ສວນກາເຟ ປາກຊ່ອງ ໄຮແລນ ແຫລ່ງທ່ອງທ່ຽວ ແບບນິເວດ ຂອງແຂວງ ຈໍາປາສັກ

ຈໍາປາສັກ ເປັນດິນແດນທີ່ອຸດົມສົມບູນ ໄປດ້ວຍຊັບພະຍາກອນທໍາມະຊາດ ແລະສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງດ້ານປະຫວັດສາດ, ທໍາມະຊາດ ແລະ ວັດທະນະທໍາຫລາຍແຫ່ງ ເປັນຕົ້ນຜາສາດຫີນວັດພູ, ມະຫານະທີສີພັນດອນ, ພູສ່າເຫລົ້າ, ນໍ້າຕົກຜາສ້ວມ, ຕາດເຍືອງ, ຕາດຟານ, ດອນເດດ, ດອນຄອນ, ສວນກາເຟປາກຊ່ອງ ແລະແຫ່ງອື່ນໆ

ສວນກາເຟ ແມ່ນເອກະລັກສະເພາະຂອງຊາວ ເມືອງ ປາກຊ່ອງ  ຍ້ອນຕິດພັນກັບການດໍາລົງຊີວິດຂອງປະຊາຊົນເຜົ່າຕ່າງໆ ຫາກທ່ານເດີນທາງໄປເມືອງ ປາກຊ່ອງ ຢ່າລືມໄປທ່ຽວສວນກາເຟ ປາກຊ່ອງ ໄຮແລນ ເຊິ່ງແມ່ນສະຖານທ່ີທ່ອງທ່ຽວຈຸດຊົມວິວ ແລະດື່ມກາເຟສົດ ກັບບັນຍາກາດຊຸ່ມເຢັນຕະຫຼອດປີ.

ທ່ານ ນາງແສງຈັນ ແຫວນວົງສົດ ຜູ້ອໍານວຍການບໍລິສັດປາກຊ່ອງໄຮແລນໃຫສໍາພາດວ່າ: ສວນກາເຟປາກຊ່ອງໄຮແລນ ແມ່ນການລົງທຶນຂອງນັກລົງທຶນຕ່າງປະເທດ100%, ເລີ່ມດໍາເນີນກິດຈະການມາແຕ່ປີ 2001 ມີເນື້ອທີ່ທັງໝົດ 3,100 ກວ່າເຮັກຕາ, ທໍາອິດໄດ້ສຸມໃສ່ການລ້ຽງສັດ ແລະປູກພືດຜັກກະສິກໍາ ແຕ່ໃນປັດຈຸໄດ້ຫັນມາປູກກາເຟ, ປີ 2013 ບໍລິສັດໄດ້ປະສົບບັນຫາສະພາບແວດລ້ອມທີ່ຮ້າຍແຮງ ຄືເກີດໝອກເກືອ ຫລືໝອກເຄັມ ໄດ້ສ້າງຜົນເສຍຫາຍໃຫ້ແກ່ການຜະລິດ ຕົ້ນກາເຟທີ່ປູກແລ້ວຈໍານວນຫລວງຫລາຍໄດ້ຮັບຜົນເສຍຫາຍ ປະຈຸບັນສາມາດຟື້ນຄືນໄດ້ພຽງ 750 ເຮັກຕາ, ຜົນຜະລິດປີຜ່ານມາ ໄດ້ທັງໝົດ ກາເຟແດງໄດ້ 1,500 – 3,000 ໂຕນ, ໃນນັ້ນ ສົ່ງອອກຕ່າງປະເທດປະມານ 90%. ຕົ້ນຕໍແມ່ນສົ່ງໄປປະເທດໄທ, ອີກ 10% ແມ່ນໃຫ້ບໍລິການແກ່ນັກທ່ອງທ່ຽວທີ່ເຂົ້າໄປທ່ຽວຊົມ ແລະຊີມກາເຟສົດ.

ທ່ານ ນາງແສງຈັນ ແຫວນວົງສົດ ໃຫ້ຮູ້ອີກວ່າ: ປະຈຸບັນພື້ນທີ່ສວນກາເຟສ່ວນໜຶ່ງໄດ້ຫັນໄປປູກຕົ້ນສົນ ,ຕົ້ນໂກໂກ້ ແລະພືດເສດຖະກິດອື່ນໆ ເພື່ອພັດທະນາໃຫ້ເປັນສະຖານທີ່ທ່ອງທ່ຽວແບບນິເວດ. ເຊິ່ງນັກທ່ອງທ່ຽວນອກຈາກໄດ້ຊີມລົດຊາດກາເຟປາກຊ່ອງແລ້ວ ຍັງໄດ້ທ່ຽວຊົມວິວ ທໍາມະຊາດທີ່ສວຍງາມ ໃນບັນຍາກາດຊຸ່ມເຢັນ ໃນອຸນຫະພູມປະມານ 25ອົງສາເຊ, ສວນກາເຟ ປາກຊ່ອງ ໄຮແລນ ໄດ້ເນັ້ນໃສ່ການສ້າງວຽກເຮັດງານທໍາໃຫ້ປະຊາຊົນໃນທ້ອງຖິ່ນໃຫ້ເຂົ້າມາມິສ່ວນຮ່ວມ ເຊິ່ງກວມເຖິງ 95%, ນອກນັ້ນ, ບໍລິສັດຍັງໄດ້ສົ່ງເສີມປະຊາຊົນປູກກາເຟ ແລະຮັບຊື້ຜົນຜະລິດທັງໝົດນໍາອີກ.

ຂໍ້ມູນຈາກ: Lao national radio

error: Content is protected !!