ຊາວອາເມລິກາລວມຕົວກັນຕາມເມືອງໃຫຍ່ ແລະ ສະຖານທີ່ຕ່າງໆ ເພື່ອປະທ້ວງຕໍ່ຕ້ານ ປະທານາທິບໍດີ ໂດນັລ ທຣຳ ແລະ ອີລອນ ມັສ.
ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 6 ເມສາ 2025 ຜ່ານມານີ້ວ່າ: ຊາວອາເມລິກາລວມຕົວກັນຕາມເມືອງໃຫຍ່ ແລະ ສະຖານທີ່ຕ່າງໆຫຼາຍກວ່າ 1,400 ແຫ່ງທົ່ວປະເທດບໍ່ວ່າຈະເປັນກຸງວໍຊີງຕັນ, ນະຄອນນິວຍອກ, ເມືອງແມັກຊິໂກ ແລະ ເມືອງບອສຕັນ ເພື່ອປະທ້ວງຕໍຕ້ານ ປະທານາທິບໍດີ ໂດນັລ ທຣຳ ຜູ້ນຳສະຫະລັດ ໃນຊື່ແຄມເປນ “Hands Off”
ທັງນີ້ຜູ້ປະທ້ວງສະແດງຄວາມບໍ່ພໍໃຈກັບນະໂຍບາຍຫຼາຍດ້ານຂອງລັດຖະບານວໍຊິງຕັນ ໂດຍສະເພາະເລື່ອງສັງຄົມ, ການຕ່າງປະເທດ ໂດຍສະເພາະການຈະຍຶດຄອງການາດາໃຫ້ເປັນລັດທີ 51 ພ້ອມນີ້ຍັງມີເລື່ອງເສດຖະກິດ ຈາກການທີ່ສະຫະລັດເລີ່ມເກັບ ພາສີພຶ້ນຖານ 10% ມີຜົນບັງຄັບແລ້ວເມື່ອວັນເສົາຜ່ານມາ, ສ່ວນປະເທດທີ່ເປັນຄູ່ຄ້າຫຼັກອີກປະມານ 60 ປະເທດ ລວມເຖິງລາວ ຈະປະເຊີນກັບພາສີຕອບແທນ ໃນອັດຕາທີ່ແຕກຕ່າງກັນ ມີຜົນໃນວັນທີ 9 ເມສາ 2025.
ການປະທ້ວງດັ່ງກ່າວຖືວ່າ ມີຜູ້ເຂົ້າຮ່ວມຫຼາຍທີ່ສຸດນັບຕັ້ງແຕ່ ໂດນັລ ທຣຳ ກັບມາຮັບຕຳແໜ່ງຜູ້ນຳສະຫະລັດສະໄໝທີສອງ ເມື່ອວັນທີ 20 ມັງກອນ 2025 ຜ່ານມາ.
ແຫຼ່ງຂ່າວ: DAILYNEWS ONLINE