ຈະບໍ່ມີການຖະແຫຼງຂ່າວຖ່າຍທອດສົດ ຖະແຫຼງຂ່າວ ການແຜ່ລະບາດຂອງເຊື້ອ ໂຄວິດ ຢູ່ ລາວ ເລີ່ມ ວັນທີ 14 ພຶດສະພາ ເປັນຕົ້ນໄປ

ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂຄວິດ-19 ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານ ໃຫ້ຮູ້ວ່າ ມື້ນີ້ 13  ພຶດສະພາ 2022 ຈະເປັນມື້ສຸດທ້າຍ ຂອງການຖ່າຍທອດສົດ ການຖະແຫຼງຂ່າວກ່ຽວກັບການແຜ່ລະບາດຂອງເຊື້ອໂຄວິດ ຢູ່ ລາວ.

ຂອບໃຈນຳບັນດາທ່ານ ທີ່ໄດ້ຕິດຕາມຮັບຟັງ ແລະ ຮັບຊົມ ການຖ່າຍທອດສົດຕະຫຼອດ 2 ປີກວ່າທີ່ຜ່ານມານີ້, ເລີ່ມວັນທີ 14 ພຶດສະພາ ເປັນຕົ້ນໄປ ຈະບໍ່ມີການຖະແຫຼງຂ່າວຖ່າຍທອດສົດກໍຕາມ, ແຕ່ບັນດາທ່ານ ກໍສາມາດຕິດຕາມຂໍ້ມູນຂ່າວສານໄດ້ຕາມປົກກະຕິ ຈາກຫຼາຍຊ່ອງທາງທີ່ເປັນທາງການ.

error: Content is protected !!