ສ.ອາເມຣິກາ-ອາຊຽນ ຈະປຶກສາຫາລືຫລາຍບັນຫາສຳຄັນໃນພາກພື້ນ

ອີງຕາມ​ຂ່າວ​ຈາກ VOVWORLD, ກອງປະຊຸມສຸດຍອດພິເສດ ສ.ອາເມຣິກາ-ອາຊຽນ ແມ່ນໂອກາດ ເພື່ອໃຫ້ ສ.ອາເມຣິກາ ປັບປຸງການພົວພັນຄູ່ຮ່ວມມືກັບ ບັນດາປະເທດໃນພາກພື້ນ.

ບັນດາຫົວຂໍ້ທີ່ຈະປຶກສາຫາລືໃນກອງປະຊຸມປະກອບມີ: ການແຜ່ລະບາດຂອງ COVID-19, ຄວາມປອດໄພ ດ້ານສຸຂະພາບຂອງໂລກ, ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ ​ໂດຍກອງປະຊຸມ ຄັ້ງນີ້ ຈະຈັດຂຶ້ນຢູ່ ນະຄອນຫລວງ ວໍຊິງຕັນ ໃນວັນທີ 12 ຫາວັນທີ 13 ພຶດສະພາ ນີ້. ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນລະຫວ່າງ ສ.ອາເມຣິກາ ແລະ ອາຊຽນ ຄົບຮອບ 45 ປີ, ຜູ້ນຳບັນດາປະເທດຍັງຈະປຶກສາ ຫາລືບັນດາບັນຫາທີ່​ເຄັ່ງຮ້ອນໃນໂລກ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

error: Content is protected !!