ແມ່ນແທ້ບໍ? ປໍ້ານໍ້າມັນແຖວ ສີ່ແຍກທາດຫຼວງ ຕ້ອງຊື້ເຄື່ອງດື່ມຄົບ 100,000 ກີບ ໃນອາເມຊອນ ຈຶ່ງໃຫ້ເຕີມນໍ້າມັນ

ຈາກສະຖານະການວິກິດນໍ້າມັນ ປໍ້ານ້ຳມັນຫຼາຍໆແຫ່ງໃນນະຄອນຫຼວງວຽງຈັນ ໄດ້ປິດຊົ່ວຄາວ ເຮັດໃຫ້ປະຊາຊົນ ມີຄວາມລໍາບາກ ໃນການຊອກເຕີມນ້ຳມັນ ອາດເປັນໂອກາດໃຫ້ບາງຄົນສວຍໃຊ້ໂອກາດໄປໃນທາງທີ່ຜິດ

ເຊິ່ງຫຼ້າສຸດໄດ້ມີ ຜູ້ໃຊ້ເຟສບຸກຊື່ Fong Clpn ໄດ້ອອກມາໂພສຮູບ ປ້ໍານ້ຳມັນ ປຕທ ສາຂາ ສີ່ແຍກທາດຫຼວງ ໂດຍມີເນື້ອຫາວ່າ ລູກຄ້າຕ້ອງໄດ້ຊື້ສິນຄ້າພາຍໃນຮ້ານອາເມຊອນ, ໃນຮູບພາບດັ່ງກ່າວມີຂໍ້ຄວາມທີ່ວ່າ “ຊື້ເຄື່ອງດື່ມອາເມຊອນໜຶ່ງແສນກີບ ສາມາດເຕີມໄດ້ 100,000 ກີບ ສຳລັບລົດໃຫຍ່ (ສ່ວນລົດຈັກແມ່ນ 50,000 ກີບ). ກະລຸນານຳໃບບິນໃຫ້ພະນັກງານເບິ່ງ.” ເລື່ອງດັ່ງກ່າວກຳລັງເປັນກະແສທົ່ວສັງຄົມອອນລາຍ ຈາກຂໍ້ຄວາມເມື່ອຕອນເຊົ້າຂອງມື້ນີ້ (12 ພຶດສະພາ 2022).

ເຖິງຢ່າງໃດກໍຕາມ, ກໍຕ້ອງລໍຖ້າຕິດຕາມນໍາກັນເບິ່ງວ່າ ເລື່ອງນີ້ຈະມີຂໍ້ມູນຄວາມຈິງແນວໃດ?

.

ຮູບພາບ ແລະ ຂໍ້ມູນຈາກ: Fong Clpn https://cutt.ly/vHoj8aq

error: Content is protected !!