ດ່ານພາສີ ຂົວມິດຕະພາບ 3 ເກັບລາຍຮັບໄດ້ 114.2 ຕື້ກີບ

ຕາມການໃຫ້ຂໍ້ມູນຂອງ ທ່ານ ນາງ ກິນນະລີ ທຳມະວົງ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ຄຳມ່ວນ-ນະຄອນ ພະນົມ ໃນວັນທີ 11 ພຶດສະພາ ຜ່ານມາໃຫ້ຮູ້ວ່າ: ປີ 2022 ດ່ານພາສີສາກົນຂົວມິດຕະພາບ 3 ໄດ້ຮັບໂຕເລກສູ້ຊົນເກັບລາຍຮັບຈຳນວນທັງໝົດ 412.7 ຕື້ກີບ.

ຜ່ານການຈັດຕັ້ງປະຕິບັດ ມາຮອດວັນທີ 10 ພຶດສະພາ ສາມາດຈັດເກັບລາຍຮັບໄດ້ທັງໝົດ 114.2 ຕື້ກີບ ເທົ່າກັບ 27.67% ຂອງແຜນການປີ. ໃນນີ້, ລາຍຮັບສ່ວນຫຼາຍແມ່ນໄດ້ຈາກໝວດສິນຄ້າປະເພດນໍ້າມັນເຊື້ອໄຟ, ການນຳເຂົ້າພາຫະ ນະ, ເຄື່ອງອຸປະໂພກ-ບໍລິໂພກ, ສິນຄ້າຂາອອກ ແລະ ຄ່າທຳນຽມຕ່າງໆ ຊຶ່ງຄາດຄະເນວ່າໃນ 6 ເດືອນຕົ້ນປີ ການເກັບລາຍຮັບຈະສາມາດບັນລຸໄດ້ 185 ຕື້ກີບ ຫຼື ເທົ່າກັບ 45% ຂອງແຜນການປີ. ເຖິງຢ່າງໃດກໍຕາມ ເພື່ອເຮັດໃຫ້ລາຍຮັບໄດ້ບັນລຸຕາມໂຕເລກຄາດຄະເນໄວ້ ແລະ ລື່ນຄາດໝາຍ, ດ່ານພາສີຂົວມິດຕະພາບ 3 ໄດ້ກຳນົດມາດຕະການຈຳນວນໜຶ່ງ ເປັນວຽກງານຈຸດສຸມຄື: ສືບຕໍ່ເອົາໃຈໃສ່ທາງດ້ານການເມືອງ-ແນວຄິດ ໃຫ້ແກ່ພະນັກງານຢ່າງເປັນປົກກະຕິ ຖືເອົາວຽກງານການເກັບລາຍຮັບ ເປັນໜ້າທີ່ການເມືອງຕົ້ນຕໍ ຕິດພັນກັບການເຄື່ອນໄຫວວຽກງານອື່ນໆ. ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ໃຫ້ເຂັ້ມງວດ, ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງ ການນຳເຂົ້າ-ສົ່ງອອກສິນຄ້າໃນແຕ່ລະວັນຢ່າງເຂັ້ມງວດ, ເກັບພັນທະໃຫ້ຖືກຕ້ອງ ແລະ ຄົບຖ້ວນ, ປັບປຸງແບບແຜນວິທີເຮັດວຽກໃຫ້ກະທັດຮັດ, ສອດຄ່ອງຕາມລະບຽບກົດໝາຍ, ຫຼຸດຜ່ອນຂັ້ນຕອນຕ່າງໆທີ່ບໍ່ຈຳເປັນ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການນຳເຂົ້າ-ສົ່ງອອກສິນຄ້າ, ສຸມໃສ່ການຄຸ້ມຄອງຈັດເກັບລາຍຮັບ, ຂຸດຄົ້ນທຸກທ່າແຮງບົ່ມຊ້ອນ, ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼໃນການເກັບລາຍຮັບ, ເພີ່ມທະວີການປະສານສົມທົບ ກັບຂະແໜງການທີ່ກ່ຽວຂ້ອງພາຍໃນດ່ານ ແລະ ນອກດ່ານ ເພື່ອສ້າງສິ່ງອຳນວຍຄວາມສະດວກໃນການຈັດຕັ້ງວຽກງານ ວິຊາສະເພາະໃຫ້ເຂັ້ມແຂງ.

(ຂໍ້ມູນຂ່າວ-ພາບ: ກອງຄຳ)

error: Content is protected !!