ປຸກກີ້ ສະເຫລີມບຸຜາ ຍາດໄດ້ຫຼຽນທອງທຳອິດ ໃນຊີເກມ ຄັ້ງທີ 31 ຂອງ ລາວ!

ການແຂ່ງຂັນຊີເກມຄັ້ງທີ 31 ຈະເລີ່ມເປີດສາກຢ່າງເປັນທາງການ ໃນວັນທີ 12 ພຶດສະພາ 2022 ນີ້ , ແຕ່ການແຂ່ງຂັນບາງປະເພດກິລາແມ່ນໄດ້ເລີ່ມຂຶ້ນແລ້ວ.

ຕາມການລາຍງານຂອງ Lao su su ລາວ ສູ້ ສູ້ ໃຫ້ຮູ້ວ່າ: ນັກກິລາທີມຊາດລາວ ເລີ່ມຕົ້ນທີ່ນັກກິລາ ປັນຈັດສີລັດ ມື້ວານນີ້ 10 ພຶດສະພາ 2022 ລົງແຂ່ງຂັນ 03 ລຸ້ນ ໃນປະເພດ ຟ້ອນ ດ່ຽວຍິງ ດຽວຊາຍ ແລະ ຄູ່ຊາຍ ປະເພດດ່ຽວຊາຍ ນັກກິລາລາວໄດ້ແກ່ ຈອມສີ ໄຊຍະສານ ພົບກັບ ນັກກິລາ ຈາກປະເທດ ໄທ ຜົນການແຂ່ງຂັນ ເປັນນັກກິລາ ໄທ ເອົາຊະນະ.

ສ່ວນການແຂ່ງຂັນປະເພດຟ້ອນດຽວ ນາງ ປຸກກີ້ ສະເຫລີມບຸຜາ ເອົາຊະນະ ນັກກິລາ ທີມຊາດ ສິງກະໂປ ດ້ວຍຄະແນນ 9,900 ຕໍ່ 9,420 ຄະແນນ ເຮັດໃຫ້ ປຸກກີ້ ຕ້ອງເຂົ້າໄປຊິງຫລຽນເງິນ ໃນພາກແລງ ຂອງມື້ວານນີ້ ໂດຍພົບກັບນັກກິລາທີມຊາດ ອິນໂດເນເຊຍ ເຊິ່ງເປັນເເຊ້ມເກົ່າ ຜົນການແຂ່ງຂັນ ເປັນແຊ້ມເກົ່າເອົາຊະນະໄປ ເຮັດໃຫ້ ປຸກກີ້ ໄດ້ອັນດັບ 03 ຮັບຫຼຽນທອງ ໄປຄອງ ແລະ ເປັນຫຼຽນທໍາອິດຂອງທັບ ນັກກິລາລາວ ໃນຊີເກມ​ ຄັ້ງທີ​ 31​ ທີ່​ຈັດຂຶ້ນ​ຢູ່​ ສສ​ ຫວຽດນາມ.

ຂໍ້ມູນ ແລະ ຮູບພາບ: Lao su su ລາວ ສູ້ ສູ້

error: Content is protected !!