ພາບປະຫວັດສາດ! ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢືນຮ່ວມກັບຜູ້ນຳ ອາຊຽນ ແລະ ປະທານາທິບໍດີສະຫະລັດ ອາເມຣິກາ ຢູ່ຕໍ່ໜ້າທຳນຽບຂາວ

ພາບປະຫວັດສາດ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຢືນຮ່ວມກັບຜູ້ນຳ ອາຊຽນ ແລະ ທ່ານ ໂຈ ໄບເດນ ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ, ຢູ່ຕໍ່ໜ້າທຳນຽບຂາວ ເນື່ອງໃນໂອກາດກອງປະຊຸມສຸດຍອດພິເສດ ອາຊຽນ-ສະຫະລັດ ອາເມຣິກາ.

ທ່ານ ໂຈ ໄບເດນ ໄດ້ໂພສຮູບດັ່ງກ່າວນີ້ ຜ່ານເຟສບຸກ ທາງການຂອງຕົນເອງ ພ້ອມລະບຸຂໍ້ຄວາມວ່າ “ໃນແລງມື້ນີ້, ຂ້າພະເຈົ້າໄດ້ຕ້ອນຮັບຜູ້ນຳອາຊຽນສູ່ທຳນຽບຂາວເປັນຄັ້ງທຳອິດໃນປະຫວັດສາດ ແລະ ເປັນການເນັ້ນຢໍ້າເຖິງຄວາມມຸ່ງໝັ້ນຂອງ ສະຫະລັດ ໃນ ເອເຊຍ ຕາເວັນອອກສ່ຽງໃຕ້, ພວກເຮົາໄດ້ຫາລືກ່ຽວກັບຄວາມສຳຄັນໃນການເຮັດວຽກຮ່ວມກັນ ເພື່ອຮັບປະກັນຄວາມປອດໄພ ຄວາມຮຸ່ງເຮືອງ ແລະ ຄວາມເຄົາລົບຕໍ່ສິດທິມະນຸດຂອງປະຊາຊົນ 1 ຕື້ຄົນຂອງພວກເຮົາ”.

ພາບ ແລະ ຂໍ້ມູນ: President Joe Biden

error: Content is protected !!