.​ເກົາຫລີ ​ໃນ​ໄລຍະ ​ທ້າຍ​ເດືອນ​ນີ້.

ແຫຼ່ງຂໍ້ມູນ: https://www.thansettakij.com/world/524726

error: Content is protected !!