ເຈົ້າໜ້າທີ່ ປກສ ນະຄອນຫຼວງ ວຽງຈັນ ( ນວ ) ໄດ້ເຕືອນມາຍັງພໍ່ແມ່ປະຊາຊົນ ຜູ້ທີ່ນໍາເອົານໍາມັນ ມາຂາຍຊະຊາຍ ແລະ ຊື້ນໍາມັນ ໄປກັກຕຸນໄວ້ ແມ່ນມີຄວາມສ່ຽງສູງ ຕໍ່ການເກີດອັກຄີໄພ, ເຊິ່ງໃນໄລຍະຜ່ານມາ ກໍມີເຫດການເກີດຂຶ້ນມາແລ້ວ.

ພັທ ຄໍາເພັດ ດາລາວົງ ຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນວ ໃຫ້ຂໍ້ມູນວ່າ: ການນໍາເອົານໍ້າມັນເຊື້ອໄຟມາໃສ່ຕຸກ ເພື່ອວາງຂາຍ ຕະຫຼອດຮອດກັກຕຸນນໍ້າມັນໄວ້ເຮືອນ ແມ່ນມີຄວາມສ່ຽງສູງ ທີ່ຈະເກີດອັກຄີໄພໄດ້ງ່າຍ ໂດຍສະເພາະອຸປະກອນ ເກັບນໍ້າມັນ ຖ້າບໍ່ມີຄຸນນະພາບອາດມີການຫົດຕົວ, ການນໍາໄປໄວ້ບ່ອນບໍ່ມີອາກາດຖ່າຍເທ, ບ່ອນທີ່ເປັນຄວາມຮ້ອນ ຫຼື ໃນສະພາບອາກາດຮ້ອນອົບຮົມ ໃນກໍລະນີ ມີອາຍແກັສ ຫຼື ມີປະກາດໄຟ ຢູ່ຈຸດໃກ້ຄຽງ ແມ່ນສາມາດ ກໍໃຫ້ເກີດປະກາຍໄຟຢ່າງໄວວາ.
ຕໍ່ກັບການແກ້ໄຂບັນຫາຂາຍນໍ້າມັນຊະຊາຍ ຢູ່ໃນນະຄອນຫຼວງ ວຽງຈັນ ພາກສ່ວນກ່ຽວຂ້ອງກໍໄດ້ແຕ່ງຕັ້ງໜ່ວຍງານສະເພາະກິດ ເພື່ອເຄື່ອນໄຫວໃຫ້ຄວາມຮູ້ ແລະ ຕັກເຕືອນ ຜູ້ຂາຍຂາຍໃຫ້ຢຸດເຊົາ; ຢ່າງໃດກໍດີ ເຈົ້າໜ້າທີ່ຝາກເຕືອນມາຍັງຜູ້ຂາຍນໍ້າມັນຊະຊາຍ ຕ້ອງຄໍານຶງເຖິງຜົນປະໂຫຍດສ່ວນລວມ ນອກຈາກບໍ່ຖືກຕ້ອງຕາມລະບຽບແລ້ວ ຍັງຈະມີຄວາມສ່ຽງກໍ່ໃຫ້ເກີດອັກຄີໄພຂັ້ນຮ້າຍແຮງໄດ້.
Vanacore has had numerous associations with celebrity vocalists. For torsion dominated problems, box beams and other types of stiff sections are used in preference to the I-beam.