ວັນທີ 18 ທັນວາ 2024 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພະແນກການກ່ຽວຂ້ອງຂອງແຂວງຈໍານວນໜຶ່ງ ໄດ້ເຄື່ອນໄຫວຕິດຕາມກວດກາຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ປັບປຸງເສັ້ນທາງປູຢາງ 2 ຊັ້ນ ແຕ່ແຍກທາງເລກທີ 13 ໃຕ້ ຫາ ບ້ານປຸງ ເມືອງຫິນບູນ, ໂດຍມີທ່ານເຈົ້າເມືອງຫີນບູນ ແລະ ພາກສ່ວນບໍລິສັດຮັບເໝົາຮ່ວມຕ້ອນຮັບ.

ທ່ານ ວັດທະນາ ມາດມະນີສອນ ຮອງປະທານກຸ່ມບໍລິສັດດີເອັມຈໍາກັດໄດ້ລາຍງາຍວ່າ : ເສັ້ນທາງປູຢາງ 2 ຊັ້ນດັ່ງກ່າວທີ່ມີຄວາມຍາວ 9.040 ແມັດ, ໜ້າທາງກວ້າງ 8 ແມັດ, ລວມມູນຄ່າການກໍ່ສ້າງທັງໝົດ 22 ຕື້ກວ່າກີບ, ໂດຍແມ່ນ ກຸ່ມບໍລິສັດດີເອັມ ຈໍາກັດ ຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ, ເລີ່ມຈັດຕັ້ງປະຕິບັດແຕ່ເດືອນຕຸລາ 2023 ປະຈຸບັນມີຄວາມຄືບໜ້າ 70% ຂອງແຜນການ, ຄາດວ່າຈະສໍາເລັດໃນທ້າຍເດືອນ ກຸມພາ 2025.

ຈາກນັ້ນ ກໍ່ໄດ້ສືບຕໍ່ເຄື່ອນໄຫວຊຸກຍູ້ການສ້ອມແປງຂົວຫ້ວຍແຫ່, ບ້ານປຸງ ເມືອງຫິນບູນ ເຊິ່ງເປັນປະເພດຂົວໄມ້ເສີມເຫຼັກ, ນໍາໃຊ້ໄດ້ຫລາຍປີເຮັດໃຫ້ສະພາບຂົວເປ່ເພຊຸດໂຊມໄປຕາມການເວລາ ແລະ ເຄື່ອນໄຫວຊຸກຍູ້ການປັງປຸງສ້ອມແປງເສັ້ນ ທາງບໍລິເວນດ່ານຂົວມິດຕະພາບ 3.

ໃນໂອກາດດັ່ງກ່າວນີ້ ທ່ານເຈົ້າແຂວງ ຄໍາມ່ວນ ໄດ້ມີຄໍາຊີ້ນໍາໃຫ້ ບໍລິສັດຜູ້ຮັບເໝົາ ຈົ່ງເອົາໃຈໃສ່ໃນການປະຕິບັດໂຄງການດັ່ງກ່າວໃຫ້ຖືກຕ້ອງຕາມຫຼັກວິຊາການ ແລະ ມາດຕະຖານການກໍ່ສ້າງທີ່ມີຄຸນນະພາບ, ທັງຮັບປະກັນໃຫ້ໄດ້ຮັບຜົນສໍາເລັດທັນຕາມກໍານົດເວລາ. ສະເໜີໃຫ້ ພະແນກການທີ່ກ່ຽວຂ້ອງ, ກວດກາພ້ອມທັງຂຶ້ນແຜນຄິດໄລ່ອອກແບບ, ສ້າງແຜນເປັນອັນລະອຽດ ນໍາສະເໜີ ເພື່ອດໍາເນີນການກໍ່ສ້າງສ້ອມແປງເສັ້ນທາງເຂົ້າຫາດ່ານຂົວມິດຕະພາບ 3 ແລະ ຂົວຫ້ວຍແຫ່, ທັງນີ້ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ປະຊາຊົນກໍ່ຄືຜູ້ທີ່ມາຊົມໃຊ້ສະຖານທີ່ດັ່ງກ່າວໄດ້ມິຄວາມປອດໄພ ແລະ ສະດວກສະບາຍ.
ຂ່າວ: Khammouane News