ດ່ານສາກົນ ພູດູ່ ເມືອງ ປາກລາຍ ແຂວງ ໄຊຍະບູລີ ພ້ອມໃຫ້ບໍລິການຄົນເຂົ້າ-ອອກເມືອງ

ເຈົ້າໜ້າທີ່ ປະຈໍາດ່ານສາກົນ ພູດູ່ ເມືອງ ປາກລາຍ ແຂວງ ໄຊຍະບູລີ ກຽມພ້ອມບໍລິການ ຄົນເຂົ້າ-ອອກເມືອງ ພາຍຫລັງລັດຖະບານ ໄດ້ມິນະໂຍບາຍເປີດດ່ານສາກົນທົ່ວປະເທດ

ທ່ານ ພັນໂທ ຊ້າງ ສຸລິກັນ ຫົວໜ້າ ຕມ ດ່ານສາກົນ – ພູດູ່ ມີຄໍາເຫັນຕໍ່ກອງປະຊຸມ ປະຈໍາເດືອນ ເມສາ 2022 ແລະ ແຜນການເດືອນ ພຶດສະພາ 2022 ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຫ້ອງການຄຸ້ມຄອງດ່ານສາກົນພູດູ່ວ່າ: ດ່ານ ສາກົນ ພູດູ່ ເມືອງ ປາກລາຍ ແຂວງ ໄຊຍະບູລີ ຕັ້ງຢູ່ຂອບເຂດບ້ານ ຜາແກ້ວ ຫ່າງຈາກເທດສະບານ ເມືອງ ປາກລາຍ ໄປທາງທິດຕາເວັນຕົກສ່ຽງໃຕ້ປະມານ 38 ກິໂລແມັດ, ເຊິ່ງຈຸດຜ່ານແດນເຂົ້າ – ອອກເມືອງ ແມ່ນເຊື່ອມຕໍ່ກັບຈຸດດ່ານຖາວອນພູດູ່, ຂອບເຂດຕາແສງບ້ານມ່ວງເຈັດຕົ້ນ ເມືອງບ້ານໂຄກ ແຂວງອຸດຕະຣະດິດ ຣາຊະອານາຈັກ ໄທ. ຜ່ານມາໄດ້ເອົາໃຈໃສ່ປະຕິບັດໜ້າທີ່ບໍລິການເຂົ້າ – ອອກ ຂອງຜູ່ໂດຍສານໄດ້ຢ່າງສະດວກວ່ອງໄວ ແລະ ຮັບປະກັນໄດ້ຄວາມສະຫງົບປອດໄພຢ່າງໜັກແໜ້ນ. ສໍາລັບການກະກຽມເປີດດ່ານຄືນໃໝ່ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ກ່ຽວກັບມາດຕະການໃນການເຂົ້າ-ອອກ ສປປລາວ ແລະມາດຕະການຜ່ອນຜັນພາຍໃນປະເທດ ໃນໄລຍະມີການລະບາດຂອງພະຍາດໂຄວິດ 19. ຄະນະດ່ານພວກເຮົາໄດ້ຊີ້ນໍາບັນດາຂະແໜງການພາຍໃນດ່ານໃຫ້ເອົາໃຈໃສ່ກະກຽມຄວາມພ້ອມຮອບດ້ານ ເປັນຕົ້ນ: ດ້ານບຸກຄະລາກອນ, ສະຖານທີ່, ເຄື່ອງອຸປະກອນເຕັກນິກຮັບໃຊ້ຕ່າງໆ ເພື່ອຮອງຮັບໃນການບໍລິການຜູ້ໂດຍສານ, ຍານພາຫະນະ, ສິນຄ້າປະເພດຕ່າງໆທີ່ຈະເຂົ້າ-ອອກຜ່ານດ່ານໃຫ້ຮັບປະກັນຄວາມສະດວກວ່ອງໄວ ຖືກຕ້ອງຕາມລະບຽບຫຼັກການ ປຸກລະດົມພໍ່-ແມ່ ປະຊາຊົນ, ພໍ່ຄ້າ-ຊາວຂາຍ, ຜູ້ປະກອບການຕ່າງໆ ມາໃຊ້ບໍລິການເຂົ້າ-ອອກດ່ານພວກເຮົາໃຫ້ຫຼາຍຂຶ້ນເພື່ອເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນການທີ່ວາງໄວ້.

ທ່ານ ພັນໂທ ຊ້າງ ສຸລິກັນ ຫົວໜ້າ ຕມ ດ່ານສາກົນ – ພູດູ່ ໃຫ້ຮູ້ອີກວ່າ: ປັດຈຸບັນພວກເຮົາພວມປະສານກັບດ່ານເຊິ່ງໜ້າ ເພື່ອຄວາມເປັນເອກະພາບໃນການປະກອບເອກະສານເຂົ້າ-ອອກ ຂອງຄົນ, ຍານພາຫະນະ ແລະສິນຄ້າ ໃນໄລຍະທີ່ມີການລະບາດຂອງພະຍາດ ໂຄວິດ 19 ນີ້. ມາຮອດປະຈຸບັນ ບັນດາຂະແໜງການວິຊາສະເພາະ ກໍຄືດ່ານສາກົນພູດູ່ ພວກເຮົາມີຄວາມພ້ອມແລ້ວ ທີ່ຈະເປີດບໍລິການຢ່າງເປັນທາງການ.

ຂໍ້ມູນຂ່າວ-ພາບ :ດາວປະດິດ ເສດຖາລາດ

error: Content is protected !!