ປະທຸໜັກ! ພູເຂົາໄຟໃນຟິລິບປິນ ເຮັດໃຫ້ຂີ້ເທົາພຸ່ງຂຶ້ນທ້ອງຟ້າສູງກວ່າ 4,000 ແມັດ
ສຳນັກຂ່າວຕ່າງປະເທດລາຍງານ ພູເຂົາໄຟຄັນລະອອນ ໃນຟິລິບປິນ ເກີດປະທຸຂຶ້ນໃນຊ່ວງເຊົ້າຂອງວັນອັງຄານ 7 ເມສາ 2025 ຜ່ານມາ, ເຮັດໃຫ້ຂີ້ເທົາພຸ່ງຂຶ້ນທ້ອງຟ້າສູງເຖິງ 4,000 ແມັດ.
ພູເຂົາໄຟຄັນລະອອນ ຕັ້ງຢູ່ເທິງເກາະເນກອສ ທາງຕອນກາງຂອງປະເທດຟິລິບປິນ ໄດ້ເກີດປະທຸຄັ້ງໃຫຍ່ເຮັດໃຫ້ຂີ້ເທົາ ແລະ ຄວັນໜາພຸ່ງຂຶ້ນສູ່ທ້ອງຟ້າປະມານ 4,000 ແມັດ ຕາມການລາຍງານຂອງເຈົ້າໜ້າທີ່ ຍັງບໍມີລາຍງານຜູ້ໄດ້ຮັບບາດເຈັບ ແຕ່ສຳລັບເຫດການທີ່ເກີດຂຶ້ນໄດ້ສ້າງຄວາມກັງວົນດ້ານສຸຂະພາບໃຫ້ແກ່ປະຊາຊົນ ທີ່ອາໄສຢູ່ບໍລິເວນໃກ້ຄຽງ.
ປັດຈຸບັນເກດການພູເຂົາໄຟປະທຸ ໄດ້ຖືກຍົກລະດັບການເຕືອນໄພຂຶ້ນເປັນລະດັບ 3 ຈາກທັງໝົດ 5 ລະດັບ ເຊິ່ງເປັນລະດັບທີ່ສູງທີ່ສຸດ ເຊິ່ງໝາຍເຖິງການລະເບີດຄັ້ງໃຫຍ່ທີ່ອາດຈະເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຮຸນແຮງ.
ສຳລັບພູເຂົາໄຟລູກນີ້ມີຄວາມສູງ 2,435 ແລະ ຍັງຈັດຢູ່ໃນຈຳນວນພູເຂົາໄຟທີ່ຕ້ອງຈັດຢູ່ໃນກຸ່ມພູເຂົາໄຟທີ່ອັນຕະລາຍໃນຈຳນວນ 24 ພູເຂົາໄຟໃນຟິລິບປິນ ເຊິ່ງກ່ອນໜ້ານີ້ເຄີຍປະທຸຂຶ້ນ ເມື່ອເດືອນ ຕຸລາ 2024 ເຊິ່ງໃນຄັ້ງນັ້ນຕ້ອງເຮັດໃຫ້ປະຊາຊົນຕ້ອງໄດ້ອົບພະຍົບໄປຢູ່ສູນພັກພິງສຸກເສີນ.